ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ IV
ຈຳນວນຜູ້ອ່ານ: 25
ອະນຸມັດວັນທີ: 27/10/2020

          ໃນວັນທີ 26 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ  ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະ 45 ວັນ ຊຸດທີ IV ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງຕົນ, ໂດຍການເປັນປະທານຂອງສະຫາຍ ປ.ອ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ມີຕາງໜ້າຄະນະພັກກະຊວງ, ຕາງໜ້າຄະນະໜ່ວຍພັກອ້ອມຂ້າງກະຊວງ, ແຂກຖືກເຊີນ ແລະ ນັກຝຶກອົບຮົມທັງໝົດເຂົ້າຮ່ວມ.

          ການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງແມ່ນມີຄວາມສຳຄັນ ແລະ ຈຳເປັນພາວະວິໄສ ສຳຫຼັບພະນັກງານຫຼັກແຫຼ່ງນຳພາຄຸ້ມຄອງ ເປັນການຍົກລະດັບຄວາມຮູ້ພື້ນຖານດ້ານທິດສະດີການເມືອງ-ການປົກຄອງ, ຮຽນຮູ້ກ່ຽວກັບທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ຊຶ່ງປະກອບດ້ວຍ 5 ພາກວິຊາຄື: ພາກວິຊາປັດຊະຍາມາກ-ເລນິນ ມີ 5 ບົດ, ພາກວິຊາເສດຖະສາດການເມືອງ ມີ 8 ບົດ, ພາກວິຊາລັດທິສັງຄົມນິຍົມວິທະຍາສາດມີ 6 ບົດ, ພາກວິຊາບໍລິຫານສາດ ມີ 8 ບົດ ແລະ ພາກວິຊາກໍ່ສ້າງພັກ ມີ 5 ບົດ. ບັນດາບົດຮຽນທັງໝົດ ແນໃສ່ເຮັດໃຫ້ ຜູ້ເຂົ້າຮ່ວມກຳແໜ້ນສະພາບຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ໄດ້ຮັບຮູ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກຢ່າງເປັນລະບົບ ແລະ ນຳໄປໝູນໃຊ້ເຂົ້າໃນໜ້າ​ທີ່​ການ​ເມືອງ​ຂອງ​ຕົນໃຫ້ຖືກຕ້ອງ ​ແລະ ມີຫຼັກການ. ຊຸດຝຶກອົບຮົມຄັ້ງນີ້ຈະດຳເນີນໄປຈົນເຖິງວັນທີ 25 ທັນວາ 2020 ຈຶ່ງຈະສຳເລັດ, ຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ມີ 45 ສະຫາຍ, ຍິງ 18 ສະຫາຍ.

          ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ ສະຫາຍ ປ.ອ. ບໍ່ວຽງຄຳ ວົງດາລາ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ, ຄູອາຈານ, ນັກຝຶກອົບຮົມ ເອົາໃຈໃສ່ຄົ້ນຄວ້າເນື້ອໃນເອກະສານ ສ້າງຄວາມເຂົ້າໃຈຢ່າງແຈ່ມແຈ້ງ, ຮັບຟັງການບັນຍາຍ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນດ້ວຍຄວາມຮັບຜິດຊອບ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງພາຍຫຼັງຮຽນຈົບ.

ໂດຍ: ວິລະສະໄໝ ຍົດບຸນມີ