ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງກະສິກຳ ແລະ ປ່າໄມ້ ປາຖະກະຖາວັນລັດຖະທຳມະນູນ ຄົບຮອບ 30 ປີ
ຈຳນວນຜູ້ອ່ານ: 52
ອະນຸມັດວັນທີ: 17/08/2021

ນ. ຄຳສະຫວັນ ພົມມະວົງ

     ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991 - 15 ສິງຫາ 2021) ໃນວັນທີ 12 ສິງຫາ 2021 ທີ່ສະໂມສອນຂອງກະຊວງກະສິກຳ ແລະ ປາໄມ້; ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ປອ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີຄະນະພັກກະຊວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

     ໃນພິທີດັ່ງກ່າວ ສະຫາຍ ປອ ເພັດ ພົມພິພັກ ໄດ້ຍົກໃຫ້ເຫັນຄວາມເປັນມາ ແລະ ຄວາມສຳຄັນຂອງລັດຖະທຳມະນູນແຫ່ງ ສປປ ລາວ ໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ພັກປະຊາຊົນລາວໃນປັດຈຸບັນ ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ, ແບບໃໝ່ ແລະ ລູກແຫຼ້ງຕີນມືຂອງພວກເຂົາໄດ້ດຳເນີນໄປຢ່າງຮອບດ້ານ, ດຸເດືອດ, ຂ້ຽວຂາດ, ຍືດເຍື້ອຍາວນານ, ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ ຈົນໄດ້ຮັບໄຊຊະນະຢ່າງສົມບູນ ໂດຍໂຄ່ນລົ້ມລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລະບອບສັກດີນາຢ່າງສິ້ນເຊີງ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ຢ່າງສະຫງ່າອົງອາດໃນວັນທີ 2 ທັນວາ 1975.

     ກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາປະຊາຊົນສຸງສຸດ ຊຸດທີ II ໃນວາລະປະຊຸມວັນທີ 14 ສິງຫາ 1991 ໄດ້ຮັບຮອງເອົາລັດຖະທຳມະນູນສະບັບທຳອິດແຫ່ງ ສປປ ລາວ ແລະ ຕໍ່ມາປະທານປະເທດແຫ່ງ ສປປ ລາວ ກໍໄດ້ອອກລັດຖະດຳລັດ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບທຳອິດຢ່າງເປັນທາງການ. ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດຂອງການປະຕິວັດຊາດ-ປະຊາທິປະໄຕປະຊາຊົນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ແມ່ນຜົນງານອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄື ພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເປັນການຢືນຢັນເຖິງຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ເຖິງຄວາມມຸ້ງມາດປາດຖະໜາອັນສູງສົ່ງ ແລະ ຄວາມເດັດດ່ຽວຕັດສິນໃຈຢ່າງແຮງກ້າຂອງວົງຄະນະຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ແນໃສ່ບັນລຸຈຸດໝາຍ: “ປະຊາຊົນຮັ່ງມີຜາສຸກ, ປະເທດ ຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.

    ການປາຖະກະຖາໃນຄັ້ງນີ້ໄດ້ເຮັດໃຫ້ພະນັກງານກະຊວງກະສິກຳ ແລະ ປ່າໄມ້ໄດ້ເຂົ້າໃຈ, ກຳແໜ້ນກ່ຽວກັບຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງລັດຖະທຳມະນູນແຫ່ງ ສປປ ລາວ; ການຕີລາຄາສະພາບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນໄລຍະ 30 ປີ ທີ່ຜ່ານມາ ແລະ ການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຕ່າງໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ.