ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີມອບ - ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2020 ແລະ ມອບ-ຮັບບັດສະມາຊິກພັກ ຊຸດທີ 4
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 10/03/2021

ໂດຍ: ສ.ສົດໃສ

    ເພື່ອ​ປະຕິບັດ​ຕາມ​ກົດ​ລະບຽບ​ພັກປະຊາຊົນ​ປະຕິວັດ​ລາວ ສະ​ໄໝທີ X ຂອງ​ພັກ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກ​ທີ 01/ກມສພ ວ່າດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ​ເຂັ້ມ​ແຂງ ໜັກ​ແໜ້ນ. ໃນວັນທີ 10 ມີນາ 2021 ຄະ​ນະ​ພົວ​ພັນ​ຕ່າງ​ປະເທດ​ສູນ​ກາງ​ພັກ (ຄຕພ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 05 ໜ່ວຍພັກຂຶ້ນກັບອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ສະໄໝທີ 2 ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຈໍານວນ 13 ສະຫາຍ, ໂດຍມີສະ​ຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວ​ໜ້າ​ຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະພັກ, ບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນ ຄຕພ ເຂົ້າຮ່ວມ.

    ໃນພິທີ ສະຫາຍ ນາງ ພອນດາວັນ ພິນສະຫວັນ, ຫົວໜ້າຫ້ອງການພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານບົດສະຫຼຸບລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດຕາມແຜນການໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ແລະ ທິດທາງແຜນການໃນປີຕໍ່ໜ້າ, ຜ່ານການປະເມີນຜົນເຫັນວ່າ ໜ່ວຍພັກສາມາດປະຕິບັດໄດ້ຕາມຄາດໝາຍ ແລະ ສະມາຊິກພັກມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານຈຳນວນ ແລະ ຄຸນນະພາບ ສາມາດຮັກສາໄດ້ນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຊິ່ງສະແດງເຖິງຄວາມເອົາໃຈໃສ່ຢ່າງໃກ້ຊິດໃນການຊີ້ນໍາ-ນໍາພາຂອງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ.

    ໃນພິທີ​ດັ່ງກ່າວ ຍັງໄດ້ຈັດ​ໃຫ້​ມີພິທີມອບ​-ຮັບບັດສະມາຊິກພັກ ໃຫ້ສະມາຊິກພັກສົມບູນ ຊຸດທີ 4 ທີ່ຄົບມາດຖານເງື່ອນໄຂຂອງພັກ ມີຈໍານວນ 13 ສະຫາຍ.

    ໃນຕອນ​ທ້າຍພິທີ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ກຽດມີ​ຄຳ​​ເຫັນໂອ້ລົມ ​ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງບັນດາໜ່ວຍພັກໃນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ​ແໜ້ນ ຕະຫຼອດໄລຍະ 1 ປີຜ່ານມາ ເຊິ່ງປະກອບມີໜ່ວຍພັກຫ້ອງການ, ໜ່ວຍພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມອາຊີ-ປາຊີຟິກ ແລະ ອາຟຣິກກາ, ໜ່ວຍພັກກົມຄົ້ນຄວ້າ-ສັງລວມ ແລະ ໜ່ວຍພັກກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ, ພ້ອມ​ນີ້ ສະຫາຍ​ມີຄວາມເຊື່ອໝັ້ນວ່າ ບັນດາໜ່ວຍພັກດັ່ງກ່າວຈະສືບຕໍ່ນຳພາໜ່ວຍພັກຂອງຕົນ ເຮັດສໍາເລັດໜ້າທີ່ການເມືອງທີ່​ໄດ້​ຮັບ​ມອບ​ໝາຍ, ສຶບຕໍ່ເປັນແບບຢ່າງທີ່​ດີ ຮັກສາ​ໄດ້​ມູນ​ເຊື້ອໜ່ວຍພັກປອດໃສ ເຂັ້ມແຂງ ໜັກ​ແໜ້ນຕະຫຼອດ​ໄປ ເພື່ອຈັດ​ຕັ້ງ​ຜັນ​ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິຂອງກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ມີຜົນສໍາເລັດ ແລະ ເປັນການສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກທີ່ຈະຈັດຂຶ້ນໃນມໍ່ໆນີ້…ຯ​