ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ VIII
ຈຳນວນຜູ້ອ່ານ: 75
ອະນຸມັດວັນທີ: 08/12/2020

ໂດຍ: ພອນສະຫວັນ ລາຊະບັນເທົາ

          ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄດ້ໄຂຂຶ້ນ ແລະ ອັດລົງ ໃນລະຫວ່າງວັນທີ 03-04 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ແສງນວນ ໄຊຍະລາດ, ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຜູ້ແທນສົມບູນ ຈຳນວນ 400 ສະຫາຍ, ຍິງ 71 ສະຫາຍ, ເປັນຕົວແທນໃຫ້ແກ່ສະມາຊິກກຳມະບານທັງໝົດ 227.718 ສະຫາຍ, ຍິງ 103.696 ສະຫາຍ ໃນທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

          ກອງ​ປະ​ຊຸມ​ໄດ້ຮັບ​ຟັງ​ລາຍ​ງານການເມືອງ, ແຜນພັດທະນາໄລຍະ 5 ປີ ຄັ້ງທີ VII ແລະ ບົດສຳຫຼວດການນຳ ພາລວມຂອງຄະນະບໍລິຫານງານສູນກາງກຳມະບານລາວ ສະໄໝທີ VII ໂດຍໄດ້ຕີລາຄາຜົນສຳເລັດຂອງການຈັດຕັ້ງປະ ຕິບັດວຽກງານແຕ່ລະດ້ານ, ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາຍເຫດ, ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນຳພາການເຄື່ອນໄຫວວຽກງານ ແລະ ການຈັດຕັ້ງມະຕິກອງປະຊຸມໃຫຍ່ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມນີ້ ກໍ່ໄດ້ເປັນເອກະສັນຮັບຮອງເອົາບັນດາເນື້ອໃນ, ທິດທາງແຜນການ 5 ປີຕໍ່ໜ້າ (2021-2025).

          ກອງ​ປະ​ຊຸມ​ໄດ້ຮັບ​ຟັງ​ລາຍ​ງານ ແລະ ການ​ປະ​ກອບ​ຄຳ​ເຫັນ​ຢ່າງກົງໄປກົງມາຂອງ​ຜູ້​ຕາງ​ໜ້າຫຼາຍ​ພາກ​ສ່ວນ ທັງໝົດລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບຕໍ່​ບົດ​ລາຍ​ງານ​ການ​ເມືອງ, ແຜນ​ພັດ​ທະ​ນາ​ຮອບດ້ານຂອງສະ ຫະພັນກຳມະ ບານລາວ, ທິດ​ທາງ, ແຜນ​ການ ແລະ ວຽກ​ງານ​ຮອບ​ດ້ານ​ຕໍ່​ກອງ​ປະ​ຊຸມ, ເຫັນວ່າມີຫຼາຍວຽກງານໄດ້ຮັບຜົນສໍາເລັດເຮັດໃຫ້ລະບົບການຈັດຕັ້ງຂອງສະຫະພັນກໍາມະບານແຕ່ສູນກາງຮອດຮາກຖານ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຈັດ​ຕັ້ງ​​ຜັນ​ຂະ​ຫຍາຍປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ເຂົ້າ​ໃນ​ແຕ່​ລະ​ຂົງ​ເຂດ​ວຽກ​ງານ​ກົມ​ກອງຂະ​ແໜງ​ການ​ຂອງ​ຕົນ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິ ປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວສະໄໝທີ VIII ຈຳນວນ 57 ສະຫາຍ, ຍິງ 11 ສະຫາຍ ແລະ ເປັນ​ເອ​ກະ​ສັນກັນ​ເລືອກ​ເອົາສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນປະທານຄະນະບໍລິຫານງານສູນກາງສະ ຫະພັນກຳມະບານລາວ, ສະຫາຍ ພອນສານ ວິໄລ້ເມັ້ງ, ສະຫາຍ ນາງ ອາລິຍາວັນ ອັກຄະວົງ ແລະ ສະຫາຍ ວິໄລ ວົງຂະເສີມ ເປັນຮອງປະທານຄະນະບໍລິຫານງານ, ກອງປະຊຸມໄດ້ເລືອກເອົາ ສະຫາຍ ພອນສານ ວິໄລ້ເມັ້ງ ເປັນປະທານຄະນະກວດກາ, ສະຫາຍ ທອງພິມ ວົງລະພາ ແລະ ສະຫາຍ ແສງທອງ ຊາວພູວົງ ເປັນຮອງປະທານຄະນະກວດກາ.

          ໃນຕອນທ້າຍຂອງກອງ​ປະ​ຊຸມ​ ຜູ້ແທນໄດ້​ຮັບ​ຟັງ​ຄຳເຫັນ​ໂອ້​ລົມ​ຂອງ ສະຫາຍ ພົທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນສໍາເລັດ ຂອງສະຫະພັນກຳມະ ບານລາວ, ສະມາຊິກກຳມະບານ, ກໍາມະກອນ, ຜູ້ອອກແຮງງານລາວ ຍາດມາໄດ້ໃນ 5 ປີຜ່ານມາ ແລະ ຊົມເຊີຍຕໍ່ບັນດາຄະນະບໍລິຫານງານຊຸດໃໝ່ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ເຊິ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງຜູ້ແທນກອງປະຊຸມໃຫຍ່ ທີ່ໄດ້ຕາງໜ້າໃຫ້ສະມາຊິກກຳມະບານໃນທົ່ວປະເທດ ເປັນການມອບໝາຍໜ້າທີ່ວຽກງານທີ່ສຳຄັນ ແລະ ມີກຽດ, ເພື່ອສືບຕໍ່ນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານກຳມະບານລາວໃນຕໍ່ໜ້າ.  ສະຫາຍຍັງໄດ້ເນັ້ນໜັກບາງດ້ານເປັນຕົ້ນ: ເນື້ອໃນການໂຄສະນາສຶກສາອົບຮົມ ເພື່ອດຶງດູດເອົາກໍາມະກອນ ແລະ ຜູ້ອອກແຮງງານລາວ ເຂົ້າມາເປັນກໍາລັງແຮງໃນການສ້າງສາພັດທະນາປະເທດຊາດ ແມ່ນມີຄວາມຈໍາເປັນທີ່ສຸດຂອງສະຫະພັນກໍາມະບານລາວ ເພື່ອສຶກສາອົບຮົມເຂົາໃຫ້ກໍາໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮູ້ໄດ້ສິດ, ພັນທະຕິດພັນກັບຜົນປະໂຫຍດອັນຊອບທໍາຂອງຕົນ. ເພີ່ມທະວີການປັບປຸງ, ກໍ່ສ້າງການຈັດຕັ້ງກໍາມະບານໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ຂະຫຍາຍການຈັດ ຕັ້ງ ແລະ ສະມາຊິກກໍາມະບານ ເຂົ້າສູ່ຫົວໜ່ວຍແຮງງານຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ຊຸກຍູ້ສ້າງຕັ້ງກຸ່ມແຮງງານຕາມວິຊາຊີບຢ່າງທົ່ວເຖິງ. ສະຫະພັນກໍາມະບານແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກຳມະກອນ ແລະ ຜູ້ອອກແຮງງານ; ຍູ້ແຮງຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ ສະໄໝທີ VIII ຕ້ອງໄດ້ເອົາໃຈໃສ່ນໍາພາຈັດຕັ້ງຜັນຂະຫຍາຍມະຕິ, 9 ແຜນງານ 51 ໂຄງການ ທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ແຜນການ, ໂຄງການລະອຽດ, ໄປຕາມຂັ້ນຕອນ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ ແລະ ການຊີ້ນໍາຂອງຄະນະພັກ ຢູ່ໃນຂັ້ນຂອງຕົນ ພ້ອມທັງສະຫຼຸບລາຍງານໃຫ້ຂັ້ນເທິງຂອງຕົນເປັນປົກກະຕິ.