ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງໄຊສົມບູນ ຈັດກອງປະຊຸມຖອດຖອນບົດຮຽນວຽກງານປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ແລະ ວຽກງານສ້າງແຜນກຳນົດພະນັກງານນໍາພາຄຸ້ມຄອງ
ຈຳນວນຜູ້ອ່ານ: 23
ອະນຸມັດວັນທີ: 01/11/2021

     ໃນວັນທີ 01 ພະຈິກ 2021 ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາຄຸ້ມຄອງ ຢູ່ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີສະຫາຍ ຕົ່ງມົວ ຊົວໂກ້, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາບັນດາໜ່ວຍພັກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

     ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາຄຸ້ມຄອງ ໃນໄລຍະຜ່ານມາ ເຊິ່ງໃນນີ້ວຽກງານປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ອີງໃສ່ການຕົກລົງຂອງກອງປະຊຸມຄະນະຊີ້ນໍາ-ຄະນະຮັບຜິດຊອບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 6 ເດືອນຕົ້ນປີ ແມ່ນຕົກລົງໃຫ້ປະເມີນໜ່ວຍພັກປອດໃສນັບແຕ່ເດືອນກັນຍາເປັນຕົ້ນມາ ຜ່ານການຈັດຕັ້ງປະຕິບັດ ແຕ່ເດືອນກັນຍາ ຫາ ເດືອນຕຸລາ ສໍາເລັດການປະເມີນແລ້ວ 05 ໜ່ວຍພັກ ແລະ ຈະສູ້ຊົນຊຸກຍູ້ໃຫ້ສໍາເລັດຮ້ອຍສ່ວນຮ້ອຍຕາມແຜນການທີ່ວາງໃວ້ໃນທ້າຍປີ 2021 ນີ້, ສ່ວນວຽກງານການສ້າງແຜນກໍານົດພະນັກງານນໍາພາຄຸ້ມຄອງແມ່ນໄດ້ຈັດຕັ້ງປະຕິບັດສໍາເລັດພະນັກງານຂັ້ນແຂວງຄຸ້ມຄອງຢູ່ 5 ເມືອງ ແລະ 3 ອົງການ, 6 ພະແນກການອ້ອມຂ້າງແຂວງ.

     ໃນກອງປະຊຸມ ຍັງໄດ້ມີການປຶກສາຫາລືແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານ, ການກໍ່ສ້າງ ແລະ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສໍາເລັດຕາມແຜນການທີ່ວາງໃວ້ ແລະ ປັດສະຈາກຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ທີ່ກໍາລັງລະບາດໃນໄລຍະປະຈຸບັນ ເພື່ອປ້ອງກັນ ແລະ ແນະນໍາພະນັກງານ-ສະມາຊິກພັກ ພະແນກການຕົນປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດຂັ້ນແຂວງ ວາງອອກຢ່າງເຂັ້ມງວດ.

ຂ່າວ: ສຸກສັນ ອ້ວນລິທິກຸນ