ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພັກກະຊວງສາທາລະນະສຸກ ຈັດຊຸດຝຶກອົບຮົມ ວຽກງານກໍ່ສ້າງພັກໄລຍະສັ້ນ ຊຸດທີ III ປະຈຳປີ 2020
ຈຳນວນຜູ້ອ່ານ: 41
ອະນຸມັດວັນທີ: 07/07/2020

          ເພື່ອໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແລະ ກຳແໜ້ນວຽກງານພັກແຕ່ລະໄລຍະ ໃນລະຫວ່າງວັນທີ 30 ມິຖຸນາ - 3 ກໍລະກົດ 2020 ທີ່ຫ້ອງປະຊຸມກະຊວງສາທາລະນະສຸກໄດ້ຈັດຊຸດຝຶກອົບຮົມວຽກງານກໍ່ສ້າງພັກໄລຍະສັ້ນ ຊຸດທີ III ໃຫ້ແກ່ເລຂາ, ຮອງເລຂາ ແລະ ກຳມະການຂອງຄະນະພັກຮາກຖານ ແລະ ບັນດາໜ່ວຍພັກອ້ອມຂ້າງອົງຄະນະພັກກະຊວງສາທາລະນະສຸກ ໃຫ້ກຽດເປັນປະທານໂດຍ ສະຫາຍ ນ. ແສງຈ້ອຍ ປັນຍາວົງ ຄະນະປະຈຳພັກກະຊວງ, ຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສາທາລະນະສຸກ, ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 37 ສະຫາຍ, ຍິງ 12 ສະ ຫາຍ ເຊິ່ງຜູ້ທີ່ໄດ້ເຂົ້າຝຶກອົບຮົມຄັ້ງນີ້ແມ່ນຜູ້ທີ່ຍັງບໍ່ທັນໄດ້ຜ່ານການຝຶກອົບຮົມວຽກງານກໍ່ສ້າງພັກມາກ່ອນແຕ່ໄດ້ຜ່ານການຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນມາແລ້ວ ແລະ ມີສຸຂະພາບແຂງແຮງດີ ສາມາດເຂົ້າຮ່ວມ ຝຶກອົບຮົມແຕ່ຕົ້ນຈົນຈົບ.

          ຊຸດຝຶກອົບຮົມວຽກງານກໍ່ສ້າງພັກຄັ້ງນີ້ ແມ່ນພາຍໃຕ້ການຊີ້ນຳ ແລະ ຮັບຜິດຊອບໂດຍກົງຂອງຄະນະພັກກະຊວງສາທາລະນະສຸກ ແລະ ມີການສົມທົບລະຫວ່າງ ຫ້ອງການກະຊວງສາທາລະນະສຸກກັບກົມກໍ່ສ້າງພັກ, ກົມກົງຈັກການຈັດຕັ້ງ-ກົດລະບຽບພັກ ແລະ ກົມປ້ອງກັນ-ພະນັກງານ ຂອງຄະນະຈັດຕັ້ງສູນກາງພັກ ໂດຍເລີ່ມແຕ່ວັນທີ 30 ມິຖຸນາ-3 ກໍລະກົດ 2020 ການຝຶກອົບຮົມແມ່ນເລັ່ງໃສ່ການຮຽນພາກທິດສະດີ ໂດຍຕິດພັນກັບການຖອດຖອນບົດຮຽນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ, ສ້າງຄວາມຮັບຮູ້ບັນຫາໃໝ່ ມີການສົມທຽບກັບວຽກງານທີ່ຕົນຮັບຜິດຊອບ. ໃນຊຸດຝຶກອົບຮົມຄັ້ງນີ້ເປັນການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານທັດທະນະຫຼັກໝັ້ນການເມືອງ, ມີຄວາມຮັບຜິດຊອບ ແລະ ເຮັດຫຼ້ອນໜ້າທີ່ທີ່ໄດ້ຮັບມອບໝາຍ; ການຝຶກອົບຮົມຈະຖືເອົາການບັນຍາຍເປັນຕົ້ນຕໍ, ເອົາໃຈໃສ່ຄົ້ນຄວ້າດ້ວຍຕົນເອງ ແລກປ່ຽນບົດຮຽນລະຫວ່າງນັກຝຶກອົບຮົມດ້ວຍກັນ, ນັກຝຶກອົບຮົມກັບວິທະຍາກອນ, ຈັດຕັ້ງຄົ້ນຄວ້າແບບລວມ ແລະ ແບບເປັນໜ່ວຍ ເພື່ອໃຫ້ນັກຝຶກອົບຮົມໄຈ້ແຍກບັນຫາຕ່າງໆ ພ້ອມທັງຊອກຫາວິທີການແກ້ໄຂຢ່າງເໝາະສົມ.

          ບົດຮຽນທີ່ນຳມາຝຶກອົບຮົມປະກອບມີ 6 ບົດຄື: ບົດທີ 1 ລະບົບການຈັດຕັ້ງ, ຫຼັກການ ແລະ ທິດນຳການກໍ່ສ້າງພັກ, ບົດທີ 2 ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ບົດທີ 3 ພື້ນຖານກ່ຽວກັບວຽກງານ ປ້ອງກັນພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ບົດທີ 4 ການຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ບົດທີ 5 ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບົດທີ 6 ຕີລາຄາຄຸນນະພາບຂອງສະມາຊິກພັກ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ. ນອກຈາກນີ້, ຍັງມີເອກະສານຕິດຄັດໃຫ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດຄື: ຄວາມຮູ້ພື້ນຖານກ່ຽວກັບທິດສະດີວຽກ ງານຈັດຕັ້ງ, ຂໍ້ກຳນົດຂອງຄະນະເລຂາທິການສູນກາງພັກເລກທີ 02/ຄລສພ, ລົງວັນທີ24/10/2010 ວ່າດ້ວຍວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່, ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ ເຊິ່ງນຳສະເໜີໂດຍວິທະຍາກອນທີ່ມາຈາກຄະນະຈັດຕັ້ງສູນກາງພັກ. ໃນໄລຍະຝຶກອົບຮົມຈະໄດ້ຈັດຕັ້ງສຳມະນາແລກປ່ຽນຄຳຄິດຄຳເຫັນ ເພື່ອສ້າງຄວາມເຂົ້າໃຈດ້ານທິດສະດີໃຫ້ເລິກເຊິ່ງ ແລະ ຍົກບາງພຶດຕິກຳຕົວຈິງທີ່ໄດ້ຈັດຕັ້ງປະ ຕິບັດຜ່ານມາຂອງສຳມະນາກອນ, ຈະໄດ້ແບ່ງກຸ່ມຄົ້ນຄວ້າເປັນໜ່ວຍ ພ້ອມທັງສາທິດເຮັດຕົວຈິງບາງວຽກທີ່ສາມາດເຮັດໄດ້.

          ຊຸດຝຶກອົບຮົມຄັ້ງນີ້ຈະສ້າງຄວາມເຂົ້າໃຈເລິກເຊິ່ງ ແລະ ກຳແໜ້ນວຽກງານພັກແຕ່ລະໄລຍະ, ບັນດາສະຫາຍ ທີ່ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ຈະໄດ້ຮັບບົດຮຽນຈາກຄູອາຈານ ແລະ ສຳມະນາກອນດ້ວຍກັນ ພ້ອມເອກະສານ ເພື່ອເປັນບ່ອນອີງໃນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກຕົນໃຫ້ຖືກຕ້ອງ, ສອດຄ່ອງຕາມຫຼັກການ ແລະ ທິດນຳຂອງພັກ ເພື່ອຍົກສູງຄຸນນະພາບການນຳພາຂອງພັກ ພ້ອມທັງການປັບປຸງປົວແປງພັກໃຫ້ມີຄວາມ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນທຸກດ້ານ.

ໂດຍ: ນ. ຄຳສະຫວັນ ພົມມະວົງ.