ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ IX
ຈຳນວນຜູ້ອ່ານ: 28
ອະນຸມັດວັນທີ: 09/12/2020

ໂດຍ: ແສງຄຳ ຈິດຕະວົງ

          ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ IX ໄດ້ໄຂຂຶ້ນ ແລະ ອັດລົງໃນລະຫວ່າງວັນທີ 3-4 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານໂດຍສະຫາຍ ຄຳພອນ ພຸດທະວົງ ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 184 ສະຫາຍ, ຍິງ 73 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ 1.340 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

          ກອງປະຊຸມໄດ້ຮັບຟັງລາຍງານການເມືອງທັງ II ພາກຄື: ພາກທີ I ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງ ແຕ່ປີ 2016-2020, ພາກທີ II ທິດທາງ ແລະ ແຜນການນຳພາໄລຍະ 5 ປີຕໍ່ໜ້າ ແຕ່ປີ 2021-2025 ເຊິ່ງສະເໜີໂດຍ ສະຫາຍ ຄຳພອນ ພຸດທະວົງ ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ເຊິ່ງໄດ້ຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດ, ບັນດາຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ຈາກການຊີ້ນຳ-ນຳພາ ໃນໄລຍະ 5 ປີ ຜ່ານມາ. ພ້ອມນີ້, ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາເນື້ອໃນຕົ້ນຕໍຂອງທິດທາງແຜນການ 5 ປີ (2021-2025).

          ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະບໍລິຫານງານພັກກະຊວງ ສາທາລະນະສຸກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງຕາມມາດຕະຖານເງື່ອນໄຂ ທີ່ໄດ້ກຳນົດໄວ້, ເຊິ່ງມີຜູ້ສະໝັກທັງໝົດ 21 ສະຫາຍ, ຍິງ 4 ສະຫາຍ ເລືອກຕັ້ງໄດ້ 17 ສະຫາຍ, ຍິງ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກກະຊວງ ສາທາລະນະສຸກ ສະໄໝທີ IX ໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາຜົນຂອງການເລືອກຕັ້ງເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກດັ່ງນີ້: ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ເປັນເລຂາຄະນະພັກກະຊວງ, ສະຫາຍ ດຣ ສະໜອງ ທອງຊະນະ ເປັນຮອງເລຂາຄະນະພັກ, ສະຫາຍ ດຣ ໄພວັນ ແກ້ວປະເສີດ ເປັນປະທານກວດກາພັກ, ສະຫາຍ ທອງວັນ ເພັດຈະເລີນ ແລະ ສະຫາຍ ນາງ ສົມແພງ ສຸວັນນະເມທີ ເປັນຮອງປະທານກວດກາ. ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ເປັນຕົວແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ເຊິ່ງມີຜູ້ແທນສົມບູນ 7 ສະຫາຍ, ຍິງ 1 ສະຫາຍ, ຜູ້ແທນສໍາຮອງ 2 ສະຫາຍ.

          ໃນຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມນັ້ນ, ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານ ສະ ຫາຍເຊື່ອໝັ້ນວ່າ ຄະນະພັກຊຸດໃໝ່ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສາທາລະນະສຸກ ສະໄໝທີ IX ໃຫ້ມີຜົນສຳເລັດເປັນກ້າວໆ.