ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ.
ຈຳນວນຜູ້ອ່ານ: 45
ອະນຸມັດວັນທີ: 16/03/2021

ໂດຍ: ວິລະສະໄໝ ຍົດບຸນມີ

          ໃນເດືອນມີນາ 2021 ມີຫຼາຍພາກສ່ວນໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ; ໃນນີ້ ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຂຶ້ນໃນວັນທີ 15 ມີນາ ໂດຍການເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ. ຢູ່ກະຊວງກະສິກຳ ແລະ ປ່າໄມ້ ຈັດຂຶ້ນໃນວັນທີ 30 ມີນາ ໂດຍການເປັນປະທານຂອງສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ມີບັນດາສະຫາຍຄະນະພັກ ຄະນະນຳກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກອ້ອມຂ້າງ ພ້ອມດ້ວຍສະມາຊິກພັກ-ພະນັກງານເຂົ້າຮ່ວມ.

          ພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນຂອງພັກຂອງຊາດໃນລັກສະນະນີ້ ໄດ້ຈັດຂຶ້ນສືບທອດກັນມາ ເປັນປົກກະຕິ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ໄດ້ຮັບຮູ້, ເຊື່ອຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບປະຫວັດສາດ ແລະ ຄວາມເປັນມາຂອງພັກປະຊາຊົນປະຕິວັດລາວ, ຮູ້ໄດ້ເຖິງຄວາມຈຳເປັນໃນການສ້າງຕັ້ງພັກ, ຮຽນຮູ້ບັນດາໂຄງການ ການເມືອງຂອງພັກໃນແຕ່ລະໄລຍະ, ຜົນງານແຫ່ງການຊີ້ນຳ-ນຳພາຂອງພັກ ແລະ ມູນເຊື້ອທາດແທ້ຂອງພັກ; ພ້ອມນີ້ ໃນພິທີຍັງໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຕໍ່ສະພາບການ ແລະ ເຫດການການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ທັງແບບ ເກົ່າ ແລະ ໃໝ່ ຢ່າງພິລະອາດຫານຂອງການນຳພັກ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນເຫດການໃນເດືອນມີນາ ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 21 ມີນາ 1946 ແມ່ນວັນຄຽດແຄ້ນຂອງປະຊາຊົນລາວ ແລະ ປະຊາຊົນຊາວເມືອງທ່າແຂກ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເຊິ່ງການເຜີຍແຜ່ເຊື່ອມມູນເຊື້ອຄືດັ່ງກ່າວນີ້ ເຮັດໃຫ້ພວກເຮົາໄດ້ຮຽນຮູ້ປະຫວັດສາດເພື່ອເປັນບົດຮຽນກ້າວເດີນໄປຂ້າງໜ້າຢ່າງຖືກຕ້ອງ ແລະ ເໝາະສົມ.