ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຄັ້ງທີ VI ໄດ້ເລືອກຕັ້ງເອົາຄະນະພັກຊຸດໃໝ່ 15 ສະຫາຍ
ຈຳນວນຜູ້ອ່ານ: 47
ອະນຸມັດວັນທີ: 18/11/2020

        ໂດຍ: ສ. ສົດ​ໃສ

          ໃນ​ວັນ​ທີ 17 ພະຈິກ 2020 ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່ຜູ້​ແທນອົງຄະ​ນະ​ພັກ​ກະຊວງ​ ຄັ້ງ​ທີ VI ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ປອ ​ເພັດ ພົມ​ພິພັກ ​ກຳ​ມະ​ການ​ສູນ​ກາງ​ພັກ, ເລຂາ​ຄະນະ​​ພັກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ປອ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ມີສະມາຊິກ​ພັກ​ອາວຸ​ໂສ​ບຳນານ, ​ຜູ້​ແທນ​ກອງ​ປະຊຸມ ແລະ ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ​.

          ກອງ​ປະຊຸມ​ ​ໄດ້​ສະຫຼຸບຕີ​ລາຄາ​ຄືນການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ພັກ​ກະຊວງ​ຕະຫຼອດ​ໄລຍະ 5 ປີ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຜ່ານ​ມາ ​ແລະ ວາງ​ທິດ​ທາງ​ແຜນການພັດທະນາ​ຂະ​ແໜງ​ກະສິກຳ-ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ 5 ປີ​ຕໍ່ໜ້າ (2021-2025).

          ຜູ້​ແທນ​ກອງ​ປະຊຸມ ​ໄດ້​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ພັກ​ກະຊວງ​ສິກຳ ​ແລະ ປ່າ​ໄມ້ ຊຸດ​ໃໝ່ 15 ສະຫາຍ, ຍິງ 3 ສະຫາຍ ຈາກ​ຜູ້​ສະໝັກ 19 ສະຫາຍ, ຍິງ 4 ສະຫາຍ; ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຂອງ​ຄະນະ​ພັກ​ກະຊວງ​ຊຸດ​ໃໝ່ ​ໄດ້​ເລືອກ​ເອົາ​ຄະນະ​ປະຈຳ 5 ສະຫາຍ, ຍິງ 1 ສະຫາຍ, ​ເລືອກ​ເອົາ​ສະ​ຫາຍ ປອ ​ເພັດ ພົມ​ພິພັກ ​ເປັນ​ເລຂາ​ຄະນະ​ພັກ, ສະຫາຍ ທອງ​ພັດ ວົງ​ມະນີ ​ເປັນ​ຮອງ​ເລຂາ​ຄະນະ​ພັກ, ​ເລືອກ​ເອົາ​ສະຫາຍ ນາງ ພວງ​ເພັດ ປູ່​ວັງ ​ເປັນ​ປະທານ​ກວດກາ​ຄະນະ​ພັກ, ສະຫາຍ ສົມ​ພອນ ​ແກ້ວ​ຫາ​ວົງ ​ແລະ ສະຫາຍ ສົມສັກ ສີ​ສົມ​ພູ ​ເປັນ​ຮອງ​ປະທານ​ກວດກາ​ຄະນະ​ພັກ. ພ້ອມ​ນີ້ ຜູ້​ແທນ​ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຜູ້​ແທນ​ສົມບູນ 6 ສະຫາຍ ​ແລະ ສຳຮອງ 2 ສະຫາຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ.

          ຕອນ​ທ້າຍ​ຂອງ​ກອງ​ປະຊຸມ​ ສະຫາຍ ປອ ບຸນ​ທອງ ຈິດ​ມະນີ ​ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ດັ່ງກ່າວ ​ເຊິ່ງສະຫາຍ​ໄດ້​​ຍ້ອງຍໍ​ຊົມ​ເຊີຍຕໍ່​ຜົນ​ງານຂອງ​ຄະນະ​ພັກ​ຊຸດ​ເກົ່າ ​ແລະ ມີ​ທິດ​ຊີ້​ນຳ​ໃຫ້​ຄະນະ​ພັກ​ຊຸດ​ໃໝ່​ ພ້ອມ​ດ້ວຍສະມາ​ຊິກ​ພັກ-ພະນັກງານ​ທົ່ວ​ຂະ​ແໜງ​ການ​ກະສິກຳ-ປ່າ​ໄມ້ ​ສືບ​ຕໍ່​​ເປັນການ​ນຳ​ຫຼັກ​ແຫຼ່ງ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການຈັດ​ຕັ້ງປະຕິບັດວຽກ​ງານ​ໃນ​ຂະ​ແໜງ​ການ​ກະສິກຳ ​ແລະ ປ່າ​ໄມ້ ​ເຮັດ​ໃຫ້​ຄາດໝາຍ​ສູ້​ຊົນ​ທີ່​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງນີ້​ວາງ​ໄວ້​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ພັດທະນາຂະ​ແໜງ​ການ​ກ້າວ​ສູ່​ຄວາມທັນ​ສະ​ໄໝ​ຂຶ້ນ​ໄປ​​ເລື້​ອຍໆ.