ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VI
ຈຳນວນຜູ້ອ່ານ: 53
ອະນຸມັດວັນທີ: 25/11/2020

ໂດຍ: ວິລະສະໄໝ

          ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VI ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ພະຈິກ 2020 ໂດຍການເປັນປະທານຂອງສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 125 ສະຫາຍ, ຍິງ 41 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຢ່າງສ້າງສັນກົງໄປກົງມາໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກກະຊວງ ສະໄໝທີ V; ພ້ອມກັນຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາຍເຫດ, ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງມະຕິກອງປະຊຸມໃຫຍ່ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມນີ້ ກໍ່ໄດ້ເປັນເອກະສັນຮັບຮອງເອົາບັນດາເນື້ອໃນ, ທິດທາງແຜນການ 5 ປີຕໍ່ໜ້າ (2021-2025).

          ໃນວາລະກອງປະຊຸມ ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸດໃໝ່ 11 ສະຫາຍ, ຍິງ 2 ສະຫາຍ  ຈາກຜູ້ສະໝັກ 14 ສະຫາຍ, ຍິງ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະພັກຊຸດໃໝ່ ໄດ້ເລືອກເອົາຄະນະປະຈຳ 3 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ ສະຫາຍ ປອ ຄຳແພງ ໄຊສົມແພງ ເປັນເລຂາຄະນະພັກ, ສະຫາຍ ນ. ຄຳໃບ ຂັດທິຍະ ເປັນຮອງເລຂາຄະນະພັກ, ສະຫາຍ ປະເດີມພອນ ສົນທະນີ ເປັນປະທານກວດກາ, ສະຫາຍ ສາຍທອງ ອິດທິພົນ ແລະ ສະຫາຍ ຄຳແສນ ໄຊຍະວົງ ເປັນຮອງປະທານກວດກາ. ພ້ອມນີ້ ຜູ້ແທນກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ 6 ສະຫາຍ ແລະ ສຳຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

          ໃນຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດການຊີ້ນຳ-ນຳພາພະນັກງານ-ສະມາຊິກພັກ ຈັດຕັ້ງປະຕະບັດໜ້າທີ່ການເມືອງຂອງຕົນ ໄດ້ຮັບຜົນສຳເລັດຫຼາຍດ້ານ ເຮັດໃຫ້ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ພ້ອມນີ້ ສະຫາຍໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີທົ່ວອົງຄະນະພັກກະຊວງ ເອົາໃຈໃສ່ປັບປຸງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ; ສະຫາຍມີຄວາມເຊື່ອໝັ້ນຕໍ່ກຳລັງແຮງທົ່ວອົງຄະນະພັກກະຊວງ ໂດຍສະເພາະແມ່ນຄະນະພັກຊຸດໃໝ່ ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າສູ່ຊີວິດການເມືອງຕະຫຼອດໄລຍະສະໄໝຂອງກອງປະຊຸມໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.