ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງໜ່ວຍພັກຄະນະຈັດຕັ້ງແຂວງຈຳປາສັກ
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 21/08/2020

          ໃນວັນທີ 20 ສິງຫາ 2020 ຢູ່ທີ່ສຳນັກງານຫ້ອງວ່າການແຂວງ ໜ່ວຍພັກຄະນະຈັດຕັ້ງແຂວງຈຳປາສັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ X ຂອງຕົນຂື້ນ ໂດຍການເຂົ້າຮ່ວມຂອງສະຫາຍ ໜູຈັນ ຈັນທະພົງ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ຫົວໜ້າພະແນກກວດກາລັດແຂວງ ມີສະຫາຍ ສະໜັ່ນ ສີພາພົມມະຈັນ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍເລຂາໜ່ວຍພັກພ້ອມຄະນະ ແລະ ສາມະຊິກພັກພາຍໃນຄະນະຈັດຕັ້ງແຂວງເຂົ້າຮ່ວມ.

          ກອງປະຊຸມໄດ້ຜ່ານບົດລາຍງານການເມືອງ ສະຫລຸບຕີລາຄາຄືນຜົນງານການນຳພາວຽກງານຮອບດ້ານຂອງໜ່ວຍພັກ 5 ປີຜ່ານມາ ແລະ ຜ່ານທິດທາງແຜນການ 5 ປີ ຕໍ່ໜ້າ ຍົກໃຫ້ເຫັນຂໍ້ສະດວກຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນແຕ່ລະດ້ານ ເພື່ອປັບປຸງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ປະຈຸບັນໜ່ວຍພັກຄະນະຈັດຕັ້ງແຂວງຈຳປາສັກ ມີສາມະຊິກພັກ 16 ສະຫາຍ, ຍິງ 4 ສະຫາຍ ໃນໄລຍະຜ່ານມາຄະນະໜ່ວຍພັກໄດ້ເຄື່ອນໄຫວຕາມສິດພາລະບົດບາດຂອງຕົນຢ່າງມີຜົນສຳເລັດສູງ.

          ໃນວາລະກອງປະຊຸມ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລຶອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ ເລຶອກເອົາ 3 ສະຫາຍ ໃນນັ້ນເລຶອກໄດ້ ສະຫາຍ ພອນໄຊ ເກດມາລາ ເປັນເລຂາ, ສະຫາຍ ວິໄລສັກ ສູນທອນ ເປັນຮອງເລຂາ ແລະ ສະຫາຍ ສາທິດ ປັດສາພັນ ເປັນຄະນະໜ່ວຍພັກ ແລະ ເປັນປະທານກວດກາ.

ໂດຍ: ພິລາວັນ ເພັງສະຫວັດ