ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ສຳເລັດຜົນຢ່າງຈົບງາມ
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 02/11/2020

ໂດຍ: ສ.ສົດໃສ

       ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ຈັດຂຶ້ນໃນລະຫວ່າງວັນທີ 28-29 ຕຸລາ 2020 ໂດຍການເປັນປະທານຂອງສະຫາຍ ປ.ອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີຜູ້ແທນສົມບູນ 357 ສະຫາຍ, ຍິງ 53 ສະຫາຍ ເຊິ່ງເປັນຕົວແທນໃຫ້ສະມາຊິກພັກທົ່ວອົງຄະນະພັກນະຄອນຫຼວງວຽງຈັນ 21.800 ກວ່າສະຫາຍ ພ້ອມ​ດ້ວຍແຂກຖືກເຊີນເຂົ້າຮ່ວມ.

       ກອງປະຊຸມ ໄດ້​ຜ່ານຮ່າງລາຍງານການເມືອງ, ​​ບົດ​ສຳ​ຫຼວດການ​ນຳພາ​ລວມຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VI ​ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025), ຈາກ​ນັ້ນ ຜູ້​ແທນ​ໄດ້​ພ້ອມກັນປະກອບຄຳເຫັນ​ໃສ່​ຮ່າງ​ເອກະສານ​ດັ່ງກ່າວຢ່າງກົງໄປກົງມາ ແລະ ປະຊາ​ມະຕິຮັບຮອງເອົາ​.

       ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນຊຸດໃໝ່ 41 ສະຫາຍ, ຍິງ 9 ສະຫາຍ ຈາກຜູ້ສະໝັກ 46 ສະຫາຍ, ຍິງ 10 ສະຫາຍ; ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານຊຸດໃໝ່ ໄດ້ເລືອກເອົາຄະນະປະຈຳ 13 ສະຫາຍ, ຍິງ 01 ສະຫາຍ, ເລືອກເອົາສະຫາຍ ປອ. ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກ, ສະຫາຍ ປອ. ອານຸພາບ ຕຸນາລົມ ແລະ ສະຫາຍ ປອ. ອາດສະພັງທອງ ສີພັນດອນ ເປັນຮອງເລຂາຄະນະພັກ, ເລືອກເອົາສະຫາຍ ວິລະສັກ ນາມມຸນຕີ ເປັນປະທານກວດກາຄະນະພັກ, ສະຫາຍ ນາງ ຄໍາໄພ ລັດສະໝີ, ສະຫາຍ ກອງດີ ສຸທໍາມະວົງ, ສະຫາຍ ບຸນສີ ກອງບຸດ ແລະ ສະຫາຍ ຈັນສະຫວ່າງ ຫິມມະພັນ ເປັນຮອງປະທານກວດກາຄະນະພັກ. ພ້ອມນີ້ ຜູ້ແທນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ 33 ສະຫາຍ ແລະ ສໍາຮອງ 3 ສະຫາຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ.

       ໃນ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ນີ້ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ​ໄດ້​ມີຄໍາເຫັນໂອ້ລົມຕໍ່​ກອງ​ປະຊຸມດັ່ງກ່າວ ເພື່ອເປັນທິດນຳໃຫ້ຜູ້ແທນ, ພະນັກງານ-ສະມາຊິກພັກ ຍົກສູງຄວາມຮັບຜິດຊອບການເມືອງ, ຄວາມເປັນແບບຢ່າງນໍາໜ້າເຂົ້າໃນການຈັດຕັ້ງຜັນ​ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ​ນີ້ໃຫ້ປະກົດຜົນເປັນຈິງ. ພ້ອມນີ້ ສະຫາຍຍັງ​ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ນັກຮົບ, ຊາວນະຄອນຫຼວງວຽງຈັນ ຈົ່ງເຊີດຊູນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ພ້ອມກັນຕັດສິນໃຈບຸກບືນ ເພື່ອປະຕິບັດຄໍາຂວັນຂອງອົງຄະນະພັກນະຄອນຫຼວງວຽງຈັນວາງໄວ້ໃຫ້ສໍາເລັດຕາມລະດັບຄາດໝາຍ: "ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດນຳພາຂອງອົງຄະນະພັກ, ເພີ່ມທະວີຄວາມສັກສິດປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເຕົ້າໂຮມທຸກກຳລັງແຮງຂອງສັງຄົມເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ, ສ້າງການຫັນປ່ຽນຢ່າງແຂງແຮງໃນການພັດທະນານະຄອນຫຼວງວຽງຈັນໃຫ້ສົມເປັນເມືອງຫຼວງຂອງປະເທດ".