ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງປ້ອງກັນປະເທດ ຄັ້ງທີ V ໄດ້ເລືອກເອົາສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເປັນເລຂາຄະນະພັກກະຊວງ
ຈຳນວນຜູ້ອ່ານ: 57
ອະນຸມັດວັນທີ: 19/11/2020

ໂດຍ: ຄອນຄຳ ໂສລັດຕະນະວົງ

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ + Lao people's Army News

       ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງປ້ອງກັນປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-19 ພະຈິກ 2020 ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີຜູ້ແທນສົມບູນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ 200 ກວ່າສະຫາຍ.

       ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມ, ບັນດາສະຫາຍຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຕໍ່ເອກະສານສຳຄັນຂອງກອງປະຊຸມ ເປັນຕົ້ນແມ່ນຮ່າງລາຍງານການເມືອງ, ບົດສຳຫຼວດການນຳພາລວມຂອງຄະນະພັກ, ແຜນພັດທະນາກໍ່ສ້າງກໍາລັງກອງທັບກໍ່ຄືວຽກງານປ້ອງກັນຊາດ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຕາມແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ຮັບປະກັນໃຫ້ແກ່ກໍາລັງປະກອບອາວຸດທີ່ຍາມໃດກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ.

       ໃນວາລະຂອງກອງປະຊຸມ ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງ ຊຸດໃໝ່ 33 ສະຫາຍ, ເລືອກຕັ້ງເອົາຜູ້ແທນສົມບູນ 51 ສະຫາຍ, ສໍາຮອງ 4 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

       ກອງປະຊຸມຄົບຄະນະຄັ້ງປະຖົມມະເລີກຂອງຄະນະພັກກະຊວງຊຸດໃໝ່ ໄດ້ເລືອກຕັ້ງເອົາຄະນະປະຈໍາ 11 ສະຫາຍ ແລະ ເປັນເອກະສັນກັນປະຊາມະຕິເລືອກເອົາສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເປັນເລຂາຄະນະພັກ, ສະຫາຍ ພົນໂທ ທອງລອຍ ສີລິວົງ ແລະ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເປັນຮອງເລຂາຄະນະພັກ, ສະຫາຍ ພົນຕີ ສອນທອງ ພົມລາວົງ ເປັນປະທານກວດກາພັກ.

       ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍ່ຄືຄະນະພັກແຕ່ລະຂັ້ນ ໃນການປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດຕໍ່ການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຼາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມທຸກສະຖານະການ, ເປັນກໍາລັງຫຼັກແຫຼ່ງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ. ພ້ອມນີ້ ສະຫາຍຍັງໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນລາວ ເປັນກໍາລັງທີ່ເດັດດ່ຽວ ຍຶດໝັ້ນນບົດບາດການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດນໍາພາຢ່າງຮອບດ້ານຂອງຄະນະນະພັກທຸກຂັ້ນ, ສ້າງກໍາລັງປະກອບອາວຸດຕາມທິດຫັນເປັນທັນສະໄໝ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.