ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສັງລວມຫຍໍ້ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ-ນະຄອນຫຼວງ ແລະ ກະຊວງ-ອົງການ
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 08/01/2021

ໂດຍ: ວິລະສະໄໝ ຍົດບຸນມີ

          ໂດຍປະຕິບັດຕາມກົດລະບຽບພັກ ສະໄໝທີ X, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ; ໃນທ້າຍປີ 2020 ມີຫຼາຍອົງຄະນະພັກໄດ້ສໍາເລັດກອງປະຊຸມໃຫຍ່ຂອງຕົນ ກອງປະຊຸມດັ່ງກ່າວໄດ້ຜ່ານຮ່າງລາຍງານການເມືອງ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກ, ສະຫຼຸບໝາກຜົນທີ່ໄດ້ຮັບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຂອງຕົນຄັ້ງຜ່ານມາ, ຕີລາຄາດ້ານ ທີ່ຕັ້ງໜ້າ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງວາງທິດທາງແຜນການພັດທະນາຂະແໜງການຂອງຕົນໃນ 5 ປີ ຕໍ່ໜ້າ, ຈາກນັ້ນ ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ເພື່ອເປັນແກນນຳໃນລະບົບການເມືອງຢູ່ຄະນະພັກຂັ້ນຂອງຕົນເຊິ່ງບັນດາອົງຄະນະພັກທີ່ດຳເນີນກອງປະຊຸມໃຫຍ່ຂັ້ນຕົນສຳເລັດແລ້ວມີດັ່ງນີ້:

          ອົງຄະນະພັກແຂວງອຸດົມໄຊ ໄດ້ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ຄັ້ງທີ IX ໃນລະຫວ່າງ ວັນທີ 24-25 ກໍລະກົດ 2020 ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 33 ສະຫາຍ, ຍິງ 6 ສະຫາຍ ກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະສັນກັນເລືອກຕັ້ງເອົາ ສະຫາຍ ປອ ຄຳພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳພຽງ ຢາຈົງວາ ແລະ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ນາງ ຈັນສະໝອນ ທິບພະຫົງ ເປັນປະທານກວດກາພັກ.

          ອົງຄະນະພັກແຂວງເຊກອງ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງຕົນ ໃນລະຫວ່າງວັນທີ 28-29 ກໍລະກົດ 2020 ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 33 ສະຫາຍ, ຍິງ 5 ສະຫາຍ ກອງປະຊຸມຄັ້ງປະຖົມມະເລີກ ໄດ້ເລືອກເອົາສະຫາຍ ເຫຼັກໄຫຼ ສີວິໄລ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ນາງ ຈັນຫອມ ມະຫາໄຊ ແລະ ສະຫາຍ ດົງເພັດ ພະຍົນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ປອ ສົມນິດ ສີລິບຸນລ້ຽງ ເປັນປະທານຄະນະກວດກາພັກແຂວງ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນ້ຳທາ ຄັ້ງທີ VIII ດຳເນີນໃນລະຫວ່າງວັນທີ 29-30 ກໍລະກົດ 2020 ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 31 ສະຫາຍ, ຍິງ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະ ສັນກັນເລືອກເອົາ ສະຫາຍ ຄຳໄຫຼ ສີປະເສີດ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳຟອງ ອິນມານີ ແລະ ສະຫາຍ ຈັນທອງ ແກ້ວປະເສີດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສີວິໄລ ປັນແກ້ວ ເປັນປະທານຄະນະກວດກາພັກແຂວງ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII ຈັດຂຶ້ນໃນລະຫວ່າງວັນທີ 8-9 ກັນຍາ 2020 ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 35 ສະຫາຍ, ຍິງ 3 ສະຫາຍ ກອງປະຊຸມຄັ້ງປະຖົມມະເລີກໄດ້ເລືອກເອົາ ສະຫາຍ ພົງສະຫວັນ ສິດທະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພັງນິລັນ ຄຳພັນເພັງ ແລະ ສະຫາຍ ດວງຕາ ໄຊວຸດ ເປັນຮອງເລຂາ, ສະຫາຍ ສົມຫວັງ ແກ້ວວິໄລສັກ ເປັນປະທານກວດກາພັກແຂວງ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງອັດຕະປື ຄັ້ງທີ XI ຈັດຂຶ້ນໃນລະຫວ່າງວັນທີ 17-18 ກັນຍາ 2020, ເລືອກຕັ້ງໄດ້ສະຫາຍ ເລັດ ໄຊຍະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ນາງ ມີນາພອນ ໄຊສົມພູ ແລະ ສະຫາຍ ບຸນຮຽນ ແກ້ວບົວພາດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳຫວັນ ຈັນທະໂຄດ ເປັນປະທານກວດກາພັກ. ຄະນະບໍລິຫານງານພັກແຂວງທັງໝົດ ມີ 33 ສະຫາຍ, ຍິງ 5 ສະຫາຍ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII ຈັດຂຶ້ນໃນລະຫວ່າງວັນທີ 24-25 ກັນຍາ 2020, ເລືອກຕັ້ງໄດ້ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ປອ ສຸວັນນີ ໄຊຊະນະ ແລະ ສະຫາຍ ວັນວິໄລ ແດນພູຫຼວງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ປອ ດວງຕາ ມໍລະຄາສຸກ ເປັນປະທານກວດກາພັກ. ຄະນະບໍລິຫານງານພັກແຂວງທັງໝົດ ມີ 33 ສະຫາຍ, ຍິງ 2 ສະຫາຍ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ຈັດຂຶ້ນໃນລະຫວ່າງວັນທີ 2-3 ຕຸລາ 2020 ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 37 ສະຫາຍ, ຍິງ 4 ສະຫາຍ ໂດຍໄດ້ເລືອກເອົາສະຫາຍ ຄຳຂັນ ຈັນທະວີສຸກ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ວົງສະຫວັນ ເທບພະຈັນ ແລະ ສະຫາຍ ສຸກັນ ບຸນຍົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳຫຼ້າ ລຽນປະດິດ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XI ຈັດຂຶ້ນໃນລະຫວ່າງວັນທີ 5-6 ຕຸລາ 2020 ໂດຍໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 33 ສະຫາຍ, ຍິງ 4 ສະຫາຍ, ເອກະສັນເລືອກເອົາ ສະຫາຍ ຄຳຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບົວທອງ ອຸແສງຄຳ ແລະ ສະຫາຍ ທອງສີ ເສົາສຸລິພົມ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນທະວີ ສໍສຸກັນ ເປັນປະທານກວດກາພັກແຂວງ.

          ກອງປະຊຸມໃຫຍ່ອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VI ຈັດຂຶ້ນໃນລະຫວ່າງວັນທີ 5-6 ຕຸລາ 2020 ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 31 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ ສະຫາຍ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຈອມສີ ລັດຕະນະປັນ ແລະ ສະຫາຍ ເພັງສອນ ແກ້ວວິໄລ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສຸຂະ ລຽນທອງຄຳ ເປັນປະທານກວດກາພັກແຂວງ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ I ຈັດຂຶ້ນໃນລະຫວ່າງວັນທີ 22-23 ຕຸລາ 2020 ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 29 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ ສະຫາຍ ພົ.ຕ. ຄໍາລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພອຍຄໍາ ຮ່ວງບຸນຍວງ ແລະ ສະຫາຍ ແດງ ປະທຸມທອງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ເປັນປະທານກວດກາພັກແຂວງ.

          ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ຈັດຂຶ້ນໃນລະຫວ່າງວັນທີ 28-29 ຕຸລາ 2020 ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 41 ສະຫາຍ, ຍິງ 9 ສະຫາຍ, ເລືອກເອົາ ສະຫາຍ ປ.ອ. ສິນລະວົງ ຄຸດໄພທູນ ເປັນເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ, ສະຫາຍ ປ.ອ. ອະນຸພາບ ຕຸນາລົມ ແລະ ສະຫາຍ ປ.ອ. ອາດສະພັງທອງ ສີພັນດອນ ເປັນຮອງເລຂາ, ສະຫາຍ ວິລະສັກ ນາມມຸນຕີ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງຈຳປາສັກ ຄັ້ງທີ VIII ຈັດຂຶ້ນໃນລະຫວ່າງວັນທີ 29-30 ຕຸລາ 2020 ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ 39 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ ສະຫາຍ ປອ ວິໄລວົງ ບຸດດາຄຳ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ມະໄລທອງ ກົມມະສິດ ແລະ ສະຫາຍ ສາຍທອງ ໄຊຍະວົງ ເປັນຮອງເລຂາ, ສະຫາຍ ປະດິດ ວັນນະລັດສະໝີ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງຫົວພັນ ຄັ້ງທີ X ຈັດຂຶ້ນໃນລະຫວ່າງວັນທີ 2-3 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ 35 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ ສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພີດ ມາປັນຍາ ແລະ ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ ເປັນຮອງເລຂາ, ສະຫາຍ ຮິນທອງ ດວງຈັນສຸກ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ຄັ້ງທີ VIII ຈັດຂຶ້ນໃນລະຫວ່າງວັນທີ 5-6 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ 31 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາ ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນໂຮມ ເທດທານີ ແລະ ສະຫາຍ ໜໍບີ ຫາຕົງປາວ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຈັນໄຄ ສຸທິຈັກ ເປັນ ປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ຈັດຂຶ້ນໃນລະຫວ່າງວັນທີ 18-19 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ 35 ສະຫາຍ, ຍິງ 5 ສະຫາຍ, ເລືອກເອົາ ສະຫາຍ ຄຳພັນ ສິດທິດຳພາ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນສອນ ເພັດລາວັນ ແລະ ສະຫາຍ ທອງສະຫວັນ ວົງສຳພັນ ເປັນຮອງເລຂາ, ສະຫາຍ ສົມດີ ແກ້ວດາລາວິນ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ IX ຈັດຂຶ້ນໃນລະຫວ່າງວັນທີ 20-21 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ 41 ສະຫາຍ, ຍິງ 5 ສະຫາຍ, ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພູວັງ ເກດແກ້ວພົມພອນ ແລະ ສະຫາຍ ກົງແກ້ວ ມີວໍລະຈັກ ເປັນຮອງເລຂາ, ສະຫາຍ ລຳທອງ ຂອບສີລາວົງ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງສາລະວັນ ຄັ້ງທີ IX ຈັດຂຶ້ນໃນລະຫວ່າງວັນທີ 23-24 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ 33 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາ ສະຫາຍ ໂພໄຊ ໄຊຍະສອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສີເຮັ່ງ ຫອມສົມບັດ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ ເປັນຮອງເລຂາ, ສະຫາຍ ວິຊຽນ ນະວິກຸນ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກແຂວງຄຳມ່ວນ ຄັ້ງທີ X ຈັດຂຶ້ນໃນລະຫວ່າງວັນທີ 29-30 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ 35 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນມີ ພິມມະສອນ ແລະ ສະຫາຍ ວົງເພັດ ຈິດປັນຍາ ເປັນຮອງເລຂາ, ສະຫາຍ ຄຳສອນ ອ້ວນທະວີ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ຄັ້ງທີ V ຈັດຂຶ້ນໃນວັນທີ 31 ກໍລະກົດ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 9 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາສະຫາຍ ຮ.ສ. ພູວົງ ອຸ່ນຄໍາແສນ ເປັນເລຂາຄະ ນະພັກ, ສະຫາຍ ປ.ທ. ນາງ ບຸນມີ ຈຸນລະຈັກ ເປັນຮອງເລຂາທັງເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ຈັດຂຶ້ນໃນລະຫວ່າງວັນທີ 9-10 ກັນຍາ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 27 ສະຫາຍ, ເລືອກເອົາ ສະຫາຍ ພົ.ທ. ວິໄລ ຫຼ້າຄໍາຟອງ ເປັນເລຂາຄະນະພັກກະຊວງ, ສະຫາຍ ພົ.ຕ. ກົງທອງ ພົງວິຈິດ ແລະ ສະຫາຍ ພົ.ຕ. ວັນທອງ ກອງມະນີ ເປັນຮອງເລຂາ, ສະຫາຍ ພົ.ຕ. ທອງເຫຼັກ ມັງໜໍ່ເມກ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ IV ຈັດຂຶ້ນໃນລະຫວ່າງວັນທີ 14-15 ກັນຍາ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 15 ສະຫາຍ, ຍິງ 5 ສະຫາຍ, ເລືອກເອົາສະຫາຍ ສອນ​ໄຊ ສິດ​ພະ​ໄຊ ​ເປັນ​ເລຂາ​ຄະນະພັກ, ສະຫາຍ ຄຳວົງ ທິບພະວົງ ເປັນຮອງເລຂາ, ສະຫາຍ ນາງ ວັດທະນາ ດາລາລອຍ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ຄັ້ງທີ IV ຈັດຂຶ້ນໃນລະຫວ່າງວັນທີ 29-30 ຕຸລາ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 19 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາສະຫາຍ ສອນໄຊ ສີພັນດອນ ເປັນເລຂາຄະນະພັກກະຊວງ, ສະຫາຍ ນາງ ຄຳຈັນ ວົງແສນບູນ ເປັນຮອງເລຂາ ແລະ ສະຫາຍ ກິແກ້ວ ຈັນທະບູຣີ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ຈັດຂຶ້ນໃນລະຫວ່າງວັນທີ 5-6 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 15 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາສະຫາຍ ສະເຫຼີມໄຊ ກົມມະສິດ ເປັນເລຂາຄະນະພັກກະຊວງ, ສະຫາຍ ທອງສະຫວັນ ພົມວິຫານ ເປັນຮອງເລຂາ, ສະຫາຍ ບຸນເຫຼືອ ພັນດານຸວົງ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຄັ້ງທີ VI ຈັດຂຶ້ນໃນວັນທີ 17 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 15 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາສະຫາຍ ເພັດ ພົມພິພັກ ເປັນເລຂາຄະນະພັກກະຊວງ, ສະຫາຍ ທອງພັດ ວົງມະນີ ເປັນຮອງເລຂາ, ສະຫາຍ ນາງ ພວງເພັດ ປູ່ວັງ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງຍຸຕິທຳ ຄັ້ງທີ V ຈັດຂຶ້ນໃນວັນທີ 18ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 11 ສະຫາຍ ຍິງ 1 ສະຫາຍ,  ເລືອກເອົາສະຫາຍ ໄພວີ ສີບົວລິພາ ເປັນເລຂາຄະນະພັກກະຊວງ, ສະຫາຍ ບຸນທາ ຊົງເຢີທ່າວ ເປັນຮອງເລຂາ, ສະຫາຍ ເກດສະໜາ ພົມມະຈັນ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນປະເທດ ຄັ້ງທີ V ຈັດຂຶ້ນໃນລະຫວ່າງວັນທີ 18-19 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 33 ສະຫາຍ, ເລືອກເອົາສະຫາຍ ພົ.ອ. ຈັນສະໝອນ ຈັນຍາລາດ ເປັນເລຂາຄະນະພັກກະຊວງ, ສະຫາຍ ພົ.ທ. ທອງລອຍ ສີລິວົງ ແລະ ສະຫາຍ ພົ.ທ. ສຸວອນ ເລືອງບຸນມີ ເປັນຮອງເລຂາ, ສະຫາຍ ພົ.ຕ. ສອນທອງ ພົມລາວົງ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ III ຈັດຂຶ້ນໃນລະຫວ່າງວັນທີ 19-20 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 17 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະພັກກະຊວງ, ສະຫາຍ ປ.ອ. ບຸນເຫຼືອ ສິນໄຊວໍລະວົງ ເປັນຮອງເລຂາ, ສະຫາຍ ພູທະນູເພັດ ໄຊສົມບັດ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ຈັດຂຶ້ນໃນລະຫວ່າງວັນທີ 19-20 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 19 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາສະຫາຍ ວຽງສະຫວັດ ສີພັນດອນ ເປັນເລຂາຄະນະພັກກະຊວງ, ສະຫາຍ ລັນ ແສງອາພອນ ເປັນຮອງເລຂາ, ສະຫາຍ ໄຊສົງຄາມ ມະໂນທັມ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VI ຈັດຂຶ້ນໃນລະຫວ່າງວັນທີ 23-24 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 11 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາສະຫາຍ ປອ. ຄຳແພງ ໄຊສົມແພງ ເປັນເລຂາຄະນະພັກກະຊວງ, ສະຫາຍ ນາງ ໃບຄຳ ຂັດຕິຍະ ເປັນຮອງເລຂາ, ສະຫາຍ ປະເດີມພອນ ສົນທະນີ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ຈັດຂຶ້ນໃນລະຫວ່າງວັນທີ 24-25 ພະຈິກ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 21 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາສະຫາຍ ຮສ.ປອ. ພຸດ ສິມມາລາວົງ ເປັນເລຂາຄະນະພັກກະຊວງ, ສະຫາຍ ນາງ ຂັນທະລີ ສິຣິພົງພັນ ເປັນຮອງເລຂາ, ສະຫາຍ ປອ. ສຳລານ ພັນຄະວົງ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ IX ຈັດຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 17 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາສະຫາຍ ປອ. ດຣ. ບຸນແຝງ ພູມມະໄລສິດ ເປັນເລຂາຄະນະພັກກະຊວງ, ສະຫາຍ ດຣ. ສະໜອງ ທອງຊະນະ ເປັນຮອງເລຂາ, ສະຫາຍ ດຣ. ໄພວັນ ແກ້ວປະເສີດ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄັ້ງທີ V  ຈັດຂຶ້ນໃນລະຫວ່າງວັນທີ 10 ທັນວາ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 23 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ ເປັນເລຂາຄະນະພັກກະຊວງ, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ ທັງເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງພາຍໃນ ຄັ້ງທີ II ຈັດຂຶ້ນໃນວັນທີ 22 ທັນວາ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 13 ສະຫາຍ, ຍິງ 5 ສະຫາຍ, ເລືອກເອົາສະຫາຍ ປອ. ທອງຈັນ ມະນີໄຊ ເປັນເລຂາຄະນະພັກກະຊວງ, ສະຫາຍ ນິສິດ ແກ້ວປັນຍາ ເປັນຮອງເລຂາ, ສະຫາຍ ນາງ ທອງຈັນ ແກ້ວແສນຫອມ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ V ຈັດຂຶ້ນໃນວັນທີ 31 ທັນວາ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 9 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາສະຫາຍ ອາລຸນໄຊ ສູນນະລາດ ເປັນເລຂາຄະນະພັກ, ສະຫາຍ ບຸນຕາ ເທບພະວົງ ເປັນຮອງເລຂາ, ສະຫາຍ ນວນທອງ ສຸວັນວິໄຊ ເປັນປະທານກວດກາພັກ.

          ກອງປະຊຸມໃຫຍ່ອົງຄະນະພັກສູນກາງສະຫະພັນກຳມະບານລາວ ຄັ້ງທີ IV ຈັດຂຶ້ນໃນວັນທີ 31 ທັນວາ 2020 ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 7 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນເລຂາຄະນະພັກ, ສະຫາຍ ນາງ ອາລິຍາວັນ ອັກຄະວົງ ເປັນຮອງເລຂາ, ສະຫາຍ ພອນສານ ວິໄລເມັ້ງ ເປັນປະທານກວດກາພັກ.