ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2020
ຈຳນວນຜູ້ອ່ານ: 79
ອະນຸມັດວັນທີ: 08/02/2021

ໂດຍ: ນັກຂ່າວລາວໂທລະຄົມ

ພາບ: ບານ ມູນປະເສີດ

          ໃນຕອນບ່າຍຂອງວັນທີ 05 ກຸມພາ 2021 ຢູ່ທີ່່ສຳນັກງານໃຫຍ່ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2020 ພາຍໃຕ້ການເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມມີທ່ານ ປະລິນຍາເອກ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຜູ້ແທນກອງປະຊຸມຈາກ ລລທ ສູນກາງ, ສາຂາແຂວງທົ່ວປະເທດ, ບໍລິສັດລາວໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມທັງໝົດ 231 ທ່ານ.

          ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່່ອນໄຫວວຽກງານດຳເນີນທຸລະກິດໃນປີ 2020 ແລະ ທິດທາງແຜນການໃນປີ 2021 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນໜຶ່ງປີຜ່ານມາເປັນຕົ້ນແມ່ນ: ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 31,7 ລ້ານໂດລາສະຫະລັດ; ປັດຈຸບັນມີ​​ສະຖານີ​ມື​ຖືທັງ​ໝົດ 8.729 ສະຖານີ ໃນ​ນີ້: GSM 2G ຈໍານວນ 1.938 ສະຖານີ, 3G ຈໍານວນ 3.135 ສະຖານີ, 4G ຈໍານວນ 3.019 ສະຖານີ, 4,5G ຈໍານວນ 629 ສະຖານີ ແລະ 5G ຈຳນວນ 8 ສະຖານີ (ມີ​ສັນຍານ​ໂທລະສັບ​ມື​ຖື​ຄວບ​ຄຸມ​ໄດ້ທົ່ວປະເທດ, ກວມປະຊາກອນ 72%, ໃນນັ້ນ 4G ກວມ 67%), IPCore/IPRAN 1.589 ສະຖານີ ແລະ FTTH ຈຳນວນ 74.345 Ports ກວມ 15,76% ຂອງຫຼັງຄາເຮືອນໃນເຂດເທດສະບານ.

          ທັງໝົດເຫຼົ່ານັ້ນ ມັນໄດ້ກາຍເປັນປັດໃຈຫຼັກຊຸກຍູ້ໃຫ້ລາວໂທລະຄົມ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນມີລູກຄ້າໃຊ້ໂທລະສັບມືຖືໃນລະບົບ ຈໍານວນ 1.4 ລ້ານເລກໝາຍ, ໂທລະສັບຕັ້ງໂຕະ 31 ພັນເລກໝາຍ, ໂທລະສັບວິນໂຟນ 274 ພັນເລກໝາຍ ແລະ ອິນເຕີເນັດ 1.2 ລ້ານລູກຄ້າ; ໃນປີ 2020 ສາມາດສ້າງລາຍຮັບໄດ້ທັງໝົດ 1.758,4 ຕື້ກີບ (ລວມອາກອນ), ໃນນັ້ນມີກໍາໄລສຸດທິ 197,5 ຕື້ກີບ; ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 308,4 ຕື້ກີບ, ເຊິ່ງກວມເອົາອັດຕາສ່ວນ 17,5% ຂອງລາຍຮັບທີ່ລາວໂທລະຄົມປະຕິບັດໄດ້ໃນປີ 2020, ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ. ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມເປັນມູນຄ່າ 5,4 ຕື້ກວ່າກີບ ໃນນັ້ັ້ັນອັນພົ້ນເດັ່ນໄດ້ຊຸກຍູ້ລັດຖະບານໃນການຄວບຄຸມ ແລະ ຕ້ານພະຍາດ COVID-19 ມູນຄ່າ 2 ຕື້ກວ່າກີບ, ຍັງໄດ້ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຖະບານຈຳນວນໜຶ່ງໃນມູນຄ່າ 7,9 ຕື້ກວ່າກີບ.

          ສຳລັບທິດທາງແຜນການປີ 2021, ລາວໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃໝ່ໃຫ້ເພີ່ມຂຶ້ນ 3 ລ້ານກວ່າເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.832,3 ຕື້ກີບ (ລວມອາກອນ), ທຽບໃສ່ປີ 2020 ເພີ່ມຂຶ້ນ 4,2% ຄາດຄະເນກໍາໄລສຸດທິໃຫ້ໄດ້ 292,3 ຕື້ກີບ ເພີ່ມຂຶ້ນ 47,9% ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນ 321,52 ຕື້ກີບ; ນອກຈາກນັ້ນຍັງຈະໄດ້ລົງທຶນທັງໝົດ 35,3 ລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ເພື່ອຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ, ທັງໝົດນີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life.