ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີປະກາດສ້າງຕັ້ງບ້ານໄຊມຸງຄຸນຂຶ້ນກັບເມືອງຮຸນ ແຂວງອຸດົມໄຊ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 02/11/2021

     ໃນ​ວັນ​ທີ 28 ຕຸ​ລາ 2021 ໄດ້​ມີ​ພິ​ທີ​ປະ​ກາດ​ສ້າງ​ຕັ້ງ​ບ້ານ​ໄຊ​ມຸງ​ຄຸນ ຂຶ້ນ​ກັບ​ເມືອງ​ຮຸນ ແຂວງ​ອຸ​ດົມ​ໄຊ ​ຢູ່​ທີ​ສະ​ໂມ​ສອນ​ຂອງ​ບ້ານ​ດັ່ງ​ກ່າວ, ເຂົ້າ​ຮ່ວມ​ໃນ​ພິ​ທີ​ມີ​ສະ​ຫາຍ ​ສົມ​ຈິດ ປັນ​ຍາ​ສັກ ຄະ​ນະ​ປະ​ຈຳ​ພັກ​ແຂວງ ຮອງ​ເຈົ້າ​ແຂວງ​ອຸ​ດົມ​ໄຊ, ສະ​ຫາຍ ​ອິນ​ທາ ລື​ນາມ​ມະ​ຈັກ ກຳ​ມະ​ການ​ພັກ​ແຂວງ ເລ​ຂາ​ພັກ​ເມືອງ ເຈົ້າ​ເມືອງໆ​ຮຸນ, ສະ​ຫາຍ ​ໄຊ​ຍະ​ສິນ ສຸ​ພັນ​ທອງ ຄະ​ນະ​ປະ​ຈຳ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງໆ​ປາກ​ແບງ ມີ​ບັນ​ດາ​ຄະ​ນະ​ພັກ​ເມືອງ ພະ​ນັກ​ງານຫຼັກ​ແຫຼງ​ມາ​ຈາກເ​ມືອງ​ຮຸນ, ເມືອງ​ປາກ​ແບງ ຕະຫຼອດ​ອຳ​ນາດ​ການ​ປົກ​ຄອງ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ບ້ານ​ໄຊ​ມຸງ​ຄຸນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

     ໃນພິທີ ສະ​ຫາຍ ​ຄຳ​ກອງ ຕິດ​ຕະ​ວົງ ກຳ​ມະ​ການ​ພັກ​ເມືອງ ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ​ຮຸນ ໄດ້​ຜ່ານ​ຂໍ້​ຕົກ​ລົງ​ຂອງ​ເຈົ້າ​ແຂວງ​ອຸ​ດົມ​ໄຊ​ ສະ​ບັບ​ເລກ​ທີ 720/ອ​ຊ ລົງ​ວັນ​ທີ 29 ກໍ​ລະ​ກົ​ດ 2021 ວ່າ​ດ້ວຍ​ການ​ຕົກ​ລົງ​ສ້າງ​ຕັ້ງ​ບ້ານ​ໃໝ່ ໂດຍ​ໃສ່ຊື່​ວ່າ: ບ້ານ​ໄຊ​ມຸງ​ຄຸນ,  ບ້ານ​ໄຊ​ມຸງ​ຄຸນ​ໃນ​ເບື້ອງ​ຕົ້ນ​ເປັນຫົວໜ່ວຍປົກຄອງ​​ຂຶ້ນ​ກັບ​ເມືອງ​ປາກ​ແບງ ແຕ່​ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ ບ້ານ​ເຮືອນ​ຖືກ​ເປເພ​ເສຍ​ຫາຍ, ຈິ່ງ​ໄດ້​ຍົກ​ຍ້າຍ​ມາ​ຕັ້ງ​ຖິ່ນຖານໃໝ່ຢູ່​ເຂດເມືອງ​ຮຸນ ​ເລີ່ມແຕ່ປີ 2019 ເປັນຕົ້ນມາ, ​ປະ​ຈຸ​ບັນ ​ໄດ້​ສຳ​ເລັດ​ການກໍ່​ສ້າງ​​ພື້ນ​ຖານ​ໂຄງ​ລ່າງ​ພາຍ​ໃນ​ບ້ານ 95%, ພາຍ​ໃນ​ບ້ານ​ມີ​ຄວາມ​ເປັນ​ລະ​ບຽບ​ຈົບ​ງາມ​ ມີ​ການຈັດ​ສັນທີ່ຢູ່ອາໃສ, ຈັດ​ສັນ​ລະ​ບົບ​ເສັ້ນ​ທາງພາຍ​ໃນ​ບ້ານ, ຕິດ​ຕັ້ງ​ລະ​ບົບ​ໄຟ​ຟ້າ, ​ໂຮງ​ຮຽນ, ສະ​ໂມ​ສອນ, ​ນ້ຳ​ລິນ, ຫ້ອງ​ນ້ຳ​, ລະ​ບົບສາທາລະນະສຸກ ... ຖ້າ​​ທຽບ​ໃສ່​ໃນ​ເມື່ອ​ກ່ອນ​ ເຫັນວ່າ​ປະ​ຊາ​ຊົນ​ມີ​ຄວາມ​ສະ​ດວກ​ສະ​ບາຍ ແລະ ມີ​ຄວາມ​ປອດ​ໄພ​ຈາກ​ໄພ​ທຳ​ມະ​ຊາດຫຼາຍ​ຂຶ້ນກວ່າ​ເກົ່າ; ບ້ານ​ໄຊ​ມຸງ​ຄຸນ​ ປະ​ກອບ​ມີ​ພົນ​ລະ​ເມືອງ 1.700 ກວ່າຄົນ, ຍິງ 800 ກວ່າຄົນ, ມີ 400 ກວ່າຄອບ​ຄົວ, 300 ກວ່າຫຼັງ​ຄາ​ເຮືອນ, ອາ​ຊີບ​ສ່ວນໃຫຍ່​ແມ່ນ​ຍຶດ​ຖື​ເອົາ​ການ​ປູກ​ຝັງ-ລ້ຽງ​ສັດ​ເປັນ​ອາ​ຊີບ​ຕົ້ນ​ຕໍ, ການ​ຄ້າ​ຂາຍ​ເປັນ​ອາ​ຊີບ​ເສີມ.

     ໂອ​ກາດ​ດັ່ງ​ກ່າວ ​ໄດ້​ມີການລົງ​ນາມ​ເຊັນ​ບົດ​ບັນ​ທຶກ​ການມອບ-ຮັບ​ບ້ານ​ໄຊ​ມຸງ​ຄຸນ​ ລະ​ຫວ່າງ​ເມືອງ​ປາກ​ແບງ​ ກັບ ເມືອງ​ຮຸນ ​ໂດຍ​ມີສະ​ຫາຍ ​ສົມ​ຈິດ ປັນ​ຍາ​ສັກ ຄະ​ນະ​ປະ​ຈຳ​ພັກ​ແຂວງ ຮອງ​ເຈົ້າ​ແຂວງ​ອຸ​ດົມ​ໄຊ, ມີການ​ນຳ​ທັງ​ສອງ​ເມືອງ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ. ພ້ອມນີ້ ຍັງໄດ້​ຈັດພິ​ທີ​ຍ້ອງ​ຍໍ​ບັນ​ດາ​ອົງ​ການ, ກົມ​ກອງ ແລະ ບຸກ​ຄົນ​ດີ​ເດັ່ນ​ໃນ​ການ​ປະ​ກອບ​ສວນ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​ບ້ານ​ໄຊ​ມຸງ​ຄຸນ ໃນການ​ຍົກ​ຍ້າຍ​ບ້ານ​​​ ແລະ ໃນຕອນທ້າຍ ໄດ້ມີພິທີ​ເປີດ​ປ້າຍ​ບ້ານ​ໄຊ​ມຸງ​ຄຸນ ຢ່າງ​ເປັນ​ທາງ​ການ​ ​ພ້ອມ​ທັງລັ່ນຄ້ອງ 9 ບາດ ​ເພື່ອ​ເປັນ​ສິລິ​ມຸງ​ຄຸນ​ໃຫ້​ແກ່​ບ້ານ​ດັ່ງກ່າວພັດທະນາສືບເນື່ອງຕໍ່ໄປ.

ໂດຍ: ທອງ​ເລື່ອນ