ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນ ເປີດຊຸດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XVI ປະຈຳປີ 2020
ຈຳນວນຜູ້ອ່ານ: 27
ອະນຸມັດວັນທີ: 22/12/2020

ໂດຍ: ນ. ຄຳສະຫວັນ ພົມມະວົງ.

          ວັນທີ 21 ທັນວາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XVI ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງຂະແໜງ ແຜນການ ແລະ ການລົງທຶນ ໃຫ້ກຽດເປັນປະທານໂດຍ ສະຫາຍ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດຈຳນວນ 43 ສະຫາຍ, ຍິງ 13 ສະຫາຍ.

          ຊຸດຝຶກອົບຮົມຄັ້ງນີ້ແມ່ນກົມຈັດຕັ້ງ ແລະ ພະນັກງານ ແລະ ສູນຝຶກອົບຮົມພະນັກງານເສດຖະກິດ ແລະ ແຜນການ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍຈະດຳເນີນເປັນເວລາ 45 ວັນ ເລີ່ມແຕ່ວັນທີ 21 ທັນວາ 2020 ຈົນເຖິງ 22 ກຸມພາ 2021 ອີງຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນການຝຶກອົບຮົມຄັ້ງນີ້ປະກອບມີ 5 ພາກຄື: ພາກວິຊາປັດຊະຍາ, ພາກວິຊາເສດຖະສາດການເມືອງ, ພາກວິຊາລັດທິສັງຄົມນິຍົມວິທະຍາສາດ, ພາກວິຊາບໍລິຫານສາດ ແລະ ພາກວິຊາກໍ່ສ້າງພັກໃໝ່ຂອງເລນິນ ໂດຍບັນດາອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມາເປັນນັກວິທະຍາກອນ ເຊິ່ງຄາດວ່າຜ່ານການເຂົ້າຮ່ວມຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງຕື່ມອີກເປັນຕົ້ນແມ່ນຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ ເຊິ່ງແມ່ນບົດຮຽນທີ່ສຳຄັນ; ເປັນການສ້າງ ແລະ ເພີ່ມທະວີຫຼັກໝັ້ນການເມືອງຂອງສະມາຊິກພັກ-ພະນັກງານໃຫ້ສູງກວ່າເກົ່າ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ກໍ່ຄືອຸດົມການຈຸດໝາຍປາຍທາງກ້າວສູ່ສັງຄົມນິຍົມ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດໃນແຕ່ລະໄລຍະ, ເປັນການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງ, ສ້າງແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ມີສະຕິລະວັງຕົວສູງຕໍ່ທຸກເລ່ຫຼ່ຽມ ແລະ ກົນອຸບາຍຂອງສັດຕູ ເພື່ອກຽມພ້ອມຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ແລະ ປະຕິບັດ 2​ ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສ້າງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

          ໃນພິທີດັ່ງກ່າວ, ສະຫາຍ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມີຄວາມເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ພ້ອມທັງເນັ້ນໜັກບາງດ້ານ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມຄັ້ງນີ້ ເຊິ່ງກໍແມ່ນການຜັນຂະຫຍາຍເນື້ອໃນກອງປະຊຸມຄະນະປະຈຳພັກກະຊວງແຜນການ ແລະ ການລົງທຶນ ແລະ ແຜນກໍ່ສ້າງ-ບຳລຸງສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງຂະແໜງ ແຜນການ ແລະ ການລົງທຶນ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ, ສ້າງໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສ ແລະ ມີວິທີເຮັດວຽກທີ່ຖືກຕ້ອງ, ນອກຈາກນັ້ນ, ກໍເພື່ອປະຕິບັດແຜນ ພັດທະນາຊັບພະຍາກອນມະນຸດຂອງກະຊວງແຜນການ ແລະ ການລົງທຶນໃຫ້ບັນລຸຄາດໝາຍທີ່ວາງໄວ້.