ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະມາຊິກພັກ ອົງຄະນະພັກສູນກາງສະຫະພັນແມ່ຍິງລາວ
ຈຳນວນຜູ້ອ່ານ: 38
ອະນຸມັດວັນທີ: 21/12/2020

         ໂດຍ: ວິລະສະໄໝ

          ໃນວັນທີ 18 ທັນວາ 2020 ສູນກາງສະຫະພັນແມ່ຍິງລາວ ໄດ້ເປີດກອງປະຊຸມສະມາຊິກພັກ ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວຂຶ້ນ ພາຍໃຕ້ການເປັນປະທານ ຂອງສະຫາຍ ດຣ ນາງ ອິນລະວັນ ແກ້ວບຸນທັນ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີສະມາຊິກພັກເຂົ້າຮ່ວມທັງໝົດ 112 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

          ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຕີລາຄາການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ພ້ອມກັນນັ້ນ, ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຊຶ່ງປະກອບມີຜູ້ທີ່ມີມາດ ຖານຄົບຖ້ວນຕາມທີ່ກຳນົດໄວ້ໃນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 102/ຄບສພ, ລົງວັນທີ 19/03/2020. ເຊິ່ງມີຜູ້ສະໝັກ 9 ສະຫາຍ, ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 5 ສະຫາຍ ແລະ ສຳຮອງ 2 ສະຫາຍ ເພື່ອເປັນຕົວແທນໃຫ້ສະມາຊິກພັກທົ່ວອົງຄະນະພັກສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ.