ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກະຊວງສາທາລະນະສຸກ ເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ 23
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 17/06/2020

     ເພື່ອຜັນຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ IX ຂອງ​ພັກ ກໍ​ຄື​ການ​ປະຕິບັດ​ບາດກ້າວ​ບຸກທະລຸ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ເພື່ອ​ສ້າງ​ໃຫ້​ພະນັກງານ-ລັດ​ຖະກອນ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ-ລັດ​ຖະບານ ​ເພື່ອສືບຕໍ່ກໍ່ສ້າງພະນັກງານຫຼັກແຫຼ່ງ ຂອງກະ ຊວງ​ສາທາລະນະ​ສຸກ ອີງໃສ່ແຜນການກໍ່ສ້າງ, ບຳລຸງ, ຍົກລະດັບຄວາມຮັບຮູ້ທາງດ້ານທິດສະດີການເມືອງ-ການປົກຄອງໃຫ້ພະນັກງານຫຼັກແຫຼ່ງ; ໃນວັນທີ 15 ມິຖຸນາ 2020 ກະຊວງສາທາ ລະນະ​ສຸກ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດ​ທີ 23 ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງຕົນ; ​ເປັນກຽດ​ເຂົ້າ​ຮ່ວມ​ໃນ​ພິທີ​ມີສະຫາຍ ຄຳ​ພອນ ພຸດ​ທະ​ວົງ ​ເລຂາ​ຄະນະ​ພັກ​ກະຊວງ, ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ, ສະຫາຍ ປອ ນາງ ​ໄກສອນ ຈັນ​ສີນາ ​ເລຂາ​ໜ່ວຍ​ພັກກົມ​ຄຸ້ມ​ຄອງ​ການ​ຮຽນ-ການ​ສອນ ສະຖາບັນການເມືອງ-ການປົກ ຄອງແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ ພ້ອມດ້ວຍ​ແຂກ​ຖືກ​ເຊີນ ​ແລະ ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ.

     ຊຸດຝຶກອົບຮົມຄັ້ງ​ນີ້ຈະດຳເນີນໄປຈົນເຖິງວັນທີ 14 ສິງຫາ 2020 ຈຶ່ງຈະສຳເລັດ, ຜູ້ເຂົ້າຮ່ວມຮັບການຝຶກອົບຮົມທີ່ມາ​ຈາກ​ກົມ​ກອງ​ຕ່າງໆອ້ອມ​ຂ້າງ​ກະຊວງ ທັງໝົດ 52 ສະຫາຍ, ຍິງ 33 ສະຫາຍ, ຈຸດປະສົງເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃນດ້ານທິດສະດີ-ການເມືອງ, ການຊີ້ນຳ-ນຳພາ ແລະ ການຄຸ້ມຄອງລັດໃຫ້ໄປຕາມທິດຊີ້ນຳ ແລະ ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ. ເນື້ອໃນທີ່ນຳມາຝຶກອົບຮົມປະກອບມີ 6 ພາກວິຊາຮຽນ ລວມມີ 40 ບົດຄື: ປັດຊະຍາ 8 ບົດ, ເສດຖະສາດການເມືອງ ​ແລະ ​ແນ​ວທາງ​ເສດຖະກິດ​ຂອງ​ພັກ 10 ບົດ, ລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ບໍລິຫານສາດ 8 ບົດ, ວິຊາກໍ່ສ້າງພັກ 5 ບົດ ​ແລະ ​ແນວທາງ​ສາທາລະນະ​ສຸກ​ຂອງ​ພັກ 1 ບົດ ພ້ອມດ້ວຍບັນດາມະຕິຕ່າງໆຂອງພັກ.

     ບັນດາບົດຮຽນທັງໝົດ ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມກຳແໜ້ນສະພາບຄວາມເປັນຈິງ ທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວຽກ​ງານ​ສາທາລະນະ​ສຸກຂອງປະເທດເຮົາ ແລະ ໄດ້ຮັບຮູ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກຢ່າງເປັນລະບົບ ແລະ ນຳໄປໝູນໃຊ້ເຂົ້າ ໃນຊີວິດໜ້າ​ທີ່​ການ​ເມືອງ​ຂອງ​ຕົນໃຫ້ຖືກຕ້ອງ ​ແລະ ມີຫຼັກການ.

     ​ໃນ​ໂອກາດ​ເຂົ້າ​ຮ່ວມຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້ ສະຫາຍ ຄຳ​ພອນ ພຸດ​ທະ​ວົງ ໄດ້ມີຄຳເຫັນ ໃຫ້ທິດຊີ້ນຳຕໍ່ຊຸດຝຶກອົບຮົມ ຮຽກຮ້ອງເຖິງຜູ້ເຂົ້າຮ່ວມ ຈົ່ງເອົາໃຈໃສ່ສຶກສາຮໍ່າຮຽນ, ຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນ​ແລກປ່ຽນ​ບົດຮຽນນຳຄູອາຈານ ເພື່ອກຳແໜ້ນທິດສະດີມາກ-ເລນິນ, ບັນດາຫຼັກມູນພື້ນຖານ, ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ​ໃຫ້ຈະແຈ້ງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ເປັນພະນັກງານທີ່ດີຂອງ ພັກ-​ລັດ, ເປັນຜູ້ທີ່ຈັດ​ຕັ້ງ​ປະຕິບັດ​ວຽກ​ງານທີ່​ດີ ​ແລະ ​ເປັນຜູ້​ສືບ​ທອດ​ທີ່​ດີ...ຯ

ໂດຍ: ສ. ສົດໃສ