ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ປະກາດຮັບຮອງແຜນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ.
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 02/04/2021

ໂດຍ: ພາພອນ ນະວົງໄຊ

          ພິທີປະກາດຮັບຮອງແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກພະແນກສຶກສາ ທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 1 ເມສາ 2021 ທີ່ຫ້ອງປະຊຸມພະແນກຂອງຕົນ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ເລັ່ງຊົ່ງ ຕົ່ງສີ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ແລະ ສະຫາຍ ຢົງຢີ ລີເຍ່ຍວື່ ເລຂາໜ່ວຍພັກພະແນກສຶກສາທິການ ແລະ ກິລາແຂວງ, ມີເລຂາ-ຮອງເລຂາ ໜ່ວຍພັກຈາກກຸ່ມວັດທະນະທໍາສັງຄົມ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

          ໂອກາດດັ່ງກ່າວ ສະຫາຍ ຢົງຢີ ລີເຍ່ຍວື່ ເລຂາໜ່ວຍພັກພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານ ບົດສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2020 ແລະ ແຜນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັ້ນ ປະຈໍາປີ 2021 ເຊິ່ງຕະຫລອດໄລຍະ 1 ປີຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາສະມາຊິກພັກ, ພະນັກງານ-ລັດຖະກອນ ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບຂອງພັກ, ກົດໝາຍຂອງລັດ ເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ສະມາຊິກພັກ, ພະນັກງານ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີເປັນປຶກແຜ່ນ ຢຶດໝັ້ນຕໍ່ອຸດົມການຂອງພັກ.

          ດ້ານວຽກງານວິຊາສະເພາະກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ ເຮັດໃຫ້ວຽກງານສຶກສາທິການ ແລະ ກິລາແຂວງມີການພັດທະນາສູ່ບາດກ້າວໃໝ່. ພ້ອມກັນນັ້ນ ໃນພິທີ ໄດ້ເປັນເອກະພາບກັນຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂອງໜ່ວຍພັກ ໃນປີຕໍ່ໄປ.

          ໂອກາດດັ່ງກ່າວ ສະຫາຍ ເລັ່ງຊົ່ງ ຕົ່ງສີ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊື່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ ພ້ອມດ້ວຍບັນດາສະຫາຍສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍລວມຂອງພັກກໍ່ຄືແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂອງຕົນ ໃຫ້ມີຜົນສຳເລັດ, ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ສຶກສາທິການ ແລະ ກິລາ ທົ່ວແຂວງໄຊສົມບູນ ໃຫ້ໄດ້ຮັບການພັດທະນາສູ່ຄຸນນະພາບໃໝ່, ຮັບປະກັນໃຫ້ໜ່ວຍພັກໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີຕໍ່ໄປ.