ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ເມືອງຈັນທະບູລີ ສຳເລັດການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ຊຸດທີ II
ຈຳນວນຜູ້ອ່ານ: 33
ອະນຸມັດວັນທີ: 19/08/2020

          ໃນວັນທີ 14 ສິງຫາ 2020 ທີ່ສະໂມສອນຫ້ອງການປົກຄອງເມືອງຈັນທະບູລີ ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 10 ວັນ ຊຸດທີ II ໂດຍການເປັນປະທານຂອງສະຫາຍ ເພັດສະໄໝ ນັດຜາສຸກ ຮອງເລຂາພັກເມືອງຈັນທະບູລີ ໂດຍການເຂົ້າຮ່ວມ ແລະ ມອບໃບຢັ້ງຢືນຂອງສະຫາຍ ນາງ ວຽງພອນ ແກ້ວຄູນສີ ເລຂາຄະນະພັກຮາກຖານ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ, ມີຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ 56 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

          ຈຸດປະສົງການຝຶກອົບຮົມກໍ່ເພື່ອເປັນການຍົກລະດັບທິດສະດີການເມຶອງ ແລະ ການປົກຄອງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໃຫ້ເລຂາໜ່ວຍພັກ, ນາຍບ້ານໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນເປັນແບບຢ່າງທຸກວຽກງານໃນການປະຕິບັດໜ້າທີ່ການເມືອງຢູ່ຂັ້ນຮາກຖານບ້ານໃຫ້ມີຄຸນນະພາບສູງຂຶ້ນຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ.

          ເນື້ອໃນເອກະສານໃນການຝຶກອົບຮົມມີ 3 ພາກ ປະກອບມີ 20 ບົດຄື: ພາກແນວທາງລວມ 4 ບົດ, ພາກວຽກງານການນຳພາຂອງພັກ 7 ບົດ, ພາກວຽກງານປົກຄອງ ແລະ ບໍລິຫານ 8 ບົດ ແລະ ເອ​ກະ​ສານ​ສຳ​ຄັນ​ຂອງ​ພັກ​ອີກ​ຈຳ​ນວນ​ໜຶ່ງ, ຊຸດຝຶກອົບຮົມໄດ້ເລີ່ມຮຽນແຕ່ວັນທີ 24 ກໍລະກົດ 2020 ເຖິງວັນທີ 11 ສິງຫາ 2020. ຜ່ານການຕີລາຄາຜົນໄດ້ຮັບຈາກການຝຶກອົບຮົມເຫັນວ່າ ນັກຝຶກອົບຮົມແຕ່ລະສະຫາຍໄດ້ປະຕິບັດໜ້າທີ່ການເມືອງຂອງຕົນ ເອົາໃຈໃສ່ຂຶ້ນຫ້ອງຮັບຟັງການບັນຍາຍຂອງຄູ-ອາຈານ ແລະ ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳໄດ້ເປັນຢ່າງດີ.

          ໃນຕອນທ້າຍຂອງພິທີຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ນາງ ວຽງພອນ ແກ້ວຄູນສີ ເລຂາຄະ ນະພັກຮາກຖານ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ແລະ ຄຳເຫັນຈາກ ສະຫາຍ ເພັດສະໄໝ ນັດຜາສຸກ ຮອງເລຂາພັກເມືອງຈັນທະບູລີ ເຊິ່ງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຮັບການຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນ ນຳເອົາບົດຮຽນທີ່ໄດ້ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດດ້ວຍຄຸນນະພາບໃໝ່.

ໂດຍ: ວິ​ລະ​ສະ​ໄໝ ຍົດ​ບຸນ​ມີ