ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV
ຈຳນວນຜູ້ອ່ານ: 57
ອະນຸມັດວັນທີ: 10/11/2020

ໂດຍ: ຄອນຄຳ ໂສລັດຕະນະວົງ

ແຫຼ່ງຂ່າວ: ກະຊວງການຕ່າງປະເທດ

 

          ກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ພະຈິກ 2020 ທີ່ສູນຝຶກອົບຮົມຮ່ວມມືສາກົນ (ICTC), ນະຄອນຫວຼງວຽງຈັນ ໂດຍການເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງການຕ່າງປະເທດ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ມີບັນດາສະຫາຍຄະນະພັກກະຊວງ ແລະ ສະມາຊິກພັກສົມບູນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 200 ສະຫາຍ, ຍິງ 58 ສະຫາຍ ເຊິ່ງເປັນຕົວແທນ ໃຫ້ສະມາຊິກພັກກະຊວງການຕ່າງປະເທດ ທັງໝົດ 700 ກວ່າສະຫາຍ, ຍິງ 200 ກວ່າສະຫາຍ.

          ກອງປະຊຸມ ໄດ້ສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ ພ້ອມທັງຮັບຮອງເອົາຮ່າງລາຍງານການເມືອງ ແລະ ແຜນພັດທະນາກະຊວງໃນ 5 ປີຕໍ່ໜ້າ ເຊິ່ງມີ 11 ຄາດໝາຍສູ້ຊົນ, 6 ແຜນງານ, 39 ໂຄງການ. ພ້ອມນີ້ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ 15 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະພັກຊຸດໃໝ່ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ສະເຫຼີມໄຊ ກົມມະສິດ ເປັນເລຂາຄະນະພັກກະຊວງອີກໜຶ່ງສະໄໝ, ສະຫາຍ ທອງສະຫວັນ ພົມວິຫານ ເປັນຮອງເລຂາ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງ ເປັນ ປະທານກວດກາພັກ. ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ 5 ສະຫາຍ ແລະ ສໍາຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ໃນຕໍ່ໜ້າຕື່ມອີກ.

          ໃນຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ເປັນກຽດຮັບຟັງຄຳເຫັນໂອ້ລົມໃຫ້ທິດຊີ້ນໍາຈາກສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດຕະຫຼອດໄລຍະ 5 ປີຜ່ານມາ ແລະ ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ເປັນເຈົ້າການສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ມີການຈັດບຸລິມະສິດ, ກຳນົດເປົ້າໝາຍ, ຈຸດສຸມ ແລະ ສ້າງເປັນແຜນການ ເຄື່ອນໄຫວລະອຽດ ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງອອກໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.