ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຊຽງຂວາງ
ຈຳນວນຜູ້ອ່ານ: 64
ອະນຸມັດວັນທີ: 12/11/2020

ໂດຍ: ຄຳສະຫວັນ

ແຫຼ່ງຂ່າວ: ພະແນກ ຖວທ ແຂວງຊຽງຂວາງ

          ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຊຽງຂວາງ ໄດ້ດຳເນີນໃນລະຫວ່າງວັນທີ 5-6 ພະຈິກ 2020 ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຕົ້ນ ຈັນທະພອນ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ມີຜູ້ແທນສົມບູນ 250 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງ 17.700 ສະຫາຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

          ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ ເຊິ່ງຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ການຊີ້ນຳໆພາຢ່າງໃກ້ສິດຈາກຄະນະພັກແຕ່ລະຂັ້ນ ຕະຫລອດໄລຍະ 5 ປີຜ່ານມາ ເຮັດໃຫ້ທົ່ວແຂວງຊຽງຂວາງ ມີຄວາມສະຫງົບໂດຍພື້ນຖານ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ອັນເປັນເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນໜັກແໜ້ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ປັບປຸງການຈັດຕັ້ງຮາກຖານພັກໃຫ້ມີຄວາມຫນັກແໜ້ນເຂັ້ມແຂງ ເຮັດໃຫ້ການຈັດຕັ້ງພັກເຕີບໃຫຍ່ຂະຫຍາຍຕົວ ສາມາດເປັນແກນນໍາໃນລະບົບການເມືອງຢູ່ແຕ່ລະຂັ້ນ ປະຈຸບັນທົ່ວ ແຂວງມີ 88 ຄະນະພັກຮາກຖານ ມີ 1.057 ຫນ່ວຍພັກ ສາມາດສ້າງຫນ່ວຍພັກ ເຂັ້ມແຂງ-ຮູ້ນໍາພາຮອບດ້ານໄດ້ 662 ໜ່ວຍ, ກວມ 64,39% ຂອງໜ່ວຍພັກທັງຫມົດ: ປີ 2019 ໄດ້ສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 569 ໜ່ວຍ, ກວມ 53,83%; ທົ່ວແຂວງມີສະມາຊິກພັກທັງຫມົດ 17.700 ສະຫາຍ, ທຽບໃສ່ປີ 2015 ເພີ່ມຂຶ້ນ 27%, ທຽບໃສ່ແຜນການທີ່ວາງໄວ້ແມ່ນລື່ນຄາດໝາຍ 7% ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກຂອງຕົນ ເພື່ອຍົກສູງບົດບາດການນໍາພາຂອງພັກໃຫ້ໜັກແໜ້ນຂຶ້ນເລື້ອຍໆ. ເສດຖະກິດມີການຂະຫຍາຍຕົວຢູ່ໃນລະດັບ 7,5%/ປີ ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 16.731,07 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.622 ໂດລາສະຫະລັດຕໍ່ຄົນຕໍ່ປີ.

          ໃນວາລະກອງປະຊຸມ ຜູ້ແທນໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມທັງ 2 ພາກ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ. ກອງປະຊຸມໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ ພ້ອມທັງເປັນເອກະສັນຮັບຮອງເອົາທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2021-2025); ພ້ອມນີ້ ກໍ່ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພຶື້ນຖານລະບຽບຫຼັກການ ແລະ ມາດຖານ-ເງື່ອນໄຂທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 36 ສະຫາຍ, ຍິງ 4 ສະຫາຍ, ເລືອກໄດ້ 31 ສະຫາຍ, ຍິງ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານພັກແຂວງຊຸດໃໝ່ ໄດ້ເລືອກເອົາຄະນະປະຈຳ 9 ສະຫາຍ, ປະທານ ແລະ ຮອງປະທານກວດກາ, ເປັນເອກະສັນກັນຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ໂດຍໄດ້ມີປະຊາມະຕິເລືອກເອົາສະຫາຍ ບຸນຈັນ ສີວົງພັນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນໂຮມ ເທດທານີ, ສະຫາຍ ໜໍບີ ຫາຕົງປາວ ເປັນຮອງເລຂາ, ສະຫາຍ ຈັນໄຄ ສຸທິຈັກ ເປັນປະທານຄະນະກວດກາພັກ, ສະຫາຍ ພອນສີ ພິນລາວົງ, ສະຫາຍ ຄຳວຽນ ສີຫານາດ ແລະ ສະຫາຍ ນາງ ວັນໄຊ ສິງດາລາ ເປັນຮອງປະທານຄະນະກວດກາພັກ.

          ຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ນາງ ປານີ ຢ່າທໍ່ຕູ້  ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການນຳພາປະຊາຊົນແຂວງຊຽງຂວາງສ້າງສາພັດທະນາເສດຖະກິດ-ສັງຄົມໃນຫຼາຍຮູບແບບ ຫຼາຍວິທີທາງ ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ພ້ອມນີ້ ສະຫາຍຍັງໄດ້ເນັ້ນໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ເພີ່ມຄວາມເອົາໃຈໃສ່ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ, ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງນີ້ແລ້ວໃຫ້ຮີບຮ້ອນພ້ອມກັນນຳເອົາຜົນສຳເລັດຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ ເຜີຍແຜ່ ເຊື່ອມຊຶມ ແລະ ສ້າງແຜນການຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງໃນໜ້າທີ່ວຽກງານໃຫ້ມີຜົນສຳເລັດໃນຕໍ່ໜ້າ.