ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ
ຈຳນວນຜູ້ອ່ານ: 34
ອະນຸມັດວັນທີ: 03/12/2020

        ໂດຍ: ພິດສະ​ໄໝ

          ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 11 ສະໄໝທີ X ຕົກລົງໃຫ້ອົງຄະນະພັກຈຳນວນໜຶ່ງ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຂອງຕົນ ພາຍຫຼັງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ແຕ່ໃຫ້ດຳເນີນກອງປະຊຸມຕົວແທນສະມາຊິກພັກ ຫຼື ກອງປະຊຸມສະມາຊິກພັກ. ​ໃນນັ້ນມີອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ).

          ອີງ​ຕາມ​ແຈ້ງ​ການ​ເລກທີ 05/ຄລສພ, ລົງ​ວັນ​ທີ 23 ຕຸລາ 2020, ອົງຄະ​ນະ​ພັກ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຜູ້​ແທນ​ສະມາຊິກ​ພັກ​ຂອງ​ຕົນ​ຂຶ້ນ ໃນ​ວັນ​ທີ 30 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງ​ດາລາ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ມີບັນດາສະຫາຍຄະນະພັກ, ເລຂາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງ ກວຕ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມໄດ້ພ້ອມກັນຮັບຟັງ ການລາຍງານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025). ພ້ອມດຽວກັນນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມຍັງໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ໃຫ້ສອດຄ່ອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນໄລຍະໃໝ່. ພ້ອມກັນນີ້, ຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຊຶ່ງມີຜູ້ສະໝັກ 11 ສະຫາຍ, ຍິງ 3 ສະຫາຍ, ປ່ອນບັດເລືອກເອົາຜູ້ແທນສົມບູນ 5 ສະຫາຍ ແລະ ສຳຮອງ 2 ສະຫາຍ.