ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງແຜນການ ແລະ ການລົງທຶນສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 15/07/2020

          ໃນສົກປີ 2019-2020 ກະຊວງແຜນການ ແລະ ການລົງທຶນໄດ້ສ້າງຂະບວນການກິດຈະກຳຫຼາຍຢ່າງຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ເປັນຕົ້ນການດຳເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກອ້ອມຂ້າງກະຊວງ, ການຈັດຝຶກອົບຮົມທິດສະດີການເມືອງການປົກຄອງໄລຍະ 45 ວັນ ແລະ ວຽກງານພັກ-ພະນັກງານໃຫ້ບັນດາເລຂາໜ່ວຍພັກ ແລະ ສະມາຊິກພັກ, ກອງ​ປະຊຸມ​ເຜີຍ​ແຜ່​-ເຊື່ອມ​ຊຶມ​​ແນວທາງນະໂຍບາຍຂອງພັກ, ມະ​ຕິກອງປະຊຸມ​ຄົບ​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງທີ 10 ສະໄໝທີ X, ບັນດານິຕິກໍາສໍາຄັນຕ່າງໆຂອງພັກ, ຂະບວນການແຂ່ງຂັນກິລາ, ອອກແຮງງານລວມ ແລະ ປູກຕົ້ນໄມ້.

          ໃນ 6 ເດືອນຕົ້ນປີ 2020 ຫຼາຍໜ່ວຍພັກໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຂອງຕົນ ເຊິ່ງເປັນການປັບປຸງການຈັດຕັ້ງພັກ ແລະ ເລືອກຜູ້ແທນເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກກະຊວງ ພ້ອມທັງກຽມຄວາມພ້ອມທຸກດ້ານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງທັນຕາມກຳນົດເວລາ.

          ໃນເດືອນ ກໍລະກົດ 2020 ໄດ້ຈັດກອງ​ປະຊຸມ​ເຜີຍ​ແຜ່​, ເຊື່ອມ​ຊຶມ​​ມະ​ຕິກ​ອງປະຊຸມ​ຄົບ​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງທີ 10 ສະໄໝທີ X ແລະ ບັນດານິຕິກໍາສໍາຄັນຕ່າງໆຂອງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງ​ສູນ​ກາງ​ພັກ, ຮອງນາຍົກລັດຖະມົນຕີ, ​ເລຂາ​ຄະນະ​​ພັກ, ລັດຖະມົນຕີ ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ມີບັນດາສະຫາຍຄະນະພັກກະຊວງ, ຄະນະກົມ, ຫ້ອງການ, ຄະນະພະແນກ, ພະນັກງານວິຊາການ ແລະ ສະມາຊິກພັກ ທົ່ວກະຊວງແຜນການ ແລະ ການລົງທຶນ 300 ກວ່າຄົນເຂົ້າຮ່ວມ.

          ໃນພິທີ ຍັງໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 108/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບໃໝ່, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຕາມຂະບວນຍຸຕິທຳ ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 107/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍການພັດທະນານະຄອນຫລວງວຽງຈັນ;

          ກອງ​ປະຊຸມເຜີຍ​ແຜ່​ເຊື່ອມ​ຊຶມ​​ຄັ້ງ​ນີ້ ໄດ້​​ເຮັດ​ໃຫ້ຜູ້ເຂົ້າຮ່ວມ​ຮັບ​ຮູ້-​ເຂົ້າ​ໃຈ, ກຳ​ແໜ້ນ, ​ເຊື່ອມ​ຊຶມ ​ແລະ ​ເປັນ​ເອກະ​ພາບ​ສູງ​ຕໍ່ບັນດາ​ເນື້ືອ​ໃນ​ສໍາຄັນ​ຂອງ​ເອກະສານດັ່ງກ່າວ, ກຳໄດ້ສະພາບລວມໃນແຕ່ລະໄລຍະ ​ເພື່ອ​ຫັນ​ເນື້ອໃນຈິດໃຈເອກະສານ​ດັ່ງກ່າວ​ເປັນ​ທິດ​ທາງ, ​ເປັນ​ແຜນ​ປະຕິບັດ​ງານ​ລະອຽດຕາມໜ້າທີ່ການເມືອງໃນຄວາມຮັບຜິດຊອບຂອງຕົນ, ຍົກ​ສູງ​ຄວາມ​ເປັນ​ເຈົ້າການ ​ແລະ ​ຄວາມ​ສາມາດ​ໃນ​ການ​ນໍາ​ວຽກງານ​ຂອງ​ຕົນ.

          ນອກນີ້ ຍັງໄດ້ຈັດໃຫ້ມີການແຂ່ງຂັນກິລາ, ອອກແຮງງານລວມ ແລະ ປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ ທັງນີ້ກໍ່ເພື່ອສ້າງຄວາມສາມັກຄີ ແລະ ພັດທະນາຮ່າງກາຍໃຫ້ມີສຸຂະພາບແຂງແຮງ, ມີອາລົມຈິດເບີກບານມ່ວນຊື່ນ ແລະ ມີຄຸນນະພາບຊີວິດທີ່ດີ ເພື່ອປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດສູ່ຄຸນນະພາບໃໝ່.

ຮວບຮວມຂ່າວໂດຍ: ວິລະສະໄໝ ຍົດບຸນມີ