ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງພາຍໃນ ຄັ້ງທີ II ສຳເລັດລົງຢ່າງສະຫງ່າງາມ
ຈຳນວນຜູ້ອ່ານ: 22
ອະນຸມັດວັນທີ: 23/12/2020

ໂດຍ: ສ.ສົດ​ໃສ

          ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ກະຊວງ​ພາຍ​ໃນ ຄັ້ງ​ທີ II ໄດ້​​ຈັດ​ຂຶ້ນໃນ​ວັນ​ທີ 22 ທັນວາ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ປອ. ທອງ​ຈັນ ມະນີ​ໄຊ ​ເລຂາ​ຄະນະ​ພັກ​ກະຊວງ​ພາຍ​ໃນ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະ​ຫາຍ ພົ.ທ ວິ​ໄລ ຫຼ້າ​ຄຳ​ຟອງ ​ເລຂາທິການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ, ມີ​ບັນດາສະຫາຍ​ຄະນະ​ພັກ​ກະຊວງ​ພາຍ​ໃນ, ອະດີດ​ການ​ນຳ​ກະຊວງ, ພະນັກງານ​ປະຕິວັດ​ອາວຸ​ໂສ, ຜູ້​ແທນ​ສົມບູນ​ 180 ສະຫາຍ, ຍິງ 55 ສະຫາຍ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ​ທົ່ວ​ກະຊວງ​ພາຍ​ໃນ 270 ສະຫາຍ ​ແລະ ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

          ໃນກອງ​ປະຊຸມ ຜູ້​​ແທນ​ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ເຂົ້າ​ໃນ​ການ​ຮັບ​ຟັງ, ຄົ້ນຄວ້າ​ປະກອບ​ຄຳ​ເຫັນ ພິຈາລະນາ ​ແລະ ຮັບ​ຮອງ​ເອົາ​ຮ່າງ​ລາຍ​ງານ​ການ​ເມືອງ ​ເຊິ່ງ​ໄດ້​ສະຫຼຸບ​ຕີ​ລາຄາ​ການຈັດ​ຕັ້ງ​ປະ​ຕິ​ບັດ​​ມະຕິກອງ​ປະຊຸມ​ໃຫຍ່ຄັ້ງ​ຜ່ານ​ມາ ​ໂດຍ​ສະ​ເພາະ​ແມ່ນການ​ນຳພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂະ​ແໜງ​ພາຍ​ໃນ ພ້ອມ​ທັງ​ຮັບຮອງ​ເອົາ​ທິດ​ທາງ​ແຜນການ​ວຽກ​ງານ​ຈຸດ​ສຸມ​ໃນ 5 ປີຕໍ່ໜ້າ (2021-2025) ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂະ​ແໜງ​ພາຍ​ໃນ ​ແລະ ການ​ປັບປຸງ​ກໍ່ສ້າງ​ພັກ-ພະນັກງານ​ໃນ​ທຸ​ກດ້ານ​ໃຫ້​ມີ​ຄວາມປອດ​ໃສ ເຂັ້ມ​ແຂງ ໜັກ​ແໜ້ນ ຕາມ​ແນວທາງ​ປ່ຽນ​​ແປງ​ໃໝ່​ທີ່​ມີ​ຫຼັກການ​ຂອງ​ພັກ ​ຮັບປະກັນ​ໃຫ້​ແກ່​ວຽກງານ​ຂະ​ແໜງ​ພາຍ​ໃນ​ມີ​ຜົນສຳ​ເລັດ​ຕາມ​ຄາດໝາຍ​ສູ້​ຊົນ​ທີ່​ວາງ​ໄວ້.

          ໃນ​ວາລະ​ກອງ​ປະຊຸມ ຜູ້​ແທນ​ໄດ້​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ພັກ​ກະຊວງ​ພາຍ​ໃນ ຊຸດ​ໃໝ່ 13 ສະຫາຍ, ຍິງ 5 ສະຫາຍ ຈາກ​ຜູ້​ສະໝັກ 16 ສະຫາຍ, ຍິງ 5 ສະຫາຍ; ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຂອງ​ຄະນະ​ພັກ​ກະຊວງ​ຊຸດ​ໃໝ່ ​ໄດ້​ເລືອກ​ເອົາ​ຄະນະ​ປະຈຳ 3 ສະຫາຍ, ຍິງ 1 ສະຫາຍ, ​ເລືອກ​ເອົາ​ສະ​ຫາຍ ປອ. ທອງ​ຈັນ ມະນີ​ໄຊ ​ເປັນ​ເລຂາ​ຄະນະ​ພັກ, ສະຫາຍ ນິສິດ ​ແກ້ວ​ປັນຍາ ​ເປັນ​ຮອງ​ເລຂາ​ຄະນະ​ພັກ ​ແລະ ​ເລືອກ​ເອົາ​ສະຫາຍ ນາງ ທອງ​ຈັນ ​ແກ້ວ​ແສນ​ຫອມ ​ເປັນ​ປະທານ​ກວດກາ​ຄະນະ​ພັກ. ພ້ອມ​ນີ້ ຜູ້​ແທນ​ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຜູ້​ແທນ​ສົມບູນ 5 ສະຫາຍ ​ແລະ ສຳຮອງ 2 ສະຫາຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ.

          ໃນຕອນ​ທ້າຍ​ກອງ​ປະຊຸມ ບັນດາ​ຜູ້​​ແທນໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ສະຫາຍ ພົ.ທ ວິ​ໄລ ຫຼ້າ​ຄຳ​ຟອງ ​ເຊິ່ງ​ສະຫາຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​​ເອົາ​ໃຈ​ໃສ່​ຊີ້​ນຳ-ນຳພາ​ຂອງ​ຄະນະ​ພັກ​ກະຊວງ​ພາຍ​ໃນ ຕະຫຼອດ​ໄລຍະ 5 ປີຜ່ານ​ມາ​ ພ້ອມ​ທັງ​ໄດ້​ເນັ້ນ​ໃຫ້​ຄະນະ​ພັກ​ຊຸດ​ໃໝ່ ສືບ​ຕໍ່​ເສີມ​ຂະ​ຫຍາ​ຍມູນ​ເຊື້ອ​ວຽກ​ງານ​ຂະ​ແໜງ​ພາຍ​ໃນ​​ໃຫ້​ມີ​ປະສິດ​ທິພາ​ບ ​ແລະ ​ປັບປຸງ​ອົງຄະ​ນະ​ພັກ​ກະຊວງ​ພາຍ​ໃນ​ໃຫ້​ມີ​ຄວາມປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ, ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຢ່າງຮອບ​ດ້ານ ​ແລະ ຄວາມ​ສາມາດ​ນຳພາ-ຊີ້​ນຳ​ຂອງຄະນະ​ພັກ​ທຸກ​ຂັ້ນ, ປັບປຸງ​ກໍ່​ສ້າງ​ສະມາຊິ​ກພັກ-ພະນັກງານຕາມ​ທິດ​ຫັນ​ເປັນ​ທັນ​ສະ​ໄໝ ​ໂດຍ​ສຸມ​ໃສ່​ປັບປຸງ​ກໍ່​ສ້າງ​ດ້ານ​ວຽກ​ງານ​ວິຊາ​ສະ​ເພາະ ​ແລະ ​ເຮັດ​ໃຫ້​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ບັນລຸ​ຜົນ​ສຳ​ເລັດຕາມຄາດໝາຍ​ທີ່ວາງ​ໄວ້…ຯ