ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນ
ຈຳນວນຜູ້ອ່ານ: 58
ອະນຸມັດວັນທີ: 27/10/2020

          ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22 - 23 ຕຸລາ 2020 ທີ່ສະໂມສອນເມືອງ ອະນຸວົງ ແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງສະຫາຍ ພົ.ຕ ຄຳລຽງ ອຸທະໄກສອນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ມີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ອະດີດການນຳແຂວງ, ພະນັກງານປະຕິວັດອາວຸໂສ,  ຜູ້ຊົງຄຸນວຸດທິ, ນັກທຸລະກິດຜູ້ປະກອບການ ແລະ ຜູ້ແທນສົມບູນຈຳນວນ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 3.914 ສະຫາຍ ເຂົ້າຮ່ວມ.

          ກອງປະຊຸມດັ່ງກ່າວໄດ້ຜ່ານຮ່າງບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II ຍົກໃຫ້ເຫັນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຕົວແທນສະມາຊິກພັກໃນໄລຍະ 5 ປີຜ່ານມາ ເຊິ່ງຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການສຶກສາອົບຮົມນຳພາການເມືອງ-ແນວຄິດ ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ບັນດາມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ພ້ອມທັງເສີມຂະຫຍາຍມູນເຊື້ອທີ່ເປັນເອກະລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ປະຕິບັດແນວທາງປ່ຽນແປງໃໝ່ທີມີຫລັກການຂອງພັກ ໂດຍສຸມໃສ່ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ຄຽງຄູ່ກັນນັ້ນ ກໍໄດ້ສຸມໃສ່ ການຈັດຕັ້ງປະຕິບັດແຜນພັດທະນາເຂດຈຸດສຸມໃຈກາງ ແລະ ແກ້ໄຂຄວາມບໍ່ສະຫງົບ ເຮັດໃຫ້ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍການປຸກລະດົມຂົນຂວາຍດຶງດູດເອົານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ປະກອບສ່ວນພັດທະນາແຂວງນັບມື້ນັບຫຼາຍຂຶ້ນ. ຈາກໝາກຜົນດັ່ງກ່າວໄດ້ປະກອບສ່ວນສຳຄັນເຮັດໃຫ້ເສດຖະກິດ ຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາສະເລ່ຍ 6,99 % ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ  (GDP) ສະເລ່ຍໃສ່ຫົວຄົນບັນລຸໄດ້ 11 ລ້ານກວ່າກີບຕໍ່ຄົນຕໍ່ປີ.

          ໃນກອງປະຊຸມຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ 29 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກໄດ້ເລືອກເອົາຄະນະປະຈຳພັກແຂວງ 9 ສະຫາຍ, ຍິງ 1 ສະຫາຍ ແລະ ໄດ້ເປັນເອກະສັນເລືອກເອົາສະຫາຍ ພົ.ຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ແລະ ສະຫາຍ ແດງ ປະທຸມທອງ ເປັນຮອງເລຂາພັກແຂວງ, ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ເປັນປະທານກວດກາພັກ, ສະຫາຍ ບຸນຜອງ ຄຳມະນີວົງ ແລະ ສະຫາຍ ຕຸ້ຍ ອ່ອນດວງພະຈັນ ເປັນຮອງປະທານກວດກາພັກ ພ້ອມກັນນີ້ ຍັງໄດ້ເລືອກເອົາຜູ້ແທນ ສົມບູນ ຈຳນວນ 15 ສະຫາຍ, ຍິງ 2  ແລະ ສຳຮອງ 2 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕື່ມອີກ.  ກອງປະຊຸມໄດ້ຮັບຮອງເອົາວິໄສທັດ ຮອດປີ 2035, ຍຸດທະສາດຮອດປີ 2030 ແລະ ທິດທາງວຽກງານຈຸດສຸມ 5 ປີ ( 2021-2025 ) ຕາມຄຳຂວັນ ເພີ່ມທະວີຄວາມສາມັກຄີປອງດອງທົ່ວແຂວງໃຫ້ເປັນປຶກແຜ່ນ, ສ້າງແຂວງໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ, ໄດ້ຮັບການພັດທະນາໃນ 5 ທ່າແຮງ, ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

          ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ໃຫ້ທິດຊີ້ນຳການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ ເປັນຕົ້ນເພີ່ມທະວີການຊີ້ນຳ-ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຸມໃສ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍສູ້ຊົນ 20 ແຜນງານຈຸດສຸມຂອງແຂວງທີ່ກຳນົດໄວ້, ເອົາໃຈໃສ່ນຳພາວຽກງານກໍ່ສ້າງ ຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານແຂ່ງຂັນ ຮັກຊາດ ແລະ ພັດທະນາ, ຊຸກຍູ້ວຽກງານ 3 ສ້າງ, ເພີ່ມທະວີວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ເລິກເຊິ່ງ, ສຸມໃສ່ ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງເພີ່ມທະວີການຊີ້ນຳ-ນຳພາວຽກງານກວດກາ ໃຫ້ເປັນປົກກະຕິ ແລະ ແທດເຖິງກວ່າເກົ່າ.

ຮຽບຮຽງໂດຍ: ນາງ ຄຳສະຫວັນ ພົມມະວົງ

ແຫຼ່ງຂ່າວ: ພຸດທະສອນ ເວດສະວົງ