ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີ ມອບ-ຮັບ ໜ້າທີ່ປະທານຄະນະກວດກາສູນກາງພັກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ຈຳນວນຜູ້ອ່ານ: 45
ອະນຸມັດວັນທີ: 09/02/2021

ໂດຍ: ສ.ສົດ​ໃສ

          ປະຕິບັດຕາມມະຕິຕົກລົງຂອງ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະເລີກ ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ທີ່​ໄດ້​ເລືອກ​ຕັ້ງ​ປະທານ ​ແລະ ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ.

          ໃນ​ວັນ​ທີ 5 ກຸມພາ 2021 ຄະນະ​ກວດກາ​ສູນ​ກາງ​ພັກ ​ໄດ້​ຈັດ​ພິທີ​ມອບ-ຮັບ ໜ້າທີ່ປະທານຄະນະ​ກວດກາ​ສູນ​ກາງ​ພັກ ລະຫວ່າງສະຫາຍ ປອ ບຸນ​ທອງ ຈິດ​ມະນີ ​(ຜູ້​ເກົ່າ) ​ແລະ ສະຫາຍ ປ​ອ ຄຳ​ພັນ ພົມ​ມະ​ທັດ​ (ຜູ້​ໃໝ່) ​ໂດຍເປັນກຽດ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິຍານ​ຂອງ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ ​ເລຂາ​ທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ສະຫາຍ ປອ ຄຳ​ພັນ ​ເຜີຍ​ຍະ​ວົງ ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ສະຫາຍ ປອ ທອງ​ສະລິດ ມັງ​ໜໍ່​ເມກ ຫົວໜ້​າຫ້ອງ​ວ່າການ​ສູນ​ກາງ​ພັກ, ມີ​ບັນດາ​ສະຫາຍຄະນະ​ພັກ-ຄະນະ​ນຳ ຄະນະ​ກວດກາ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ສະມາຊິກ​ພັກ ​ແລະ ພະນັກງານ​ພາຍ​ໃນ​ຄະນະ​ກວດກາ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.

          ພິທີ​ດັ່ງ​ກ່າວ ຜູ້​ເຂົ້າ​ຮ່ວມ​​ໄດ້​ຮັບ​ຟັງ​ການ​ຜ່ານບົດ​ສະຫຼຸບຫຍໍ້ການ​ເຄື່ອນ​ໄຫວ​ວຽກ​ງານ​ກວດກາ 10 ປີ (2011-2020) ​ແລ​ະ ທິດ​ທາງ​ວຽກ​ງານ​ກວດກາ​ໃນ​ຕໍ່ໜ້າ ນຳ​ສະ​ເໜີ​ໂດຍ​ສະຫາຍ ສີ​ໄນ ມຽງ​ລາ​ວັນ ຮອງ​ເລຂາ​ຄະນະ​ພັກ, ຮອງ​ປະທານຄະນະ​ກວດກາ​ສູນ​ກາງ​ພັກ.

          ຕໍ່​ຈາກ​ນັ້ນ, ສະຫາຍ ປອ ບຸນ​ທອງ ຈິດ​ມະນີ ປະທານຄະນະ​ກວດກາ​ສູນ​ກາງ​ພັກ ຜູ້​ເກົ່າ ​ໄດ້​ມີ​ຄຳ​ເຫັນ​ກ່າວ​ມອບ​ໜ້າ​ທີ່​ໃຫ້​ແກ່​ສະຫາຍ ປອ ຄຳ​ພັນ ພົມ​ມະ​ທັດ ປະທານຄະນະ​ກວດກາ​ສູນ​ກາງ​ພັກ ຜູ້​ໃໝ່ ພ້ອມ​ດ້ວຍ​​ເຊັນ​ບົດ​ບັນທຶກມອບ​-ຮັບ​ ໜ້າທີ່ຕໍ່ກັນ.

          ໂອກາດເຂົ້າຮ່ວມ​ພິທີທີ່​ມີ​ຄວາມ​ໝາຍສຳຄັນ​ນີ້ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ​ເລຂາ​ທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວຫຼາຍບັນຫາສຳຄັນ ໂດຍສະເພາະຕໍ່ປະທານຄະນະກວດກາສູນກາງພັກ ຜູ້ເກົ່າ ແລະ ຜູ້ໃໝ່ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານການປະກອບສ່ວນຂອງສະຫາຍ ບຸນທອງ ຈິດມະນີ ຕໍ່ການຕິດຕາມກວດກາ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ກົດລະບຽບຂອງພັກ 2 ສະໄໝທີ່ຜ່ານມາມີການປ່ຽນແປງຫຼາຍດ້ານທີ່ຕັ້ງໜ້າໄປສູ່ຄຸນນະພາບໃໝ່ ອັນພົ້ນເດັ່ນແມ່ນການສະເໜີໃຫ້ອອກທິດຊີ້ນຳກ່ຽວກັບການແກ້ໄຂພະຍາດອາດຍາສິດ ແລະ ຕ້ານການສໍ້ລາດບັງຫຼວງ; ການປັບປຸງປົວແປງໃນທົ່ວພັກ ກໍຄືການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກພັກ-ລັດ ແລະ ສະມາຊິກພັກ-ພະນັກງານ ເຊິ່ງເປັນຜົນສຳເລັດທີ່ໜ້າຊື່ນຊົມຂອງຄະນະກວດກາແຕ່ລະຂັ້ນ; ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ທຸກສະຫາຍພາຍໃນຄະນະກວດກາສູນກາງພັກ ຈົ່ງພ້ອມກັນຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ສະໜັບສະໜູນຊ່ວຍເຫຼືອສະຫາຍ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ຜູ້ໃໝ່ ເຮັດໜ້າທີ່ອັນສຳຄັນ, ໜັກໜ່ວງ ແລະ ມີກຽດສະຫງ່ານີ້ມີຜົນສຳເລັດດ້ວຍຄຸນນະພາບໃໝ່ ຕອບສະໜອງໄດ້ການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃນການແກ້ໄຂບັນຫາຢູ່ພາຍໃນພັກ-ລັດ ກໍຄືຢູ່ໃນສັງຄົມໃຫ້ຕົກໄປເປັນກ້າວໆ ແລະ ມີການຫັນປ່ຽນໃໝ່ທີ່ຈະແຈ້ງ…ຯ