ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຈຳນວນຜູ້ອ່ານ: 25
ອະນຸມັດວັນທີ: 20/08/2020

          ໃນວັນທີ 18 ສິງຫາ 2020 ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ ໂດຍການເປັນ ປະທານຂອງສະຫາຍ ນາງ ທອງຈັນ ອະຄະມາເຂດ ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ກຊສ, ໃຫ້ກຽດເຂົ້າຮ່ວມ ​ແລະ ມີ​ຄຳ​ເຫັນ​ໂອ້​ລົມ​ໂດຍສະຫາຍ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຄະນະພັກຮາກຖານ, ບັນດາໜ່ວຍພັກອ້ອມຂ້າງກະຊວງ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມ​ໃຫຍ່ ໄດ້ຜ່ານບົດລາຍງານການເມືອງ ສະຫລຸບ​ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ໜ່ວຍ​ພັກ​ຄັ້ງ​ຜ່ານ​ມາ ​ແລະ ວາງທິດທາງແຜນການເຄື່ອນໄຫວໃນ 5 ປີຕໍ່ໜ້າ (2020-2024) ​ແລະ ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ​ໃນ​ໄລຍະ​ປີ 2015-2019.

          ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ​ມີ​ສະມາຊິກ​ພັກ​ທັງໝົດ 24 ສະຫາ​ຍ, ຍິງ 9 ສະຫາຍ, ມີ​ພະນັກງານ​-ລັດຖະກອນ 33 ສະຫາຍ, ຍິງ 14 ສະຫາຍ.

          ​ໂດຍ​ການສຸມ​ໃສ່​ນຳພາ ຊີ້​ນຳ​ວຽກ​ງານ​ແຕ່​ລະ​ດ້ານ​ຂອງ​ຄະນະ​ໜ່ວຍ​ພັກ ເຮັດໃຫ້ສະມາຊິກ​ພັກ-ພະນັກງານ​ມີ​ທັດສະນະ​ການ​ເມືອງ-​ແນວ​ຄິດໜັກ​ແໜ້ນ, ມີຄວາ​ມ​ເປັນເອກະພາບເຊື່ອ​ໝັ້ນ​ຕໍ່​ກາ​ນນຳພາ​ຂອງ​​ພັກ ​ແນ່​ໃສ່​ປັບປຸງ ແລະ ກໍ່ສ້າງ​ໜ່ວຍ​ພັກ​ໃຫ້​​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ, ຮັບປະກັນ​ການ​ຂະຫຍາຍ​ພັກ ​ເນັ້ນ​ໃສ່​ຄຸນ​ນະພາ​ບ​ເປັນ​ກົກ, ສ້າງ​ພະນັກງານ​ສືບ​ທອດ​ກັບ​ທີ່​, ​ໜ່ວຍ​ພັກ​ມີ​ຄວາມ​ເຂັ້ມ​ແຂງ​ຫຼາຍ​ຂຶ້ນ ຖ້າ​ທຽບ​ໃສ່​ສະພາບ​ໃນ​ໄລຍະ​ກ່ອນ, ຄະນະ​ພັກ-ຄະນະ​ນຳ​ກະຊວງ ​ແລະ ບັນດາ​ກົມ​ກອງ​ ລວມ ທັງ​ຂະ​ແໜງ​ສາຍ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ ​ໄດ້​ຮັບການປັບປຸງເປັນລະບົບດີຂຶ້ນ.

          ໃນວາລະ​ກອງ​ປະຊຸມ​ ຜູ້ແທນໄດ້​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່ 5 ສະຫາຍ ຈາກ​ຜູ້​ສະໝັກ 7 ສະຫາຍ, ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ໄດ້​ເປັນ​ເອກະສັນ​ກັນ​ເລືອກ​ເອົາ​ສະຫາຍ ນາງ ທອງ​ຈັນ ອະຄະມາເຂດ ​ເປັນ​ເລຂາ​ໜ່ວຍ​ພັກ,​ ສະຫາຍ ຈັນ​ສຸກ ມຸກດາ​ວັນ ​ເປັນ​ຮອງ​ເລຂາ ທັງ​ເປັນ​ປະ​ທານ​ກວດກາ​ພັກ, ສະຫາຍ ພັນທະ​ລີ ມະນີ​ວັນ, ສະຫາຍ ສອນ​ວິ​ໄລ ​ແກ້ວ​ເມືອງ​ຊອງ ​ແລະ ສະຫາຍ ລັ​ດດາ​ພອນ ສີສະ​ອາດ ​ເປັນຄະນະ; ກອງ​ປະຊຸມ​ ຍັງ​ໄດ້​ເລື​ອກ​ເອົາ​ຜູ້​ແທນ​ສົມບູນ 15​ ສະຫາຍ ​ແລະ ສຳຮອງ 3 ສະຫາຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ອົງ ຄະນະ​ພັກ​ກະຊວງ​ຊັບ​ພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ທີ່ຈະໄຂຂຶ້ນໃນຕໍ່ໜ້າ.

          ຕອນ​ທ້າຍກອງ​ປະຊຸມ ​ຜູ້​ແທນໄດ້​ລົງ​ປະຊາ​ມະຕິ​​ຮັບຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ, ທິດ​ທາງ ​ແລະ ​ແຜ​ນການ​ເຄື່ອນ​ໄຫວ​ໃນ​ໄລຍະ 5 ປີຕໍ່ໜ້າ ຊຶ່ງ​ມີໜ້າ​ວຽກ​ຈຸດ​ສຸມ​ແຕ່​ລະ​ດ້ານ​ທີ່​ຜູ້​ແທນ​ໃນ​ກອງ​ປະຊຸມ​ຈະ​ໄດ້​ນຳ​ໄປ​ຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍ​ເຂົ້າ​ໃນ​ວຽກ​ງານ​ເປັນອັນ​ລະອຽດ.

 

 

ຂ່າວ: ສ.ສົດໃສ

ພາບ: ແສງຄຳ