ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄາລະກອນຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອບທີ 1
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 26/08/2020

          ໃນ​ວັນ​ທີ 24 ສິງຫາ 2020 ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການສັງ​ຄົມ (ຮສສ) ​ໄດ້ຈັດກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ຕໍ່​ຮ່າງ​ລາຍ​ງານ​ການ​ເມືອງ​ກອງ​ປະຊຸມ​ໃຫຍ່ອົງຄະນະ​ພັກ​ກະຊວງ ຄັ້ງ​ທີ VI, ​ແຜນ​ພັດທະນາວຽກ​ງານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ 5 ປີ​ ຄັ້ງ​ທີ V ​ແລະ ທາ​ບທາມ​ບຸກຄະລາ​ກອນຄະນະ​ພັກ​ກະຊວງ ສະ​ໄໝ​ທີ VI ຮອບ​ທີ 1 ​ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ປອ ຄຳ​ແພງ ​ໄຊ​ສົມ​ແພງ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ກະຊວງ ຮສສ, ມີ​ຄະນະ​ພັກ ແລະ ພະ​ນັກ​ງານ-ສະມາຊິກ​ພັກທົ່ວ​ກະຊວງ, ຜູ້ຕາງໜ້າ​ຈາກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນເຂົ້າ​ຮ່ວມ​.

          ກອງ​ປະຊຸມ ​ໄດ້​ຮັບ​ຟັງ​ການ​ຜ່ານ​ຮ່າງ​ລາຍ​ງານ​ການ​ເມືອງ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ອົງຄະ​ນະ​ພັກ​ກະຊວງ ຮສສ ຄັ້ງ​ທີ VI ​ແລະ ​ແຜນ​ພັດທະນາ​ວຽກ​ງານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ 5 ປີ ຄັ້ງ​ທີ V, ຈາກ​ນັ້ນ ຜູ້​ເຂົ້າ​ຮ່ວມໄດ້ປະກອບຄຳຄິດ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ດັ່ງກ່າວຢ່າງ​​ເລິກ​ເຊິ​ງ ​ແລະ ກົງ​ໄປ​ກົງມາ ພ້ອມ​ກັນ​ຊອກ​ໃຫ້​ເຫັນ​ດ້ານ​ດີ​ທີ່​ຈະ​ຕ້ອງ​ໄດ້​ເສີມຂະຫຍາຍ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ​ແລະ ສາຍ​ເຫ​ດຕົ້ນ​ຕໍ ທີ່​ຈະ​ຕ້ອງ​​ໄດ້​ປັບປຸງແກ້​ໄຂ; ຈາກ​ນັ້ນ ​​ໄດ້​ສື​ບຕໍ່ດຳ​ເນີນ​ການ​ທາ​ບທາມ ​ແລະ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ບຸກຄະລາກອນ​ຄະນະ​ພັກ​ກະຊວງ ຮສສ ສະ​ໄໝທີ VI ຮອບ​ທີ 1 ​ໃຫ້​ຖືກ​ຕາມ​ມາດຖານ, ​ເງື່ອນ​ໄຂທີ່​ກຳນົດ​ໄວ້…ຯ

​ໂດຍ: ສ.ສົດ​ໃສ