ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 26/11/2020

ໂດຍ: ນ. ຄຳສະຫວັນ ພົມມະວົງ

          ກອງ​ປະ​ຊຸມ​ໃຫຍ່ຜູ້ແທນ​ອົງ​ຄະ​ນະ​ພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ໄດ້ໄຂຂຶ້ນແລະອັດລົງໃນລະຫວ່າງວັນທີ 24-25 ພະຈິກ 2020 ທີ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ມີຜູ້ແທນສົມບູນເຂົ້າ​ຮ່ວມ​ 363 ສະ​ຫາຍ, ຍິງ  103 ສະ​ຫາຍ ເຊິ່ງ​ເປັນ​ຕົ​ວ​ແທນ​ໃຫ້​ແກ່ສະ​ມາ​ຊິກ​ພັກທົ່ວກະຊວງສຶກສາທິການ ແລະ ກິລາ  2.680 ສະ​ຫາຍ, ຍິງ 1.165 ສະຫາຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຄື: ພາກທີ I ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ 2016-2020 ແລະ ພາກທີ II ທິດທາງລວມ ແລະ ໜ້າທີ່ຕົ້ນຕໍຂອງອົງຄະນະພັກກະຊວງສຶກ­ສາທິການ ແລະ ກິລາໃນໄລຍະ 5 ປີ (2021-2025) ສະເໜີໂດຍ ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍໄດ້​ຕີ​ລາ​ຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ​ ຕີລາຄາຈຸດ​ອ່ອນ, ຂໍ້​ຄົງ​ຄ້າງ ແລະ ສາ​ເຫດ ພ້ອມທັງບົດ​ຮຽນ​ທີ່ຖອດຖອນໄດ້ຈາກ​ການຊີ້ນໍາ-ນຳ​ພາການ​ຈັ​ດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ໃນ 5 ປີ​ຜ່ານ​ມາ. ພ້ອມນີ້ ກອງ​ປະ​ຊຸມ​ຍັງ​ໄດ້​ເປັນ​ເອ​ກະ​ສັນ​ກັນຮັບ​ຮ​ອງ​ເອົາ​ທິດ​ທາງ​ແຜ​ນ​ການ 5 ປີ 2021-2025 ເຊິ່ງ​ມີ​ເນື້ອ​ໃນ​ຕົ້ນ​ຕໍ​: ການນໍາພາວຽກງານການເມືອງແນວຄິດ, ວຽກງານກົງຈັກການຈັດຕັ້ງພະນັກງານ ແລະ ປັບປຸງກໍ່ສ້າງພັກ, ວຽກງານວິຊາສະເພາະ, ວຽກງານຕິດຕາມກວດກາ,​ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານອົງການຈັດຕັ້ງມະຫາຊົນ, ແລະ ວຽກງານພົວພັນຕ່າງປະເທດ ແລະ ໄດ້ກໍານົດ 8 ເປົ້າໝາຍສູ້ຊົນ.

          ກອງ​ປະ​ຊຸມ​ໄດ້ຮັບ​ຟັງ​ລາຍ​ງານ ແລະ ການ​ປະ​ກອບ​ຄຳ​ເຫັນ​ຈາກ​ຜູ້​ຕາງ​ໜ້າ​ຫຼາຍ​ພາກ​ສ່ວນ ທັງໝົດລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບຕໍ່​ບົດ​ລາຍ​ງານ​ການ​ເມືອງ, ແຜນ​ພັດ​ທະ​ນາ​ການສຶກສາ ແລະ ກິລາ, ທິດ​ທາງ, ແຜນ​ການ ແລະ ວຽກ​ງານ​ຮອບ​ດ້ານ​ຕໍ່​ກອງ​ປະ​ຊຸມ, ເຊິ່ງ​ສ່ວນ​ຫຼາຍ​ໄດ້​ລົງ​ເລິກລາຍ​ງານ​ຜົນ​ສຳ​ເລັດແຫ່ງ​ການ​ຜັນ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຂອງອົງຄະນະພັກກະຊວງ ຄັ້ງທີ VIII ເຂົ້າ​ໃນ​ແຕ່​ລະ​ຂົງ​ເຂດ​ວຽກ​ງານ​ກົມ​ກອງຂະ​ແໜງ​ການ​ຂອງ​ຕົນ ເຊິ່ງໄດ້​ເຮັດ​ໃຫ້​ກອງ​ປະ​ຊຸມ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ. ຈາກນັ້ນ, ຜູ້​ແທນກອງ​ປະ​ຊຸມໄດ້​ພ້ອມ​ກັນ​ໃຊ້​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນປ່ອນ​ບັດ​ເລືອກ​ຕັ້ງເອົາ​ຄະ​ນະ​​ພັກກະຊວງ ​ຊຸດ​ໃໝ່ 21 ສະ​ຫາຍ, ຍິງ 6 ສະ​ຫາຍ, ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ ໄດ້​ເລືອກ​ຕັ້ງ​ເອົາ​ຄະ​ນະ​ປະ​ຈຳ 7 ສະ​ຫາຍ ຍິງ 3 ສະຫາຍ ແລະ ເປັນ​ເອ​ກະ​ສັນກັນ​ເລືອກ​ເອົາ​ ສະ​ຫາຍ ຮສ. ປອ. ພຸດ ສິມມາລາວົງ ເປັນ​ເລ​ຂາ​ຄະ​ນະ​ພັກ, ສະ​ຫາຍ ນາງ ຂັນທະລີ ສິຣິພົງພັນ ເປັນ​ຮອງ​ເລ​ຂາ​ຄະ​ນະ​ພັກ, ສະ​ຫາຍ ປອ. ສຳລານ ພັນຄະວົງ ເປັນ​ປະ​ທານກວດ​ກາ, ສະ​ຫາຍ ບຸນມີ ຈັນທະອຸດົມ, ສະ​ຫາຍ ຮສ. ປອ. ຮຸ່ງເພັດ ຈັນທະວົງ ແລະ ສະຫາຍ ອິນທະວົງ ມະນີທອງ ເປັນຮອງປະທານຄະນະກວດກາ. ພ້ອມນີ້ ຜູ້ແທນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ 11 ສະຫາຍ ແລະ ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

          ໃນຕອນທ້າຍຂອງກອງ​ປະ​ຊຸມ​ ຜູ້ແທນໄດ້​ຮັບ​ຟັງ​ຄຳເຫັນ​ໂອ້​ລົມ​ຈາກ ສະ​ຫາຍ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ເຊິ່ງ​ສະ​ຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການ​ຊີ້​ນຳ-ນຳ​ພາ​ຂອງ​ຄະ​ນະ​ພັກ​ຊຸດ​ເກົ່າ ທີ່​ໄດ້​ຊີ້​ນຳ-ນຳ​ພາ​​ສະ​ມາ​ຊິກ​ພັກ, ພະນັກງານຄູອາຈານ ແລະ ນັກຮຽນ, ນັກສຶກສາ ​ປະ​ຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນໄດ້​ຮັບຜົນ​ສຳ​ເລັດ; ສະ​ຫາຍ​ໄດ້​ເນັ້ນໃຫ້ຄະນະພັກຊຸດໃໝ່ຕ້ອງໄດ້ບຸກໜ້າບືນຕົວຫຼາຍກວ່າເກົ່າ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍຜົນສຳເລັດດ້ານດີທີ່ຕັ້ງໜ້າ, ແກ້ໄຂຂອດທີ່ຍັງຄົງຄ້າງ, ອັນສຳຄັນ ຕ້ອງໄດ້ພັດທະນາສູ່ອັນໃຫມ່ໃຫ້ທັນກັບການປ່ຽນແປງທີ່ກ້າວໜ້າຂອງຍຸກສະໄໝ, ຕ້ອງມີຄວາມຕັດສິນໃຈສູງ ບຸກບືນ ເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງກອງປະຊຸມໃຫຍ່, ອັນສໍາຄັນແມ່ນຕ້ອງມີຄວາມສາມັັກຄີເປັນເອກະພາບ, ປະຕິບັດເຂັ້ມງວດຫຼັກການລວມສູນປະຊາທິປະໄຕຂອງພັກ; ສະຫາຍໄດ້ສະເໜີ ແລະ ຍັງຮຽກຮ້ອງໃຫ້ບັນດາສະຫາຍອາດີດຄະນະພັກທີ່ໄດ້ອອກພັກຜ່ອນຮັບເບ້ຍບຳນານແລ້ວຕ້ອງໄດ້ຊ່ວຍເຫຼືອກໍ່ສ້າງ ແລະ ມີຄຳຄິດເຫັນແນະນຳດ້ວຍຄວາມຮັບຜິດຊອບ ແລະ ສ້າງສັນ ໃຫ້ແກ່ຄະນະພັກຊຸດໃໝ່ເຮັດສຳເລັດໜ້າທີ່.

          ກອງ​ປະ​ຊຸມ​ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ ພ້ອມດ້ວຍສະມາຊິກພັກ ພະນັກງານຂອງຂະແໜງສຶກ​ສາ​ທິ​ການ​ ແລະ​ ກິ​ລາ ຈົ່ງ​ໄດ້​ເຊີດ​ຊູ​ສະ​ຕິ ແລະ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບທາງດ້ານ​ການ​ເມືອງຂອງ​ຕົນ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນ ໃຫ້ມີຜົນສຳເລັດຕາມຄາດໝາຍສູ້ຊົນທີ່ກອງປະຊຸມໄດ້ວາງໄວ້.