ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພົວພັນຕ່າງປະເທດສູນກາງພັກ ມອບ-ຮັບບັດສະມາຊິກພັກ ຊຸດທີ 03
ຈຳນວນຜູ້ອ່ານ: 67
ອະນຸມັດວັນທີ: 01/07/2020

     ໃນວັນທີ 30 ມິຖຸນາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີມອບ-ຮັບບັດສະມາຊິກພັກສົມບູນ ຊຸດທີ 03 ໃຫ້ສະມາຊິກພັກສົມບູນຜູ້ທີ່ຄົບມາດຖານເງື່ອນໄຂ ຈຳນວນ 12 ສະຫາຍ  ໂດຍໃຫ້ກຽດ​​ມອບ​ບັດ ​ແລະ ເຂົ້າ​ຮ່ວມ​ເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ມີບັນດາສະຫາຍໃນຄະນະພັກ, ຄະນະໜ່ວຍ​ພັກ ແລະ ສະມາຊິກພັກອ້ອມຂ້າງຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

    

     ໃນພິທີ ສະຫາຍ ນາງ ພອນດາວັນ ພິນສະຫວັນ, ຫົວໜ້າຫ້ອງການ ຄຕພ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງການອະນຸມັດມອບບັດສະມາຊິກພັກສົມບູນ ​ເຊິ່ງ​ເປັນບັດ​ຢັ້ງຢືນ​ເຖິງ​ຖານະ​ນາມ​ຂອງ​ສະມາຊິກ​ພັກ​ສົມບູນ​ຜູ້​ທີ່​ດີ​ເດັ່ນ, ​ເຮັດ​ຫຼ້ອນ​ໜ້າ​ທີ່, ມີ​ຄຸນ​ງາມ​ຄວາມ​ດີ, ມີ​ຄວາມ​ບໍລິສຸດ​ສັດ​ຊື່​ຕໍ່​ຊາດ, ຕໍ່​ປະຊາຊົນ ​ແລະ ຈົງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ຂອງ​ພັກ, ​ເປັນ​ແບບຢ່າງ​ທີ່​ດີ, ​ເຄົາລົບ ​ແລະ ປະຕິບັດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ.

     ໃນ​ໂອກາດ​ເຂົ້າ​ຮ່ວມພິທີທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ​ດັ່ງກ່າວ ໂດຍສະຫາຍໄດ້ເນັ້ນໜັກເຖິງຄວາມໝາຍ ຄວາມສໍາຄັນຂອງບັດສະມາຊິກພັກ ​ແລະການອອກບັດ-ມອບບັດສະມາຊິກພັກ ເຊິ່ງເປັນຂະບວນການລວມຂອງທົ່ວພັກ ແນໃສ່ການເພີ່ມທະວີການຄຸ້ມຄອງສະມາຊິກພັກ, ຄຸ້ມຄອງການຈັດຕັ້ງພັກ ແລະ ປ້ອງກັນພັກ, ເພື່ອໃຫ້ພັກເພີ່ມຄວາມເຂັ້ມແຂງ, ສືບຕໍ່ມີບົດບາດຊີ້ນໍາ-ນໍາພາ ປົກປັກຮັກສາ ແລະ ພັດທະນາປະເທດຊາດສູ່​ຈຸດໝາຍ​ສັງຄົມ​ນິຍົມ…ຯ

ໂດຍ: ສໍສົດໃສ