ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຈັດກອງປະຊຸມເຊື່ອມຊຶມ ມະຕິຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ X.
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 10/07/2020

          ໃນວັນທີ 8 ກໍລະກົດ 2020 ທີ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ X ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍ ແຜ່ເອກະສານຂອງສະຫາຍ ປອ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

          ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມມະຕິດັ່ງກ່າວ ພ້ອມທັງຄົ້ນຄວ້າ ແລະ ປຶກສາຫາລືບັນຫາສຳຄັນໃນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7,8,9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາ ປະຈຳໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ; ພ້ອມນີ້ຍັງໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ຮ່າງກົດລະບຽບພັກ ສະໄໝທີ XI.

          ສະຫາຍ ປອ. ບໍ່ວຽງຄຳ ວົງດາລາ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ເຊື່ອມຊຶມກຳແໜ້ນເນື້ອໃນຈິດໃຈຂອງມະຕິ ດັ່ງກ່າວ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານຂອງຕົນ ຕາມທິດຊີ້ນຳຄະນະບໍລິຫານງານສູນກາງພັກ ທີ່ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນເພີ່ມທະວີມູນເຊື້ອສາມັກຄີເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກລະບອບໃໝ່, ສຸມສະຕິປັນຍາເຂົ້າໃນການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ກໍຄືຍູ້ຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໂດຍ: ວິລະສະໄໝ ຍົດບຸນມີ