ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 18/11/2020

       ຂ່າວ: ສູນທອນ ທອງຊະນະ

ພາບ: ນັກຂ່າວ ຂວຈ + ສູນທອນ

       ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-19 ພະຈິກ 2020 ທີ່ສະໂມສອນແຂວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຜູ້ແທນສົມບູນ 257 ສະຫາຍ, ຍິງ 35 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວແຂວງ 19.728 ສະຫາຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

       ກອງປະຊຸມ ໄດ້ຜ່ານຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາລວມ ແລະ ມີການປະກອບຄຳເຫັນຂອງບາງຜູ້ແທນຕໍ່ຮ່າງເອກະສານດັ່ງກ່າວ; ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 35 ສະຫາຍ, ຍິງ 5 ສະຫາຍ ແລະ ເລືອກຕັ້ງເອົາຜູ້ແທນສົມບູນ 27 ສະຫາຍ, ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

       ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານພັກແຂວງຊຸດໃໝ່ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ຄຳພັນ ສິດທິດຳພາ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນສອນ ເພັດລາວັນ ແລະ ສະຫາຍ ທອງສະຫວັນ ວົງສຳພັນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສົມດີ ແກ້ວດາລາວິນ ເປັນປະທານຄະນະກວດກາພັກແຂວງ.

       ໃນຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ຈັນສີ ໂພສີຄຳ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງຄຳເຫັນໂອ້ລົມດັ່ງກ່າວລ້ວນແຕ່ແມ່ນທັດສະນະຊີ້ນຳຂອງພັກ ເພື່ອເປັນບ່ອນອີງໃນການນຳພາ ແລະ ການຊີ້ນຳຈັດຕັ້ງຜັນຂະຫຍາຍເນື້ອໃນຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງນີ້ ໃຫ້ທົ່ວເທິງ ແລະ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງໃນໜ້າທີ່ວຽກງານໃຫ້ມີຜົນສຳເລັດ.