ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະກວດກາສູນກາງພັກ ສະຫຼຸບວຽກງານກວດກາທົ່ວປະເທດປະຈຳປີ 2020 ແລະ ປະຈຳ 5 ປີ (2016-2020)
ຈຳນວນຜູ້ອ່ານ: 64
ອະນຸມັດວັນທີ: 04/02/2021

ໂດຍ: ສ.ສົດ​ໃສ

     ໃນ​ລະຫວ່າງວັນ​ທີ 28-29 ມັງກອນ 2021 ຄະນະ​ກວດກາ​ສູນ​ກາງ​ພັກ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດ​ປະຈຳ​ປີ 2020 ​ແລະ ປະຈຳ 5 ປີ (2016-2020) ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ສະຫາຍ ປອ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມື​ອງສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຜູ້​ປະຈຳການ​ເລຂາທິການ​ສູນ​ກາງ​ພັກ​ສະ​ໄໝທີ XI, ປະທານ​ອົງການ​ກວດກາ​ລັດຖະບານ, ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ; ສະຫາຍ ຄຳ​ພັນ ພົມ​ມະ​ທັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ​ສະ​ໄໝ​ທີ XI, ມີ​ບັນ​ດາ​ສະຫາຍຄະນະ​ປະຈຳ​ພັກ, ກະຊວງ-ອົງການ, ​ແຂວງ, ນະຄອນ, ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ​ແລະ ອົງການ​ກວດກາ​ລັດຖະບານ, ບັນດາ​ປະທານ-ຮອງ​ປະທານ​ຄະນະ​ກວດກາ​ກະຊວງ-ອົງການ, ​ແຂວງ-ນະຄອນຫຼວງ, ຫົວໜ້າ-ຮອງ​ຫົວໜ້າ​ກົມ ພ້ອມ​ດ້ວຍ​ສະມາຊິກ​ພັກ-ພະນັກງານ​ຫຼັກ​ແຫຼ່ງທົ່ວ​ຄະນະ​ກວດກາ​ສູ​ນກາງ​ພັກ-ອົງການ​ກວດກາ​ລັດຖະບານ​​ເຂົ້າ​ຮ່ວມ​ທັງ​ໝົດ 400 ກວ່າ​ສະ​ຫາຍ.

     ກອງ​ປະຊຸມ​ຄັ້ງນີ້ ບັນ​ດາ​ຜູ້​ເຂົ້າ​ຮ່ວມກອງ​ປະຊຸມ​ໄດ້​ຮັບ​ຟັງການ​ຜ່ານ​ຮ່າງ​ບົດ​ສະຫຼຸບ​ຕີ​ລາຄາ​ການ​ເຄື່ອ​ນ​ໄຫວ​ວຽກ​ງານກວດກາ ວຽກງານ​ຕິ​ດຕາມ-ກວດກາ ​ແລະ ສະກັດ​ກັ້ນ-ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ປະຈຳປີ 2020 ແລະ ​ 5 ປີ (2016-2020) ​ແລະ ທິດ​ທາງ​ແຜນການ ປີ 2021 ແລະ 5 ປີ ​ໃນ​ຕໍ່ໜ້າ ເຊິ່ງສະເໜີໂດຍ​​ສະຫາຍ ສີ​​ໃນ ມຽງ​ລາ​ວັນ ຮອງ​​ເລຂາ​ຄະນະ​ພັກ, ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ, ຮອງ​ປະທານ​ອົງການ​ກວດກາ​ລັດຖະບານ.         

     ​ເຊິ່ງໃນ​ໄລຍະ 5 ປີຜ່ານ​ມາ ຄະນະ​ພັກ, ອົງການ​ປົກຄອງຄະນະ​ກວດກາ​ພັກ-ອົງການ​ກວດກາ​ລັດຖ​ະບານ ແຕ່ລະ​ຂັ້ນ ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກວດກາ​ຕາມ​ພາລະ​ບົດ​ບາດ, ໜ້າ​ທີ່, ຂອບ​ເຂດ​ສິດ​ຂອງ​ຕົນ ​ໂດຍ​ໄດ້​ສືບ​ຕໍ່​ຄົ້ນຄວ້າ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ​ແລະ ກອງປະຊຸມ​ວຽກ​ງານ​ກວດກາ​ທົ່ວ​ປະ​ເທດ​ຄັ້ງ​ທີ III ​ເປັນ​ນິຕິ​ກຳ​ຈຳນວນ​ໜຶ່ງ​ເປັນ​ຕົ້ນ: ອອກ​ຂໍ້​ກຳນົດ​ວ່າ​ດ້ວຍ​ລະບຽບ​ການ​ຄົ້ນຄວ້າ​ພິຈາລະນາ​ຄຳ​ຮ້ອງ​ຟ້ອງ, ຮ້ອງທຸກ-ຄຳ​ສະ​ເໜີ; ຂໍ້​ກຳນົດ​ວ່າ​ດ້ວຍ​ລະບຽບ​ການ​ຕິດຕາມ, ກວດກາ​ຂອງ​ແນວ​ລາວ​ສ້າງ​ຊາດ ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນຕໍ່​ບັນດາ​ອົງການ​ອຳນາດ​ລັດ; ຮ່າງ​ບົດ​ບັນທຶກ​ການ​ພົວພັນ​ລະຫວ່າງ​ອົງການ​ກວດກາ​ລັດຖະບານ ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສານ​ປະຊາຊົນ​ສູງ​ສຸດ ​ແລະ ກະຊວງ​ຍຸດຕິ​ທຳ ​ໃນ​ການ​ດຳ​ເນີນ​ຄະດີ​ສໍ້​ລາດ​ບັງຫຼວງ; ຮ່າງ​ກຳ​ນົດວ່າ​ດ້ວຍ​ລະບຽບ​ໃຫ້​ສື່​ມວນ​ຊົນ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ຕິດຕາມ, ກວດກາ​ການ​ປະຕິບັດ​ໜ້າ​ທີ່ ​ແລະ ການ​ດຳ​ລົງ​ຊີວິດ​ຂອງ​ສະມາຊິກ​ພັກ-ພະນັກງານ ມະຕິ​ວ່າ​ດ້ວຍ​ການ​ແກ້​ໄຂ​ພະຍາ​ອາດຍາ​ສິດ, ສະ​ກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ ​ແລະ ອື່ນໆ.

     ນອກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງລາຍງານລົງເລິກກ່ຽວກັບວຽກງານຕິດຕາມ-ກວດກາພັກ, ວຽກງານການຕິດຕາມຜົນຂອງການກວດສອບ, ວຽກງານຕ້ານການສະກັດກັ້ນການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ, ວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ແລະ ວຽກງານຕິດຕາມ-ກວດກາການປະຕິບັດຜົນຂອງການກວດສອບ ຈາກບັນດາກົມທີ່ກ່ຽວຂ້ອງ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳເຫັນຕາມການເຈາະຈິ້ມຂອງປະທານກອງປະຊຸມ.

     ຕອນທ້າຍກອງປະຊຸມ ສະຫາຍ ປອ. ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ເພື່ອເປັນການໃຫ້ທິດຊີ້ນໍາໃນການສືບຕໍ່ເສີມຂະຫຍາຍດ້ານຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານກວດກາ ແລະ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນຊຸມປີຜ່ານມາ ເຊິ່ງສະຫາຍໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນແມ່ນການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດໃນແຕ່ ລະຂັ້ນ ໂດຍໃຫ້ສຸມໃສ່ຕິດຕາມ-ກວດກາປະຕິບັດພາລະບົດບາດ, ໜ້າທີ່, ການໃຊ້ສິດອຳນາດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ; ການປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດຕ່າງໆຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ການເກັບລາຍຮັບເຂົ້າງົບປະມານ, ການປະຕິບັດກົດໝາຍພາສີ-ອາກອນ, ກົດໝາຍງົບປະມານ ແລະ ອື່ນໆ ໂດຍນຳເອົາເນື້ອໃນຈິດໃຈອັນສຳຄັນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ດີ ແລະ ມີປະສິດທິຜົນບັນລຸຕາມຄາດໝາຍທີ່ວາງໄວ້.