ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI
ຈຳນວນຜູ້ອ່ານ: 100
ອະນຸມັດວັນທີ: 19/04/2021

ໂດຍ: ແສງແກ້ວ ພົມມະວົງ

        ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດຳເນີນຢ່າງເປັນທາງການ ໃນລະຫວ່າງວັນທີ 1-3 ມີນາ 2021 ທີ່ສຳນັກງານສູນກາງພັກ ໂດຍການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ມີບັນດາກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາກຳມະການສູນກາງພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສຳຄັນດັ່ງນີ້:

  1. ຕີລາຄາຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລືກ່ຽວ ກັບຄວາມຮັບຜິດຊອບຂອງສູນກາງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອແນ່ໃສ່ການຫັນປ່ຽນໃໝ່ຢ່າງແຂງແຮງ,​ ເລິກເຊິ່ງ,​ ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກຳນົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນຳພາ-ຊີ້ນຳໃນແຕ່ລະຂົງເຂດວຽກງານຕິດພັນກັບການຍົກສູງຄວາມເປັນເຈົ້າການຂອງຄະນະພັກບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫຼວງ ໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດຂອງຕົນ, ເຊື່ອມຊຶມທັງນຳພາເຮັດຕົວຈິງແຕ່ຫົວທີ.
  2. ຮັບຮອງແຜນດຳເນີນງານຕະຫຼອດໄລຍະ 5 ປີ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍ່ຄືການກຳ ນົດວຽກຈຸດສຸມທີ່ສູນກາງຈະໄດ້ຊີ້ນຳໃນແຕ່ລະໄລຍະ ເພື່ອກຳນົດແບບແຜນເຄື່ອນໄຫວ ແລະ ວິທີນຳພາຂອງຄະນະບໍລິຫານງານສູນກາງພັກໃຫ້ຈະແຈ້ງ, ເປັນລະບົບ, ມີຈຸດສຸມ, ສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນຂອງສັງຄົມຕໍ່ການນຳພາຂອງພັກ, ສົມທົບຢ່າງກົມກຽວລະຫວ່າງການແກ້ໄຂບັນຫາທີ່ເປັນພື້ນຖານ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກັບການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນແຕ່ລະໄລຍະຕາມສະ ພາບການຕົວຈິງ ເພື່ອເປັນບ່ອນອີງໃຫ້ແກ່ການກຳນົດຄວາມຮັບຜິດຊອບ, ສົ່ງເສີມຄວາມເປັນເຈົ້າການ ກ້າຄິດ, ກ້າປະຕິບັດ, ກ້າຮັບຜິດຊອບຂອງບັນດາສະຫາຍກຳມະການສູນກາງພັກ, ທັງເປັນບ່ອນອີງໃນການຕີລາຄາຄວາມສາມາດນຳພາຂອງກຳມະການສູນກາງພັກແຕ່ລະສະຫາຍ ໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ.
  3. ຮັບຮອງເອົາມະຕິວ່າດ້ວຍລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະກັນການຍົກສູງບົດບາດການນຳພາຂອງພັກ ແລະ ການປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງເຂັ້ມງວດ.
  4. ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ເຊິ່ງໄດ້ຜ່ານການປະກອບຄຳເຫັນຫຼາຍເທື່ອ ແລະ ໄດ້ ຜ່ານຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກມາແລ້ວ ແລະ ກອງປະຊຸມຄົບຄະນະ ຄັ້ງ ທີ 2 ສະໄໝທີ XI ໄດ້ສືບຕໍ່ກວດຄືນບາງໂຕເລກ ແລະ ບາງຄາດໝາຍໃຫ້ຄອດຄ່ອງ ແລະ ສົມບູນຍິ່ງຂຶ້ນ ເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດຮັບຮອງເອົາຕາມກົດໝາຍ.
  5. ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນເອກະພາບຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ການແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI  ເພື່ອແນ່ໃສ່ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ນຳໄປສູ່ການຈັດຕັ້ງປະຕິບັດຕົວຈິງດ້ວຍຄວາມຮັບຜິດຊອບຂອງແຕ່ລະສະຫາຍກຳນົດໃຫ້ມີປະສິດທິພາບ ແລະ ປະສິທິຜົນສູງ.

        ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເນັ້ນໜັກໃຫ້ທົ່ວພັກ,​ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນຮູບປະທຳ ແລະ ໄດ້ຮັບການຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້; ຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ ແລະ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄປເຜີຍແຜ່ເຊື່ອມຊຶມ ແລະ ຊີ້ນຳການຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງຕາມສະພາບການຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເອົາໃຈໃສ່ນຳພາ-ຊີ້ນຳ, ປັບປຸງ, ຍົກສູງຄວາມສາມາດ ແລະ ຄຸນນະພາບໃນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ປະກົດຜົນສຳເລັດສູງຂຶ້ນກວ່າເກົ່າ.