ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພັກຮາກຖານ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ
ຈຳນວນຜູ້ອ່ານ: 33
ອະນຸມັດວັນທີ: 29/07/2020

          ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ໝວດທີ VI ມາດຕາ 30 ວ່າດ້ວຍສະໄໝກອງປະຊຸມຂອງຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ, ຄຳສັ່ງເລກທີ 04 ຂອງຄະນະເລຂາທິ ການສູນກາງພັກ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ແລະ ຄຳແນະນຳເລກທີ 784 ຂອງຄະນະຈັດຕັ້ງສູນກາງພັກ, ຄຳແນະນຳ ເລກທີ 1307 ຂອງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

          ໃນວັນທີ 24 ກໍລະກົດ 2020 ຄະນະພັກຮາກຖານລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຂອງສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ພາຍໃຕ້ການເປັນປະທານຂອງສະຫາຍ ບຸນເພັງ ອາລຸນເດດ ເລຂາຄະນະພັກຮາກຖານລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ມີຜູ້ຕາງໜ້າໜ່ວຍພັກອ້ອມຂ້າງ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ມີສະມາຊິກພັກສົມບູນ, ສຳຮອງເຂົ້າຮ່ວມທັງໝົດ 68 ສະຫາຍ.

          ໃນກອງປະຊຸມສະຫາຍ ບຸນເພັງ ອາລຸນເດດ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ຍົກໃຫ້ເຫັນເຖິງທີ່ຕັ້ງ, ພາລະບົດບາດ ແລະ ຜົນງານການເຄື່ອນໄຫວຂອງຄະນະພັກຮາກຖານລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ສະໄໝທີ II, ດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງວາງທິດທາງແຜນການແຕ່ນີ້ຮອດປີ 2024.

          ໃນວາລະກອງປະຊຸມ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ 7 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບກັນເລືອກເອົາສະຫາຍ ບຸນເພັງ ອາລຸນເດດ ເປັນເລຂາຄະນະພັກຮາກຖານ, ສະຫາຍ ບົວສະຫວັນ ເທບພະວົງ ເປັນຮອງເລຂາ, ສະຫາຍ ຊິນ ອິນທະວົງ ເປັນຄະນະພັກ ທັງເປັນປະທານກວດກາ, ສະຫາຍ ບຸນຍາສິດ ຂຳຫຼວງລາດ, ສະຫາຍ ບຸນເຄນ ພູມມະວົງ, ສະຫາຍ ສຸລິວັນ ພົມມະຈັນ ແລະ ສະຫາຍ ສັນຕິສຸກ ລັດຕະນະ ເປັນຄະນະພັກ; ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນຈຳນວນ 23 ສະຫາຍ, ສຳຮອງ 7 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຈະໄຂຂຶ້ນໃນຕໍ່ໜ້າຕື່ມອີກ.

ໂດຍ: ພິດສະໄໝ