ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ແລະ ມອບ-ຮັບບັດສະມາຊິກພັກ ຊຸດທີ VIII.
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 27/07/2020

          ປະຕິບັດຕາມຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເວົ້າລວມ, ເວົ້າສະເພາະກໍ່ຄື ແຜນກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງອົງຄະນະພັກກະຊວງ ວິທະຍສາດ ແລະ ເຕັກໂນໂລຊີ.

          ໃນວັນທີ 21 ກໍລະກົດ 2020 ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ໃຫ້ 13 ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງ ແລະ ມອບ-ຮັບບັດສະມາຊິກພັກ ຊຸດທີ VIII ໂດຍການເປັນປະທານຂອງ ສະຫາຍ ປອ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີສະມາຊິກພັກພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ສະຫາຍ ບຸນປອນ ບົວແພງ ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການອອກບັດສະມາຊິກພັກສົມບູນໃຫ້ສະມາຊິກພັກທີ່ໄດ້ຕາມມາດຕະຖານ ຊຸດທີ່ VIII​ ແລະ  ສະ​ຫາຍ ສີ​ອາ​ລຸນ ທຳ​ມະ​ວົງສາ ຮອງ​ຫົວໜ້າ​ຫ້ອງການ​ພັກ ​ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ ​ໄດ້​ຜ່ານ​ມະຕິ​ຕົກລົງ​ວ່າ​ດ້ວຍ​ການ​ຮັບຮອງ​ໜ່ວຍ​ພັກ​ປອດ​ໃສ​ ​ເຂັ້ມ​ແຂງ ໜັກ​ແໜ້ນ.

          ເພື່ອເປັນການຢັ້ງຢືນຜົນງານການເຄື່ອນໄຫວການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ, ສະຫາຍ ປອ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 13 ໜ່ວຍພັກທີ່ຂຶ້ນກັບ ອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກ 55 ສະຫາຍ, ຍິງ 20 ສະຫາຍ, ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາໜ່ວຍພັກທີ່ໄດ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ​ແລະ ເນັ້ນໃຫ້ພະນັກງານ-ສະມາຊິກພັກແຕ່ລະສະຫາຍ ເພີ່ມທະວີຄວາມສາມັກຄີ, ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດ​ ແລະ ພ້ອມກັນປະຕິບັດແຜນການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ  ໜັກແໜ້ນ ປະຈຳປີ 2020 ໃຫ້ປະ ສົບຜົນສຳເລັດ…ຯ

ໂດຍ: ວິລະ​ສະ​ໄໝ  ຍົດ​ບຸນ​ມີ