ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ອັດລົງດ້ວຍຜົນສຳເລັດອັນຈົບງາມ
ຈຳນວນຜູ້ອ່ານ: 62
ອະນຸມັດວັນທີ: 30/10/2020

ໂດຍ: ລັດດາວັນ

        ໃນລະຫວ່າງວັນທີ 29-30/10/2020 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກກະຊວງຂອງຕົນຂື້ນ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ເປັນປະທານກອງປະຊຸມໂດຍສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງແຜນການ ແລະ ການລົງທຶນ, ມີຄະນະພັກກະຊວງ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

        ກອງປະຊຸມ ໄດ້ຜ່ານຮ່າງລາຍງານການເມືອງ ສະຫຼຸບຕີລາຄາຄືນການຊີ້ນຳ-ນຳພາມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງຄັ້ງຜ່ານມາ ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມກັບວາງທິດທາງຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ.

        ຕະຫຼອດໄລຍະ 5 ປີຜ່ານມາ ໄດ້ມີຜົນງານຫຼາຍດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ ໄດ້ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ນອັນດີງາມຂອງພັກເປັນພື້ນຖານທາງດ້ານແນວຄິດທິດສະດີຂອງພັກ ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງເຄື່ອນໄຫວຂອງອົງຄະນະພັກ ແລະ ໄດ້ຈັດຕັ້ງເຊື່ອມຊື່ມແນວທາງນະໂຍບາຍຕ່າງໆໃຫ້ສະມາຊິກພັກ, ພະນັກງານເປັນປົກກະຕິ. ເຮັດໃຫ້ສະມາຊິກພັກມີແນວຄິດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ເຮັດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເປັນເຈົ້າການປະຕິບັດໜ້າທີ່ດ້ວຍຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງລັດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

        ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານອົງການຈັດຕັ້ງມະຫາຊົນ ໄດ້ຄົ້ນຄວ້າມະຫາຊົນກ້າວໜ້າມີຜົນງານດີເດັ່ນ, ມີເງື່ອນໄຂມາດຖານຂະຫຍາຍເຂົ້າພັກຕາມກົດລະບຽບຂອງພັກ; ໄດ້ຊີ້ນໍາ-ນຳພາ 3 ອົງການຈັດຕັ້ງມະຫາຊົນເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດໜ້າທີ່ ພ້ອມທັງຊຸກຍູ້ໃຫ້ມີຂະບວນການຕ່າງໆທີ່ມີເນື້ອໃນ ແລະ ມີບັນຍາກາດຟົດຟື້ນດີ. ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະ 45 ວັນ ໃຫ້ສະມາຊິກພັກ-ພະນັກງານ ປີລະຄັ້ງ, ນອກນັ້ນ ຍັງໄດ້ນໍາສົ່ງພະນັກງານໄປຄົ້ນຄວ້າປະລິນຍາເອກ, ປະລິນຍາໂທ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມແຜນກໍ່ສ້າງພະນັກງານ; ລະບົບການຈັດຕັ້ງໄດ້ຮັບການປັບປຸງ, ຖັນແຖວພະນັກງານ ໄດ້ເຕີບໃຫຍ່ທາງດ້ານຈໍານວນ ແລະ ຄຸນນະພາບ, ແບບແຜນນໍາພາ ແລະ ວິທີເຮັດວຽກໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ.

        ວຽກວິຊາສະເພາະໄດ້ເປັນເສນາທິການໃຫ້ລັດຖະບານໃນການຄົ້ນຄ້ວາ, ຄຸ້ມຄອງມະຫາພາກ ກ່ຽວກັບວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຂດເສດຖະກິດພິເສດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມຂອບເຂດສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ.

        ໃນກອງປະຊຸມຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງຊຸດໃໝ່ 19 ສະຫາຍ, ຍິງ  6 ສະຫາຍ, ກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ສອນໄຊ ສີພັນດອນ ເປັນເລຂາ, ສະຫາຍ ນາງ ຄໍາຈັນ ວົງແສນບູນ ເປັນຮອງເລຂາ ແລະ ສະຫາຍ ກິແກ້ວ ຈັນທະບູຣີ ເປັນປະທານກວດກາພັກ.

        ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໄລຍະ 5 ປີ ແລະ ໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ ຕ້ອງຕັດສິນໃຈປັບປຸງ, ປ່ຽນແປງ ແລະ ປະຕິຮູບວຽກງານຂອງຂະແໜງແຜນການ ແລະ ການລົງທຶນ ໃຫ້ເລິກເຊິ່ງເຖິງຖອງ, ແບ່ງວຽກ, ແບ່ງໜ້າທີ່, ມອບວຽກ, ມອບຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຢ່າງຈະແຈ້ງ, ຕິດຕາມ, ຊີ້ນຳ ການປະຕິບັດໜ້າທີ່ຄວາມຮັບຜິດຊອບຕາມວຽກງານ, ພາລະບົດບາດ ທີ່ໄດ້ຖືກມອບໝາຍ ແກ້ໄຂບັນຫາຕ່າງໆຢ່າງຖືກຕ້ອງ, ທັນການ, ຫັນວຽກງານໄປສູ່ວິທີເຮັດວຽກ, ວິຖີຊີວິດໃໝ່ດ້ວຍການປະຢັດ, ມີລະບຽບວິໄນ, ໂປ່ງໃສ, ແຂ່ງຂັນບໍລິການປະຊາຊົນ, ແຂ່ງຂັນການສ້າງຄວາມດີ, ແຂ່ງຂັນກັນເປັນແບບຢ່າງໃຫ້ພະນັກງານ, ປະຊາຊົນ ແລະ ສັງຄົມ, ສຸມໃສ່ຈັດຕັ້ງປະຕິບັດບັນດາທິດທາງ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າໃຫ້ປະກົດຜົນເປັນຈິງ.