ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຫົວພັນ ຄັ້ງທີ X
ຈຳນວນຜູ້ອ່ານ: 65
ອະນຸມັດວັນທີ: 04/11/2020

ຂ່າວ: ໄອແກ້ວ, ພາບ: ໄອແກ້ວ+ອິນທະຫວາ, ຮຽບຮຽງ: ຄອນຄຳ

       ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫຼັງດຳເນີນກອງປະຊຸມ 2 ວັນ ຄືວັນທີ 2-3 ພະຈິກ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫົວພັນ; ໃຫ້ກຽດເຂົ້າຮ່ວມມີ ສະ​ຫາຍ ປ.ອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ມີ​​ພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຜູ້ແທນສົມບູນຈຳນວນ 324 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 18.000 ກວ່າສະຫາຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

       ບັນດາສະຫາຍຜູ້ແທນສົມບູນທີເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມຢ່າງກົງໄປກົງມາ ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ, ພ້ອມນີ້, ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາລາຍງານການເມືອງ, ທິດທາງ, ແຜນການ 5 ປີໃນຕໍ່ໜ້າ 2021-2025 ເຊິ່ງມີເນື້ອໃນຕົ້ນຕໍຄື: ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖືສໍາຄັນການສຶກສາອົບຮົມພົນລະເມືອງໃຫ້ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ສືບຕໍ່ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ຍົກສູງຄວາມສາມາດນໍາພາຂອງພັກ, ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນບົດບາດເປັນແກນນຳໃນລະບົບການເມືອງ; ເພີ່ມທະວີຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນພາຍໃຕ້ການນຳພາຂອງພັກ, ປັບປຸງການບໍລິຫານລັດໃຫ້ມີຄວາມສັກສິດ, ໂປ່ງໃສ, ວ່ອງໄວ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ເອົາໃຈໃສ່ສ້າງເງື່ອນໄຂຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6% ຂຶ້ນໄປ, ສະເລ່ຍລາຍໄດ້ຂອງປະຊາຊົນຕໍ່ຫົວຄົນຕໍ່ປີໃຫ້ໄດ້ 13 ລ້ານກວ່າກີບ.

       ໃນວາລະກອງປະຊຸມ ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 35 ສະຫາຍ, ຍິງ 4 ສະຫາຍ ຈາກຜູ້ຮັບສະໝັກເລືອກຕັ້ງ 40 ສະຫາຍ, ຍິງ 5 ສະຫາຍ; ເລືອກຕັ້ງເອົາຜູ້ແທນສົມບູນ 35 ສະຫາຍ ແລະ ສໍາຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

       ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານພັກແຂວງຊຸດໃໝ່ ໄດ້ເປັນເອກະສັນເລືອກເອົາສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພີດ ມາປັນຍາ ແລະ ສະຫາຍ ນາງອຳໄພວອນ ລ້ອມບຸນແພງ ເປັນຮອງເລຂາ, ສະຫາຍ ຮິນທອງ ດວງຈັນສຸກ ເປັນປະທານກວດກາພັກ, ສະຫາຍ ຄຳແພງ ອິນທະວີ, ສະຫາຍ ວົງເພັດ ຈັນທະມອນ ແລະ ສະຫາຍ ປ.ອ. ຄອນເສີດ ດອນມີໄຊ  ເປັນຮອງປະທານກວດກາພັກ.

       ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ສະຫາຍ ປ.ອ. ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານ ແລະ ເປັນຫ່ວງຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ປັບປຸງ, ແກ້ໄຂໃນຕໍ່ໜ້າ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ໃນການສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ.

      ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສຸມທຸກສະຕິປັນຍາ, ຄວາມອາດສາມາດ, ຫົວຄິດປະດິດສ້າງປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສຳເລັດ, ສູ້ຊົນແກ້ໄຂ 3 ກະແສແນວຄິດ, ຈຳກັດ ແລະ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນໄລຍະຜ່ານມາ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນໃຫ້ນັບມື້ກ້າວໜ້າຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນແຂວງຫົວພັນ ຫລຸດພົ້ນອອກຈາກຄວາມທຸກຍາກ ມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດລວມຂອງຊາດ ພ້ອມກັນເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ.