ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງ ສາທາລະນະສຸກ ຈັດຕັ້ງເຊື່ອມຊຶມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ແລະ ເອກະສານສຳຄັນອີກຈຳນວນໜຶ່ງ.
ຈຳນວນຜູ້ອ່ານ: 31
ອະນຸມັດວັນທີ: 28/07/2020

          ໃນວັນທີ 24 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ໂຮງໝໍມິດຕະພາບ ກະຊວງສາທາລະນະສຸກໄດ້ຈັດຕັ້ງເຊື່ອມຊຶມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳພອນ ພຸດທະວົງ ເລຂາຄະນະພັກກະຊວງສາທາລະນະສຸກ, ມີຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ 170 ກວ່າສະຫາຍ.

         

          ໃນການເຜີຍແຜ່ເຊື່ອມຊຶມຄັ້ງນີ້ສະຫາຍ ຄຳພອນ ພຸດທະວົງ ໄດ້ຍົກໃຫ້ ເຫັນເນື້ອໃນສຳຄັນຂອງມະຕິດັ່ງກ່າວ ເປັນຕົ້ນແມ່ນໄດ້ຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານເງິນຕາ ປະຈຳໄຕມາດທີ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ, ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI (2021-2025) ການປັບປຸງກົດລະບຽບພັກສະໄໝທີ XI ແລະ ທິດປັບປຸງກົງຈັກການຈັດຕັ້ງ. ນອກນີ້, ຍັງໄດ້ຍົກໃຫ້ເຫັນເຖິງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມຂອງປະເທດໃນໄລຍະຜ່ານມາ ແລະ ຜົນສະທ້ອນໃນສະເພາະໜ້າ ແລະ ຍາວນານ, ການປັບປຸງປະສິດທິພາບທາງດ້ານການດຳເນີນທຸລະກິດຂອງລັດວິສາຫະກິດຈຳນວນໜຶ່ງ ເພື່ອກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເປັນຕົ້ນແມ່ນປັບປຸງສະພາບແວດລ້ອມການລົງທຶນ, ການແກ້ໄຂໜີ້ສິນ, ແກ້ໄຂການຮົ່ວໄຫຼຂອງງົບປະມານ, ການຈຳກັດລາຍຈ່າຍບໍລິຫານ ແລະ ບັນຫາອື່ນໆ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່, ມະຕິກົມການເມືອງສູນກາງພັກ ເລກທີ 112/ກມສພ ວ່າດ້ວຍ ການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 108 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂອງພັກໃນໄລຍະໃໝ່.

          ການເຜີຍແຜ່ເຊື່ອມຊຶມຄັ້ງນີ້ແນໃສ່ເຮັດໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ-ພະນັກງານ ພາຍໃນກະຊວງ ໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນ, ເຊື່ອມຊຶມ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ສຳຄັນຂອງເອກະສານດັ່ງກ່າວເພື່ອຫັນເອົາມາເປັນທິດທາງ ແລະ ເປັນແຜນປະຕິບັດງານລະອຽດຮອບດ້ານເຂົ້າໃນຂະແໜງການຕົນໃຫ້ເກີດຜົນເປັນຈິງ.

ໂດຍ: ນ. ຄຳສະຫວັນ ພົມມະວົງ