ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພະນັກງານຄະນະຈັດຕັ້ງສູນກາງພັກ ທັດສະນະຢ້ຽມຊົມຫ້ອງມູນເຊື້ອກະຊວງການຕ່າງປະເທດ ເນື່ອງໃນວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 - 12 ຕຸລາ 2020)
ຈຳນວນຜູ້ອ່ານ: 30
ອະນຸມັດວັນທີ: 02/11/2020

ໂດຍ: ແສງວອນ

       ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ພາຍຫລັງພັກຄອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 3/2/1930, ຄະນະພັກແຄວ້ນລາວໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1934 ນຳພາປະຊາຊົນລາວຢຶດອຳນາດການປົກຄອງຢູ່ນະຄອນຫລວງວຽງຈັນໃນວັນທີ 23 ສິງຫາ 1945 ແລະ ໃນວັນທີ 12 ຕຸລາ 1945 ໄດ້ປະກາດເອກະລາດຕໍ່ຊາວໂລກເປັນຄັ້ງທຳອິດໃນປະຫວັດສາດຂອງຊາດ ເຊິ່ງໄດ້ລົບລ້າງສົນທິສັນຍາທີ່ໄດ້ເຊັນກັບຝຣັ່ງໃນເມື່ອກ່ອນ, ປະກາດໃຊ້ລັດຖະທຳມະນູນສະບັບຊົ່ວຄາວ, ປະກາດໄຊ້ທຸງສາມສີ ແລະ ປະກາດສ້າງຕັ້ງລັດຖະບານຊົ່ວຄາວ, ໃນນັ້ນ ປະທານ ສຸພານຸວົງ ໄດ້ຮັບການແຕ່ງຕັ້ງເປັນເສນາບໍດີ (ລັດຖະມົນຕີ) ຕ່າງປະເທດຄົນທໍາອິດໃນເດືອນຕຸລາ 1945.

       ໃນວັນທີ 12 ຕຸລາ 1945 ນອກຈາກເປັນວັນປະກາດເອກະລາດແລ້ວ ຍັງເປັນວັນສ້າງຕັ້ງການທູດລາວ ເຊິ່ງນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ແມ່ນໄດ້ເຄື່ອນໄຫວຕາມແນວທາງການຕ່າງປະເທດຂອງພັກແຕ່ລະໄລຍະ ປະກອບສ່ວນອັນສຳຄັນເຂົ້າໃນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະປະຈຸບັນ.

       ດັ່ງນັ້ນ, ເພື່ອເປັນການລະນຶກເຖິງວັນສຳຄັນດັ່ງກ່າວ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ສະມາຊິກພັກ ໄດ້ຮຽນຮູ້ ແລະ ເຊື່ອມຊຶມນະໂຍບາຍການຕ່າງປະເທດຂອງລາວເຮົາໃນແຕ່ລະໄລຍະ, ຄະນະຈັດຕັ້ງສູນກາງພັກ ນຳໂດຍສະຫາຍ ຄຳສອນ ສຸເທບມະນີ ຮອງຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ສະມາຊິກພັກຈຳນວນໜຶ່ງ ໄດ້ເຂົ້າທັດສະນະຢ້ຽມຊົມມູນເຊື້ອການຕ່າງປະເທດຂອງ ສປປລ ໃນວັນທີ 23 ຕຸລາ 2020 ທີ່ຫ້ອງມູນເຊື້ອຂອງກະຊວງການຕ່າງປະເທດ.

       ໃນໂອກາດເຂົ້າຢ້ຽມຊົມຫ້ອງມູນເຊື້ອດັ່ງກ່າວ ໄດ້ຮັບຟັງການບັນຍາຍຈາກວິຊາການຂອງພາກສ່ວນກ່ຽວຂ້ອງເຖິງມູນເຊື້ອການເຄື່ອນໄຫວວຽກງານການຕ່າງປະເທດແຕ່ລະໄລຍະ ເຊິ່ງມາຮອດປະຈຸບັນ ສປປລ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 143 ປະເທດ, ມີສາຍພົວພັນກັບ 139 ພັກການເມືອງ, ມີສຳນັກງານຕາງໜ້າຂອງລາວຢູ່ຕ່າງປະເທດ 40 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ; ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງການກົງສຸນ 1 ແຫ່ງ; ມີດ່ານສາກົນ 28 ແຫ່ງ; ກົງສຸນກິດຕິມະສັກຂອງ ສປປ ລາວຢູ່ຕ່າງປະເທດ 17 ປະເທດ; ກົງສຸນກິດຕິມະສັກຂອງຕ່າງປະເທດ ຢູ່ ສປປລ ມີ 18 ປະເທດ, ມີການພົວພັນການຄ້າກັບ 50 ກວ່າປະເທດໃນໂລກ, ໄດ້ເຊັນສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການກັບ 37 ປະເທດ, ຍົກເວັ້ນວີຊາສອງຝ່າຍສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ (9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ) ແລະ ຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືຫນັງສືຜ່ານແດນທໍາມະດາໃຫ້ກັບ 4 ປະເທດ (ສ. ເກົາຫລີ, ຍີ່ປຸ່ນ, ສະຫະພັນທະລັດ ສະວິດ, ລຸກຊໍາບວກ).

       ຕະຫຼອດໄລຍະຂອງການຢ້ຽມຊົມຫ້ອງມູນເຊື້ອ ບັນດາສະຫາຍທີ່ເຂົ້າຮ່ວມ ໄດ້ມີຄວາມສົນໃຈຕໍ່ກັບເນື້ອໃນທີ່ໄດ້ຮັບຟັງແຕ່ລະໄລຍະ, ມີຫຼາຍສະຫາຍໄດ້ຕັ້ງຄຳຖາມເພື່ອຄວາມກະຈາງແຈ້ງຕໍ່ກັບບັນຫາທີ່ຕົນເອງຍັງບໍ່ທັນເຂົ້າໃຈແຈ້ງ ເຮັດໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍຕໍ່ວັນສຳຄັນດັ່ງກ່າວ.