ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຄັ້ງທີ VIII
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 20/04/2021

         ໂດຍ: ນາງ ຄຳສະຫວັນ ພົມມະວົງ

          ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຄັ້ງທີ VIII ໄດ້ຈັດຂຶ້ນໃນວັນທີ 08 ເມສາ 2021 ທີ່ຫ້ອງປະຊຸມໃຫຍ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ຖະໜອມ ທຳທອງ ກຳມະການສູນກາງແນວລາວສ້າງຊາດ, ກຳມະການປະຈຳພັກ ນະຄອນຫຼວງວຽງຈັນ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ, ມີຜູ້ແທນສົມບູນ 129 ສະຫາຍ, ຍິງ 24 ສະຫາຍ, ພຣະສົງ 11 ອົງ ເຊິ່ງເປັນຕົວແທນໃຫ້ແກ່ແນວລາວສ້າງຊາດຈາກທ້ອງຖິ່ນຮາກຖານ, ອົງການຈັດຕັ້ງພາຄີ, ອົງການຈັດຕັ້ງສັງຄົມ, ຊົນເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ໃນທົ່ວນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມຄັ້ງນີ້ດຳເນີນໄປດ້ວຍຈິດໃຈສຳຄັນພາຍໃຕ້ຄຳຂັວນ “ເພີ່ມທະວີເຕົ້າໂຮມຄວາມສາມັກຄີປອງດອງ ທົ່ວປວງຊົນນະຄອນຫຼວງວຽງຈັນ, ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການປຸກລະດົມທົ່ວສັງຄົມແຂ່ງຂັນຮັກຊາດ ແລະ ພັດທະນາ, ຕາມຄຳຂັວນ 5 ຮ່ວມ (1. ຮ່ວມຢູ່ນະຄອນຫຼວງວຽງຈັນ, 2. ຮ່ວມປົກປັກຮັກສາ, 3. ຮ່ວມແກ້ໄຂບັນຫາ, 4. ຮ່ວມສ້າງສາພັດທະນາ ແລະ 5. ຮ່ວມກ້າວໄປສູ່ຄວາມວັດທະນາ) ເພື່ອຍົກສູງບົດບາດ ແລະ ຄຸນນະພາບການເຄື່ອນໄຫວຂອງແນວລາວສ້າງຊາດ ປະກອບສ່ວນສ້າງນະຄອນຫຼວງວຽງຈັນ ໃຫ້ເປັນຫົວໜ່ວຍຍຸດທະສາດໜຶ່ງທີ່ເຂັ້ມແຂງຂອງປະເທດ, ເປັນນະຄອນທີ່ນ່າຢູ່ ແລະ ຍືນຍົງ”. ກອງປະຊຸມດັ່ງກ່າວໄດ້ຜ່ານຮ່າງບົດລາຍງານການເມືອງ ທັງ 2 ພາກຄື: ພາກທີ 1 ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໃນ 5 ປີຜ່ານມາ (2015-2019) ແລະ ພາກທີ II ທັດສະນະ, ທິດທາງ, ຄາດໝາຍ ແລະ ໜ້າທີ່ ຈຸດສຸມວຽກງານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ແຕ່ປີ 2021-2025.

          ໃນລາຍງານການເມືອງ ໄດ້​ຕີ​ລາ​ຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ​ ຕີລາຄາຈູດ​ອ່ອນ, ຂໍ້​ຄົງ​ຄ້າງ ແລະ ສາ​ເຫດ ພ້ອມທັງບົດ​ຮຽນ​ທີ່ຖອດຖອນໄດ້ຈາກ​ການຊີ້ນໍາ-ນຳ​ພາການ​ຈັ​ດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ຜ່ານ​ມາ. ພ້ອມນີ້ ກອງ​ປະ​ຊຸມ​ຍັງ​ໄດ້​ເປັນ​ເອ​ກະ​ສັນ​ກັນຮັບ​ຮ​ອງ​ເອົາ​ບັນດາຄາດໝາຍສູ້ຊົນ, ທິດທາງວິທີການຈັດຕັ້ງປະຕິບັດ ແລະ ໜ້າທີ່ລະອຽດຂອງຄະນະກຳມະການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ແຕ່ປີ 2021-2025 ເຊິ່ງມີເນື້ອໃນຕົ້ນຕໍຄື: ຍົກສູງຄຸນນະພາບ ແລະ ປະສິດທິຜົນວຽກງານການເມືອງ-ແນວຄິດ, ເພີ່ມທະວີການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນຊາວນະຄອນຫຼວງວຽງຈັນ, ປຸກລະດົມຂະບວນການທົ່ວສັງຄົມ, ເພີ່ມທະວີລົງໃກ້ຊິດຕິດແທດກັບປະຊາຊົນ, ຕັ້ງໜ້າເຂົ້າຮ່ວມການປັບປຸງກໍ່ສ້າງພັກ ແລະ ອຳນາດລັດປະຊາທິປະໄຕປະຊາຊົນ, ເພີ່ມທະວີການຕິດຕາມ-ກວດກາ ແລະ ສືບຕໍ່ການພົວພັນແລກປ່ຽນບົດຮຽນກັບອົງການແນວໂຮມຂອງບັນດານະຄອນ ແລະ ແຂວງປະເທດເພື່ອນມິດຍຸດທະສາດ; ຜັນຂະຫຍາຍຍຸດທະສາດຂອງນະຄອນຫຼວງວຽງຈັນ, ຍຸດທະສາດຂອງສູນກາງແນວລາວສ້າງຊາດ ເພື່ອປະກອບສ່ວນພັດທະນານະຄອນຫຼວງວຽງຈັນ ໃຫ້ກາຍເປັນນະຄອນທີ່ນ່າຢູ່, ຍືນຍົງ ຕາມແຜນພັດທະນາຂອງແນວລາວສ້າງຊາດນະຄອນຫຼວງວຽງຈັນກຳນົດໄວ້ ເຊິ່ງປະກອບດ້ວຍ 6 ແຜນງານ 42 ໂຄງການ 230 ກິດຈະກໍາ.

          ໃນກອງປະຊຸມ ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນຮັບຮອງເອົາຄະນະກຳມະການແນວລາວສ້າງຊາດນະຄອນຫຼວງວຽງຈັນ ທັງໝົດ 129 ສະຫາຍ, ຍິງ 25 ສະຫາຍ, ພຣະສົງ 11 ອົງ, ຄະນະປະຈຳ 5 ສະຫາຍ, ຍິງ 1 ສະຫາຍ ໂດຍຮັບຮອງເອົາສະຫາຍ ຖະໜອມ ທຳທອງ ເປັນປະທານແນວລາວສ້າງຊາດ ນວ, ສະຫາຍ ແສງພອນ ສຸວັນນີ, ສະຫາຍ ນາງ ສົມປະເສີດ ສີຫາລາດ, ສະຫາຍ ສົມໃຈ ຈົ່ງຊົ່ງເຕັ່ງ ເປັນຮອງປະທານແນວລາວສ້າງຊາດ ນວ.

         ໃນຕອນທ້າຍຂອງກອງ​ປະ​ຊຸມ ສະຫາຍ ປອ ອານຸພາບ ຕຸນາລົມ ໄດ້​ມີ​ຄຳເຫັນ​ໂອ້​ລົມ​ຕໍ່ກອງປະຊຸມດັ່ງກ່າວ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະ 5 ປີຜ່ານມາ ແລະ ສະແດງຄວາມເປັນຫ່ວງເປັນໄຍຕໍ່ຂໍ້ຄົງຄ້າງ ພ້ອມກັບໃຫ້ທິດຊີ້ນໍາໃນການເຄື່ອນໄຫວວຽກງານໃນຕໍ່ໜ້າ; ສືບຕໍ່ຍົກສູງບົດບາດການນຳພາ, ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກຕ້ອງ, ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີທຸກກຳລັງແຮງຈາກທົ່ວສັງຄົມ ເພື່ອພ້ອມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນງານ-ໂຄງການທີ່ກອງປະຊຸມໄດ້ວາງຄາດໝາຍເອົາໄວ້ໃຫ້ປະກົດຜົນເປັນຈິງ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນປະເສີດຂອງແນວລາວສ້າງຊາດທີ່ມີມາແຕ່ມື້ສ້າງຕັ້ງໃຫ້ຄົງຢູ່ຄູ່ແນວລາວສ້າງຊາດຕະຫຼອດໄປ.

          ກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະກຳມະການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ບັນດາອົງການຈັດຕັ້ງພາຄີ, ອົງການຈັດຕັ້ງສັງຄົມ, ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາ ສະໜາ, ເພດ-ໄວ, ກຳລັງປະກອບອາວຸດ, ພະນັກງານ-ລັດຖະກອນ, ນັບທັງຄົນລາວທີ່ອາໄສຢູ່ຕ່າງປະເທດ ແລະ ຄົນຕ່າງດ້າວ ທີ່ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີປອງດອງ ແລະ ມູນເຊື້ອອັນດຸໝັ່ນຂະຫຍັນພຽນ ເພື່ອປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນານະຄອນຫຼວງວຽງຈັນ ໃຫ້ຮັ່ງມີເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.