ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປລ ຄັ້ງທີ IV ສຳເລັດຜົນຢ່າງຈົບງາມ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 22/09/2020

ໂດຍ: ສ. ສົດ​ໃສ

        ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປລ (ທຫລ) ຄັ້ງທີ IV ຈັດຂຶ້ນໃນລະ ຫວ່າງວັນທີ 14-15 ກັນຍາ 2020 ທີ່ສະຖາບັນການທະນາຄານ ພາຍໃຕ້ການເປັນປະທານຂອງສະຫາຍ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກທະນາຄານແຫ່ງ ສປປລ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ພະນັກງານປະຕິ ວັດອາວຸໂສ-ບຳນານ, ຜູ້ແທນສົມບູນ 131 ສະຫາຍ, ຍິງ 46 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກ ທຫລ ທັງໝົດ 909 ສະຫາຍໃນທົ່ວອົງຄະນະພັກ ທຫລ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຄັ້ງຜ່ານມາ ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະ 5 ປີ ດ້ານດີ ດ້ານອ່ອນ ຂໍ້ຄົງຂ້າງ ບົດຮຽນທີ່ຖອດຖອນໄດ້ ພ້ອມກັບວາງທິດທາງແຜນການ 5 ປີໃນຕໍ່ໜ້າ.

          ໃນໄລຍະ 5 ຜ່ານມາ ອົງຄະນະພັກ ທຫລ ພ້ອມດ້ວຍສະມາຊິກພັກ-ພະນັກງານທົ່ວຂະແໜງ ທະນາຄານ ໄດ້ພ້ອມກັນຜ່ານຜ່າສິ່ງທ້າທາຍທົດສອບນາໆປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃໝ່ຫຼາຍດ້ານ ເປັນຕົ້ນສາມາດຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງໂດຍພື້ນຖານ, ອັດຕາເງິນເຟີ້, ປະລິມານເງິນ, ອັດຕາແລກປ່ຽນ ແລະ ຄັງສຳຮອງເງິນຕາຕ່າງປະເທດ ຢູ່ໃນລະດັບທີ່ກຳນົດໄວ້, ລະບົບທະນາຄານທຸລະກິດ ແລະ ສະຖາບັນການເງິນມີການຂະຫຍາຍຕົວ ແລະ ການເຄື່ອນໄຫວມີປະສິດທິພາບດີຂຶ້ນ; ການລະດົມທຶນ ແລະ ການສະໜອງສິນເຊື່ອສະເລ່ຍເພີ່ມຂຶ້ນ, ລະບົບການຊຳລະ ແລະ ການບໍລິການຂອງທະນາຄານຫັນໄປສູ່ຄວາມທັນສະໄໝ, ລວມສູນ ແລະ ປອດໄພ, ການຮ່ວມມືກັບສາກົນນັບມື້ນັບກວ້າງຂວາງ ແລະ ເຄື່ອນໄຫວຕາມແນວທາງການຕ່າງປະເທດຂອງພັກ ໂດຍສະເພາະການຮ່ວມມືສອງຝ່າຍ, ຫຼາຍຝ່າຍໃນຫຼາຍລະດັບ ຊຶ່ງສາມາດຍາດແຍ່ງທຶນຮອນ ແລະ ການຊ່ວຍເຫຼືອດ້ານວິຊາການນັບມື້ເພິ່ມຂຶ້ນເຮັດໃຫ້ຖານະບົດບາດຂະແໜງທະນາຄານຂອງ ສປປ ລາວ ໃນ ເວທີພາກພື້ນ ແລະ ສາກົນໄດ້ຮັບການຍົກສູງຂຶ້ນກວ່າເກົ່າ.

          ວຽກງານກໍ່ສ້າງພັກ-ພະນັກງານ: ໄດ້ຖືເອົາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນວຽກໃຈກາງຂອງການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງແຕ່ລະຮາກຖານພັກ; ໄດ້ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງຢູ່ 48 ຮາກຖານພັກ, ສ້າງຕັ້ງໃໝ່ 2 ໜ່ວຍພັກຮາກຖານ ແລະ ປັບປຸງໜ່ວຍພັກທີ່ມີສະມາຊິກພັກຈໍານວນຫຼາຍ ໂດຍແຍກ ແລະ ສ້າງຕັ້ງໃໝ່ 8 ໜ່ວຍພັກ, ປັບປຸງຄະນະໜ່ວຍພັກ-ຄະນະພັກຮາກຖານໃຫ້ສອດຄ່ອງກັບການປັບປຸງເບື້ອງລັດ; ເອົາໃຈໃສ່ປັບປຸງຄຸນນະພາບຂອງສະມາຊິກພັກໃຫ້ມີຄຸນນະພາບສູງຍິ່ງຂຶ້ນ ຜ່ານການຕີລາຄາຄຸນນະພາບການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບ ດ້ານ ໃນປີ 2015-2017 ສາມາດຮັບຮອງໜ່ວຍພັກປະເພດດັ່ງກ່າວໄດ້ ກວມ 60% ຂອງຈໍານວນ ໜ່ວຍພັກທີ່ໄດ້ຮັບການຕີລາຄາ; ສຳລັບປີ 2018 ແລະ 2019 ສາມາດຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ​ແໜ້ນ ກວມ 33% ແລະ 45% ທຽບໃສ່ໜ່ວຍພັກທີ່ໄດ້ຮັບການຕີລາຄາຕາມລຳດັບ. ຄະນະພັກ ທຫລ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາປັບປຸງກົງຈັກການຈັດຕັ້ງລັດແຕ່ລະຂັ້ນໃຫ້ສອດຄ່ອງກັບສະພາບການເລັ່ງທວງຂອງວຽກງານຕົວຈິງຢ່າງເປັນລະບົບຄົບຊຸດ ເພື່ອໃຫ້ເຄື່ອນໄຫວໄດ້ຢ່າງຄ່ອງຕົວຍິ່ງຂຶ້ນ ເປັນຕົ້ນແມ່ນການປັບປຸງພາລະບົດບາດ ແລະ ສັບຊ້ອນກົງຈັກຈຳນວນໜຶ່ງຄືນໃໝ່ຕາມການປ່ຽນແປງ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານ. ການບຳລຸງ-ກໍ່ສ້າງ, ສັບຊ້ອນ-ຈັດວາງ ແລະ ປະຕິບັດລະບອບນະໂຍບາຍອຸດໜູນຕ່າງໆຕໍ່ພະນັກງານ ແມ່ນໄດ້ປະຕິບັດຕາມລະບຽບການ ແລະ ເງື່ອນໄຂຕົວຈິງ; ຫັນບາງນິຕິກຳກ່ຽວກັບວຽກງານນະໂຍບາຍຂອງຂັ້ນເທິງເພື່ອສ້າງ ແລະ ປັບປຸງລະບຽບການພາຍໃນຂອງຕົນ.

          ສຳລັບທິດທາງ ຄາດໝາຍ ແລະ ໜ້າທີ່ຕົ້ນຕໍໃນ 5 ປີຕໍ່ໜ້າ ແມ່ນສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຄວາມສາມາດໃນການນຳພາຂອງຄະນະພັກທຸກຂັ້ນໃນທຸກຂົງເຂດວຽກງານ ແລະ ຄວາມເປັນແບບຢ່າງນຳໜ້າສະມາຊິກພັກຕໍ່ຄວາມຮັບຜິດຊອບທາງການເມືອງ; ສືບຕໍ່ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ; ເຂັ້ມງວດດ້ານລະບຽບວິໄນໃນການປັບປຸງ ກໍ່ສ້າງພັກ-ພະນັກງານ ໂດຍສະເພາະດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດເປັນບັນຫາສຳຄັນຕົ້ນຕໍ; ບຳລຸງກໍ່ສ້າງພັກ-ພະນັກງານໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອເປັນການເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີປະສິດທິຜົນ, ສືບຕໍ່ປັບປຸງແບບແຜນການນຳພາ-ວິທີເຮັດວຽກຂອງຄະນະພັກຂັ້ນຕ່າງໆໃຫ້ສອດຄ່ອງຕາມຫຼັກການຂອງພັກຢ່າງມີວິທະຍາສາດ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ລວມທັງກົນໄກປະສານງານລະຫວ່າງສາຍຕັ້ງ ແລະ ສາຍຂວາງ; ຂັ້ນເທິງກັບຂັ້ນລຸ່ມ, ອຳນາດການປົກຄອງກັບຂະແໜງການກ່ຽວຂ້ອງ ເພື່ອອຳນວຍຊ່ວຍໜູນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດບັນດາທິດທາງແຜນການທີ່ກຳນົດໄວ້ໃຫ້ປະກົດຜົນເປັນຈິງ; ພັດທະນາລະບົບການເງິນ-ເງິນຕາຂອງ ສປປ ລາວ ດ້ວຍການໝູນໃຊ້ເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດຢ່າງມີວິທະຍາສາດ ເພື່ອຮັບປະກັນສະຖຽນລະພາບດ້ານເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ພັດທະນາລະບົບສະຖາບັນການເງິນ-ເງິນຕາໃຫ້ເຂັ້ມແຂງ-ໝັ້ນຄົງ; ຄົ້ນຄວ້ານະໂຍບາຍ ຫຼຸດຜ່ອນການນຳເຂົ້າ ແລະ ສົ່ງເສີມ ການສົ່ງອອກ ເພື່ອຫຼຸດຜ່ອນການຂາດດຸນກັບຕ່າງປະເທດ; ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງມີຄຸນນະພາບສົມດຸນ ແລະ ຍືນຍົງ; ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນ ແລະ ສາມາດແຂ່ງຂັນໃນເງື່ອນໄຂການເຊື່ອມໂຍງກັບສາກົນ.

          ໃນວາລະ​ກອງ​ປະຊຸມ​ ຜູ້​ແທນໄດ້​​ໃຊ້​ສິດ​ປະຊາທິປະ​ໄຕຂອງຕົນ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາຄະນະ​​ພັກ ຊຸດ​ໃໝ່ 15 ສະຫາຍ ຈາກ​ຜູ້​ສະ​ໝັກ 19 ສະຫາຍ, ກອງ​ປະຊຸມ​ຄັ້ງ​ປະຖົມ​ມະເລີກຂອງຄະນະພັກຊຸດໃໝ່ ໄດ້​ເລືອກ​ເອົາຄະນະປະຈຳ 5 ສະຫາຍ, ເລືອກເອົາ​ສະຫາຍ ສອນ​ໄຊ ສິດ​ພະ​ໄຊ ​ເປັນ​ເລຂາ​ຄະນະ​ພັກ, ສະຫາຍ ຄຳ​ວົງ ທິບ​ພະ​ວົງ ​ເປັນ​ຮອງ​​ເລຂາ, ສະຫາຍ ນາງ ວັດທະນາ ​ດາລາ​ລອຍ ​ເປັນ​ປະທານ​ກວດກາ ພ້ອມ​ນັ້ນ ຜູ້ແທນກອງ​ປະຊຸມຍັງ​ໄດ້​ພ້ອມ​ກັນ​ປ່ອນ​ບັດເລືອກ​ເອົາ​ຜູ້​ແທນ​ສົມບູນ 5 ສະຫາຍ ​ແລະ ສຳຮອງ 2 ສະຫາຍ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວປະເທດ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນປະຕິວັດ​ລາວ ທີ່​ຈະ​ໄຂຂຶ້ນ​ໃນຕໍ່ໜ້າຕື່ມອີກ.

          ໃນໂອກາດເຂົ້າຮ່ວມກອງ​ປະຊຸມທີ່ມີຄວາມໝາຍສຳຄັນນີ້ ສະຫາຍ ນາງ ປານີ ຢາ​ທໍ່​ຕູ້ ກຳມະການກົມການເມືອງສູນກາງພັກ ​ໄດ້​ມີຄຳເຫັນ​ໂອ້​ລົມສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່​ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​​ພັກ ທຫລ ສະ​ໄໝຜ່ານມາ ແລະ ​ເນັ້ນ​ໃຫ້​​ຄະນະ​ພັກ​ຊຸດ​ໃໝ່ ແລະ ​ບັນດາ​ສະມາຊິກ​ພັກທຸກ​ສະຫາຍ​ພາຍ​ໃນ ທຫລ ຕ້ອງ​ເປັນ​ເຈົ້າ​ການ​ຄົ້ນຄວ້າ, ​ເຊື່ອມ​ຊຶມ​ບັນດາ​​ແນວທາງ​ນະ​ໂຍບາຍ, ມະຕິ, ຄຳ​ສັ່ງ​ຂອງ​ພັກ-ລັດ​ໃຫ້​ເປັນ​ປົກກະຕິ, ກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງນີ້ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານປະຈຳວັນຂອງຕົນໃຫ້​ບັນລຸ​ຜົນສຳ​ເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້…ຯ