ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກຄະນະຈັດຕັ້ງແຂວງສາລະວັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020.
ຈຳນວນຜູ້ອ່ານ: 63
ອະນຸມັດວັນທີ: 02/07/2021

ຂ່າວ: ສຸກສະເຫຼີມພອນ  ໄມມະນີ

        ໃນວັນທີ 08 ມີຖຸນາ 2021 ໜ່ວຍພັກຄະນະຈັດຕັ້ງແຂວງສາລະວັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໂດຍການເຂົົ້າຮ່ວມຂອງສະຫາຍ ແຫວນເພັດ ລັດດາວົງ  ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງສາລະວັນ, ມີຜູ້ຕາງໜ້າຈາກຄະນະກວດກາແຂວງ, ພະແນກພາຍໃນແຂວງ ແລະ ພະນັກງານ-ສະມາຊິກພັກພາຍໃນໜ່ວຍເຂົ້ົ້າຮ່ວມທັງໜົດ 30 ສະຫາຍ, ຍິງ 12 ສະຫາຍ.

        ກອງປະຊຸມໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີຜ່ານມາ ແລະ ວາງທິດທາງແຜນການສ້າງໃນປີຖັດໄປ ສະເໜີໂດຍສະຫາຍ ເພັດສະໜອນ ພາສີ  ເລຂາໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ເຊິ່ງຜ່ານການຈັດຕັ້ງປະຕິບັດຂະບວນການວຽກງານດັ່ງກ່າວ  ໄດ້ຮັບຜົນສຳເລັດແຕ່ລະດ້ານ ດັ່ງນີ້:

        ດ້ານການເມືອງ: ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ໃນການປັບປຸງຄຸນນະພາບຂອງສະມາຊິກພັກ, ພະນັກ ງານ-ລັດຖະກອນ ດ້ວຍການຈັດຕັ້ງຮ່ຳຮຽນ, ເຊື່ອມຊຶມ,   ເຜີຍແຜ່ແນວທາງນະໂຍບາຍ ແລະ ມະຕິຕ່າງໆຂອງພັກ ເປັນຕົ້ນ: ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ເຜີຍແຜ່ຄຳສັ່ງ, ແຈ້ງການຕ່າງໆຂອງສູນກາງ ແລະ ແຂວງ. ພ້ອມກັນນັ້ນ, ຍັງໄດ້ຈັດຕັ້ງປະຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໄດ້ 6 ຄັ້ງມີຈຳນວນພົນເຂົ້າຮ່ວມ 97 ເທື່ອຄົນ, ຍິງ 30 ເທື່ອຄົນ.

        ດ້ານແນວຄິດ: ຄະນະໜ່ວຍພັກໄດ້ຖືເປັນວຽກໜຶ່ງຢູ່ໃນແຖວໜ້າ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ; ແຕ່ລະຂະແໜງການໄດ້ມີການສຳຫຼວດກວດກາກັນ ແຕ່ລະເດືອນເປັນປົກກະຕິ ໂດຍຕິດພັນກັບການສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງ.

        ດ້ານການຈັດຕັ້ງ: ໄດ້ຢຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ-ປັບປຸງພັກຢ່າງເຂັ້ມງວດ; ໄດ້ນໍາພາດໍາເນີນຊີວິດໜ່ວຍພັກ ແລະ ເສຍເງິນສະຕິພັກແຕ່ລະເດືອນເປັນປົກກະຕິ. ການດໍາເນີນຊີວິດຂອງໜ່ວຍພັກ ໄດ້ມີເນື້ອໃນເລິກເຊິ່ງຕິດແທດກັບໜ້າທີ່ການເມືອງຂອງໜ່ວຍພັກ, ມີບົດສະຫຼຸບ ແລະ ທິດທາງແຜນ ການນໍາພາໃນການຮ່ວມຊີວິດໜ່ວຍພັກ ຮັບປະກັນໄດ້ 3 ລັກສະນະຂອງພັກຄື: ລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນພັກ.

        ດ້ານແບບແຜນວິທີນຳພາ: ໄດ້ສືບຕໍ່ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ນໍາພາເປັນໝູ່ຄະນະ, ມີການແບ່ງງານ-ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດຈະແຈ້ງ, ສຽງສ່ວນໜ້ອຍປະຕິບັດຕາມສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ມີການຄົ້ນຄວ້າຕົກລົງບັນຫາສໍາຄັນຍຸດທະສາດເປັນໝູ່ຄະນະ, ປະຕິບັດລະບອບປະຊຸມ ແລະ ສ່ອງແສງລາຍງານເປັນປົກກະຕິ.

        ນໍາພາປະຕິບັດໜ້າທີ່ການເມືອງ ວຽກງານວິຊາສະເພາະ:  Œ ວຽກງານກໍ່ສ້າງພັກ ທົ່ວແຂວງມີການຈັດຕັ້ງຮາກຖານພັກທັງໜົດ 1.022 ຮາກຖານ ໃນນັ້ນ, ຄະນະພັກຮາກຖານ 37 ຮາກຖານ, ໜ່ວຍພັກຮາກຖານ 985 ໜ່ວຍ; ໃນໄລຍະ 6 ເດືອນຕົ້ນປີ 2021 ເພີ່ມຂຶ້ນ 6 ໜ່ວພັກ ແລະ 1 ຄະນະພັກຮາກຖານ; ໄດ້ຮັບຮອງແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຈຳນວນ 924 ໜ່ວຍ; ການຂະຫຍາຍສະມາຊິກພັກ ທົ່ວແຂວງ ມີສະມາຊິກພັກທັງໝົດ 14.521 ສະຫາຍ, ຍິງ 3.252 ສະຫາຍ. ໄລຍະ 6 ເດືອນຕົ້ນປີ 2021 ຂະຫຍາຍສະມາຊິກພັກເພີ່ມຂຶ້ນ 339 ສະຫາຍ, ຍິງ 120 ສະຫາຍ; ວຽກງານອອກບັດ-ມອບບັດ ມາຮອດປະຈຸບັນ ສະມາຊິກພັກສົມບູນທີ່ມີບັດແລ້ວ ທັງໜົດ 10.256 ສະຫາຍ, ຍິງ 1.929 ສະຫາຍ.  ວຽກພະນັກງານ ໄດ້ສຳເລັດສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ  5 ພະແນກການ-ອົງການ ແລະ 1 ເມືອງ ຄື: ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ໂຮງຮຽນການເມືອງ-ການປົກຄອງແຂວງ, ສະຫະພັນແມ່ຍິງແຂວງ, ພະແນກຊັບພະຍາກອນທຳ ມະຊາດ-ສິ່ງແວດລ້ອມແຂວງ ແລະ ເມືອງຕຸ້ມລານ; ການບຳລຸງ-ກໍ່ສ້າງພະນັກງານໃນໄລຍະ 6 ເດືອນຜ່ານມາ ໄດ້ສະເໜີຄະນະປະຈຳພັກແຂວງອະນຸມັດຕົກລົງພະນັກງານນໍາພາ-ຄຸ້ມຄອງຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງທັງໄລຍະສັ້ນ, ໄລຍະຍາວ, ຢູ່ພາຍໃນ ແລະ ຕ່າງປະເທດ ມີ 11 ທ່ານ ຍິງ 3 ທ່ານ.

        ໃນໂອກາດດັ່ງກ່າວ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ເປັນກຽດມອບໃບຢັ້ງຢຶນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຢ່າງສົມກຽດ ແລະ ຍ້ອງຍໍຊົມເຊີຍຕໍຜົນສຳເລັດທີ່ຍາດມາໄດ້; ພ້ອມກັບເນັ້ນ ໃຫ້ພະນັກງານ-ສະມາຊິກພັກແຕ່ລະສະຫາຍ ຕ້ອງເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເອົາໃຈໃສ່ສຶຶກສາອົບຮົມການເມືອງ-ແນວຄິດຂອງສະມາຊິກພັກ-ພະນັກງານ, ການປັບປຸງແບບແຜນວິທີເຮັດວຽກ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບ; ພ້ອມທັງສືບຕໍ່ຮັກສາການເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໝັ້ນຄົງຕະຫຼອດໄປ.