ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງສະຫະພັນກຳມະບານລາວ ຄັ້ງທີ IV
ຈຳນວນຜູ້ອ່ານ: 27
ອະນຸມັດວັນທີ: 05/01/2021

ໂດຍ: ຄອນຄຳ  ໂສລັດຕະນະວົງ

        ກອງ​ປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງສະຫະພັນ​​ກຳມະບານລາວ ຄັ້ງ​ທີ IV​ ​ໄດ້ຈັດຂຶ້ນໃນ​ວັນ​ທີ 31 ທັນວາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ສູນກາງສະຫະພັນກຳມະບານລາວ, ​ນະຄອນ​ຫຼວງ​ວຽງ​ຈັນ ໂດຍການເປັນປະທານຂອງສະຫາຍ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ເລຂາຄະນະພັກສູນກາງສະຫະພັນກຳມະບານລາວ; ເປັນກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ມີຜູ້ແທນເຂົ້າຮ່ວມທັງໝົດ 90 ສະຫາຍ, ຍິງ 34 ສະຫາຍ.

        ກອງ​ປະຊຸມ​​ໄດ້​ພ້ອມ​ກັນ​ຄົ້ນຄວ້າ, ພິຈາລະນາບັນຫາ​ສຳຄັນ​ ​ແລະ ​ໄດ້​ເປັນ​ເອກະສັນ​ກັນ​ຮັບຮອງ​ເອົາວຽກ​ງານ​ສຳຄັນ​​ດັ່ງ​ນີ້:

        1. ຜູ້ແທນກອງ​ປະຊຸມ​ໃຫຍ່ ​​​ເຫັນ​ດີເປັນ​ເອກະ​ພາບ ​ຮັບຮອງ​ເອົາ​ລາຍ​ງານ​ການ​ເມືອງ ໃນການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະ​ຊຸມ​ໃຫຍ່ອົງຄະນະພັກສູນກາງສະຫະພັນກຳມະບານລາວ ຄັ້ງ​ທີ III ເຊິ່ງໄດ້​ຕີ​ລາຄາ​ ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ, ສາ​ເຫດ ແລະ ບົດຮຽນໃນ​ການ​ນໍາພາ-ຊີ້ນຳ ແຕ່ປີ 2015-2020 ເປັນຕົ້ນ​ແມ່ນ​ການ​ນຳພາ-ຊີ້​ນຳປະຕິບັດ​ວຽກ​ງານ​ສຶກສາອົບຮົມການເມືອງ-ແນວຄິດຢ່າງ​ເປັນລະບົບຕໍ່​ເນື່ອງ ​ແລະ ສອດ​ຫ້ອຍ​ກັບ​ທຸກ​​​ວຽກ​ງານ​ໃນການ​ເຄື່ອນ​ໄຫວ​ຂອງ​ສູນກາງສະຫະພັນກຳມະບານລາວ ​ຕິດ​ພັນ​ກັບ​ການ​ດຳ​ເນີນ​ຊີວິດການ​ເມືອງ​ຢູ່​​ໃນແຕ່ລະ​ໜ່ວຍ​ພັກ​ຢ່າງ​ເປັນ​ປົກກະຕິຕໍ່​ເນື່ອງ; ໄດ້ປັບປຸງ​ກົງຈັກ​ການຈັດຕັ້ງພາຍໃນສູນກາງສະຫະພັນກຳມະບານລາວໃຫ້ມີ​ຄວາມ​ໜັກແໜ້ນ​ເຂັ້ມ​ແຂງ​ ເປັນລະບົບ​ຄົບ​ຊຸດ​ເທື່ອ​ລະ​ກ້າວ ​ແລະ ສອດຄ່ອງ​ກັບ​ໜ້າ​ທີ່​ວຽກ​ງານ​ໃນໄລຍະໃໝ່​, ມີການກຳນົດໂຄງສ້າງ ແລະ ຕຳແໜ່ງງານທີ່ຊັດເຈນ, ເອົາໃຈໃສ່ນຳພາ-ຊີ້ນຳ ກໍ່ສ້າງຍົກລະດັບຄວາມຮູ້ຄວາມສາມາດໃຫ້ສະມາຊິກພັກ-ພະນັກງານ ເພື່ອສ້າງພະນັກງານສືບທອດປ່ຽນແທນ, ສ້າງແຜນກຳນົດພະນັກງານ, ສັບຊ້ອນ ແລະ ຈັດວາງພະນັກງານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ, ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ, ເອົາໃຈໃສ່ໃນການນຳພາ-ຊີ້ນຳວຽກງານປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສອດຄ່ອງກັບກົງຈັກການຈັດຕັ້ງລັດບໍລິຫານຂອງສູນກາງສະຫະພັນກຳມະບານລາວ ເປັນຕົ້ນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແນໃສ່ໃຫ້ພັກມີຄວາມເຂັ້ມແຂງ ແລະ ຮັບປະກັນລັກສະນະນຳໜ້າ, ສິ່ງທີ່ພົ້ນເດັ່ນແມ່ນສາມາດຂະຫຍາຍສະມາຊິກພັກເພີ່ມຂຶ້ນ 30% ທຽບໃສ່ຄາດໝາຍສູ້ຊົນ ພ້ອມກັບເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ວິທີການນຳພາຂອງຄະນະພັກ,​ ເອົາໃຈໃສ່ຍົກສູງຄຸນນະພາບແບບແຜນການເຄື່ອນໄຫວ, ການນຳພາ-ຊີ້ນຳບົນຫຼັກການຂອງພັກດ້ວຍຫຼາຍຮູບການ, ມີຄວາມເປັນເອກະພາບກັນພາຍໃນຄະນະພັກ, ມີການກຳນົດແບບແຜນວິທີເຮັດວຽກ ແລະ ມີການແບ່ງວຽກ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວນຳພາວຽກງານແຕ່ລະດ້ານ.

        2. ກອງ​ປະຊຸມ​ໄດ້ສຸ​ມ​ໃສ່​ຄົ້ນຄວ້າ​ ​ແລະ ຮັບ​ຮອງ​​ທິດ​ທາງ​ແຜນ​​ການ 5 ປີ​​ຕໍ່ໜ້າ (2021-2025) ຊຶ່ງ​ເປັນບາດ​ລ້ຽວອັນ​ສຳຄັນ​ໃນ​ການ​ນຳພາ-ຊີ້ນຳ​ວຽກ​ງານ​ກຳ​ມະ​ບານ​​​ລາວ ໂດຍສະເພາະແມ່ນຈະຕ້ອງໄດ້ຕັ້ງໜ້າກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ປັບປຸງການຈັດຕັ້ງ ແລະ ແບບແຜນວິທີການນຳພາໃຫ້ສອດຄ່ອງກັບກົງຈັກຂອງສູນກາງສະຫະພັນກຳມະບານລາວ;​​ ເພີ່ມທະວີກໍ່ສ້າງສະມາຊິກພັກ ໃຫ້ກາຍເປັນສະມາຊິກພັກທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ; ສູ້ຊົນຂະຫຍາຍສະມາຊິກພັກໃຫ້​ໄດ້ 25 ສະຫາຍ; ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ 85 % ຂຶ້ນໄປ; ບຳລຸງກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ສະມາຊິກພັກ-ພະນັກງານ ແລະ ສ້າງຜູ້ສືບທອດປ່ຽນແທນ ຮັບປະກັນໃຫ້ມີ 3 ລຸ້ນ, ເພດ, ເຜົ່າ; ບັນຈຸສັບຊ້ອນໃຫ້ແທດເໝາະກັບແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ; ຊຸກຍູ້ໃຫ້ອົງການຈັດຕັ້ງມະຫາຊົນຈັດຕັ້ງປະຕິບັດຂໍ້ແຂ່ງຂັນກໍາມະບານ 5 ເປັນເຈົ້າ, ແມ່ຍິງ 3 ​ດີ ແລະ ຊາວໜຸ່ມ 4 ບຸກ ຕິດ​ພັນ​ກັບວຽກງານວິຊາສະເພາະ ແລະ ຕິດພັນກັບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ​ໃຫ້ໄດ້ 85 % ຂຶ້ນໄປ.

        3. ກອງປະຊຸມໄດ້ຮັບຮອງເອົາບົດ​ສຳ​ຫຼວດການນຳພາ​ລວມຂອງ​ຄະນະ​ພັກສູນ​ກາງ​ສະຫະພັນ​ກຳມະບານ​ລາວສະໄໝທີ III ເຊິ່ງໄດ້ສະແດງໃຫ້ເຫັນຜົນງານໃນການນຳພາ-ຊີ້ນຳວຽກງານໃນໄລຍະ 05 ປີຜ່ານມາ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

        4. ຜູ້ແທນກອງ​ປະຊຸມ​ໃຫຍ່ ໄດ້ພ້ອມກັນ​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ພັກສູນ​ກາງ​ສະຫະພັນ​ກຳມະບານ​ລາວ​ສະ​ໄໝ​ທີ  IV ບົນມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງຈຳນວນ 10 ສະຫາຍ, ຍິງ 5 ສະຫາຍ, ເລືອກໄດ້  7 ສະຫາຍ, ຍິງ 4 ສະຫາຍ ເພື່ອ​ສືບ​ຕໍ່​ນຳພາ-ຊີ້ນຳ​​ວຽກ​ງານຂອງອົງຄະນະ​ພັກສູນກາງສະຫະພັນກຳມະບານລາວໃນ 5 ປີ​ຕໍ່ໜ້າ ​ດັ່ງ​ນີ້:

  1. ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ
  2. ສະຫາຍ ພອນສານ ວິໄລເມັ້ງ
  3. ສະຫາຍ  ນາງ ອາລິຍາວັນ ອັກຄະວົງ
  4. ສະຫາຍ  ວິໄລ ວົງຂະເສີມ
  5. ສະຫາຍ  ສົມລຶກ ສຸວັນນະສານ
  6. ສະຫາຍ  ນາງ ຈັນເພັນ ມະນີແສງ
  7. ສະຫາຍ  ນາງ ປະທຸມທອງ ຫຼວງວິໄລ.

ພ້ອມນີ້ ຜູ້ແທນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 4 ສະຫາຍ, ສຳຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ດັ່ງນີ້:

  1. ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ
  2. ສະຫາຍ  ນາງ ອາລິຍາວັນ ອັກຄະວົງ
  3. ສະຫາຍ  ວິໄລ ວົງຂະເສີມ
  4. ສະຫາຍ  ສົມລຶກ ສຸວັນນະສານ.

ຜູ້ແທນສຳຮອງ 2 ສະຫາຍ ຄື:

  1. ສະຫາຍ  ນາງ ປະທຸມທອງ ຫຼວງວິໄລ
  2. ສະຫາຍ ນາງ ຈັນເພັນ ມະນີແສງ.

        5. ກອງ​ປະຊຸມ​ຄັ້ງ​ປະຖົມ​ມະເລີກ​ຂອງ​ຄະນະພັກສູນ​ກາງ​ສະຫະພັນ​ກຳມະບານ​ລາ​ວ ສະໄໝທີ IV ໄດ້​​ເປັນ​ເອກະສັນ​ກັນ​ຢ່າງ​ສົມບູນເລືອກຕັ້ງ​ເອົາເລຂາ, ຮອງເລຂາ ດັ່ງນີ້:

  1. ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນເລຂາຄະນະພັກ;
  2. ສະຫາຍ ນາງ ອາລິຍາວັນ ອັກຄະວົງ ເປັນຮອງເລຂາຄະນະພັກ.
  • ກອງ​ປະຊຸມ​ຍັງໄດ້​ເລືອກຕັ້ງ​ເອົາ​ປະທານ, ຮອງປະທານກວດກາ ຂອງອົງຄະນະພັກສູນກາງສະຫະພັນ​ກຳມະບານລາວ​ ປະກອບ​ມີດັ່ງນີ້​:
  1. ສະຫາຍ ພອນສານ ວິໄລເມັ້ງ ເປັນປະທານກວດກາ
  2. ສະຫາຍ ທອງພິມ ວົງນະພາ ເປັນຮອງປະທານກວດກາ
  3. ສະຫາຍ ນາງ ສຸດາລັດ ລັດຕະນະບຸນເຮືອງ ເປັນຄະນະກວດກາ.

        6. ກອງ​ປະຊຸມ​ໄດ້​​ຕ້ອນຮັບສະຫາຍ ພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ ເຊິ່ງໄດ້​ນໍາ​ເອົາ​ຄວາມ​ຢື້ຢາມ​ຖາມ​ຂ່າວ​ອັນອົບ​ອຸ່ນ ສະໜິດ​ສະ​ໜົມ ຂອງ​ການ​ນຳ​ພັກ-ລັດ ​​ເຖິງສະມາຊິກພັກກອງ​ປະຊຸມ​ໃຫຍ່ຄັ້ງນີ້, ພ້ອມທັງໃຫ້ກຽດ​ໂອ້​ລົມຕໍ່​ກອງ​ປະຊຸມ​ ເ​ຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງຄະນະພັກສູນກາງສະຫະພັນກຳມະບານລາວ ສະໄໝທີ III  ພ້ອມທັງຍົກ​ໃຫ້​ເຫັນບັນຫາ​ສຳຄັນທີ່ເປັນ​ທິດ​ຊີ້​ນຳຫຼາຍດ້ານໃຫ້ຄະນະພັກຊຸດໃໝ່ຈະຕ້ອງໄດ້ເອົາໃຈໃສ່ນຳພາຕະຫຼອດໄລຍະສະໄໝຂອງກອງປະຊຸມໃຫຍ່ອົງຄະນະພັກສູນກາງສະຫະພັນກຳມະບານລາວ ຄັ້ງທີ IV ໃຫ້ບັນລຸຜົນສຳເລັດຕາມຄາດໝາຍສູ້ຊົນໄດ້ວາງໄວ້; ທິດຊີ້ນຳ ແລະ ຄຳເຫັນໂອ້ລົມດັ່ງກ່າວລ້ວນແຕ່ແມ່ນທັດສະນະຊີ້ນຳຂອງພັກ ສະ​ແດງ​​ເຖິງຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ຄະນະບໍລິຫານງານສູນກາງພັກ, ກົມ​ການ​ເມືອງ​ສູນ​ກາງ​ພັກ ຕໍ່​ວຽກ​ງານ​ພັກຂອງສູນກາງສະຫະພັນກຳມະບານລາວ ສືບ​ຕໍ່ນຳ​​ພາສູ່ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ໃນ​ຕໍ່ໜ້າ.

        7. ກອງ​ປະຊຸມ​ໄດ້​ຮຽກຮ້ອງ​ມາ​ຍັງ​ຄະນະພັກ ແລະ ສະມາຊິກ​ທຸກ​ສະຫາຍ ຕະຫຼອດ​ຮອດ​ກຳມະກອນ ແລະ ​ຜູ້​ອອກ​ແຮງ​ງານ​ລາວ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ສາມັກ​ຄີເປັນປືກແຜ່ນແໜ້ນໜາຢູ່ອ້ອມຂ້າງພັກ, ​ສູ້​ຊົນ ບຸກບືນ, ອົດທົນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ ​ແລະ ​ອອກ​ແຮງ​​ແຂ່ງ​ຂັນ​ກັນ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງນີ້​​ໃຫ້​ມີ​ຜົນ​ສຳ​ເລັດ ປະກອບ​ສ່ວນ​ເຂົ້າ​ໃນ​ການປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາປະ​​ເທດ​ຊາດ​.

8.   ກອງ​ປະຊຸມ​ໄດ້​ມອບ​ຄວາມ​ຮັບຜິດຊອບອັນ​ສຳຄັນ​ ​ແລະ ໜ້າທີ່ອັນມີ​ກຽດ​ສະຫງ່າ​​ ໃຫ້​ຄະນະ​ພັກ​​ສູ​ນກາງ​ສະຫະພັນ​ກຳມະບານ​ລາວ ​ສະໄໝທີ  IV ​ສືບຕໍ່​ນຳພາ-ຊີ້ນໍາ ​ແລະ ຈັດ​ຕັ້ງ​ປະຕິບັດໜ້າທີ່ການເມືອງຂອງຕົນ​ໃຫ້​ມີຜົນສຳ​ເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

          ກອງ​ປະຊຸມ​​ໃຫຍ່ສະມາຊິກພັກສູນກາງສະຫະພັນກຳມະບານລາວ ຄັ້ງ​ທີ  IV ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ທີ່​ຟົດ​ຟື້ນ, ມີ​ຄວາມ​ຮັບຜິດຊອບ​, ​ເສີມ​ຂະຫຍາຍ​ນໍ້າ​ໃຈ​ແຫ່ງ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບສູງ ​ແລະ ສຳ​ເລັດ​ຜົນ​ຢ່າງ​ຈົບງາມ ພ້ອມທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກທີ່ຈະມາເຖິງ.