ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫຼາຍໜ່ວຍພັກ ອ້ອມຂ້າງອົງຄະນະແຂວງໄຊສົມບູນ ສຳເລັດກອງປະຊຸມໃຫຍ່ໜ່ວຍພັກຂອງຕົນ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 10/06/2020

         ໂດຍປະຕິບັດຕາມກົດລະບຽບພັກ ສະໄໝທີ X, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ; ໃນເດືອນມິຖຸນາ 2020 ນີ້ ມີຫຼາຍໜ່ວຍພັກອ້ອມຂ້າງອົງຄະນະແຂວງໄຊສົມບູນໄດ້ສຳເລັດກອງປະຊຸມໃຫຍ່ໜ່ວຍພັກຂອງຕົນ ເປັນຕົ້ນໜ່ວຍພັກຫ້ອງວ່າການແຂວງ ແລະ ໜ່ວຍພັກພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 3 ມີຖຸນາ, ໜ່ວຍພັກພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດຂຶ້ນໃນວັນທີ 4 ມີຖຸນາ, ໜ່ວຍພັກສ່ວຍສາອາກອນ ຈັດຂຶ້ນໃນວັນທີ 8 ມີຖຸນາ, ໜ່ວຍພັກຮາກຖານຄັງເງິນແຫ່ງຊາດ ແລະ ໜ່ວຍພັກພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດຂຶ້ນໃນວັນທີ 10 ມິຖຸນາ, ໜ່ວຍພັກສະພາປະຊາຊົນແຂວງ ຈັດຂຶ້ນໃນວັນທີ 11 ມິຖຸນາ ໂດຍມີຄະນະປະຈໍາພັກແຂວງ ຕາງໜ້າໃຫ້ຄະນະພັກຂັ້ນເທິງ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.

        ກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ, ສະຫຼຸບໝາກຜົນທີ່ໄດ້ຮັບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໜ່ວຍພັກຂອງຕົນຄັ້ງຜ່ານມາ, ຕີລາຄາດ້ານທີ່ຕັ້ງໜ້າ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງທິດທາງແຜນການ 5 ປີ ຕໍ່ໜ້າ.

        ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອເປັນແກນນຳໃນລະບົບການເມືອງຢູ່ຮາກຖານພັກຂັ້ນຂອງຕົນດັ່ງນີ້:

  ໜ່ວຍພັກຫ້ອງວ່າການແຂວງ ເລືອກໄດ້ 5 ສະຫາຍ ໂດຍກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະສັນເລືອກເອົາສະຫາຍ ສົມບູນ ສອນລິດທິເດດ ເປັນເລຂາໜ່ວຍພັກ, ສະຫາຍ ສົມບູນ ຄຳຕາງ ເປັນຮອງເລຂາ, ສະຫາຍ ອູ່ເງິນ ດວງມະນີ ເປັນປະທານກວດກາ, ສະຫາຍ ສົມພວງ ສຸກພາວັນ ແລະ ສະຫາຍ ເລັ່ງຢ່າງ ຊາວາ ເປັນຄະນະ.

         ໜ່ວຍພັກ ຖວທ ເລືອກໄດ້ 3 ສະຫາຍ ໂດຍໄດ້ເລືອກເອົາສະຫາຍ ຕົ່ງມົວ ຊົວໂກ້ ເປັນເລ ຂາໜ່ວຍພັກ, ສະຫາຍ ທົງສະຫວັນ ໂພສະຫລາດ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ໄມພອນ ເສນາມົນຕີ ເປັນຄະນະ.

        ໜ່ວຍພັກ ຮສສ ເລືອກໄດ້ 3 ສະຫາຍ ໂດຍກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ວັນຄໍາເກັ່ງ ຢ່າງຊົງກົວ ເປັນເລຂາໜ່ວຍພັກ, ສະຫາຍ ສົມເພັດ ວົງພະຈິດ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ເລີດສະໄໝ ພອນປະເສີດ ເປັນຄະນະ.

        ໜ່ວຍພັກສ່ວຍສາອາກອນ ເລືອກໄດ້ 3 ສະຫາຍ ດັ່ງນີ້: 1. ສະຫາຍ ພັນທອງ ວັນທາວົງ ເປັນເລຂາໜ່ວຍພັກ, 2. ສະຫາຍ ຫົງຄຳ ພົມວິລາ ເປັນຮອງເລຂາ ແລະ 3. ສະຫາຍ ມະໂນພາບ ພອນວັນທາ ເປັນປະທານກວດກາ.

        ໜ່ວຍພັກຮາກຖານຄັງເງິນແຫ່ງຊາດ ເລືອກໄດ້ 3 ສະຫາຍ ດັ່ງນີ້: 1. ສະຫາຍ ສົມພອນ ທຳມະວົງສາ ເປັນເລຂາໜ່ວຍພັກ, 2. ສະຫາຍ ບຸນຊົ່ງ ເຊັຍເຊີ້ ເປັນຮອງເລຂາ ແລະ 3. ສະຫາຍ ສຸລິໄຊ ເທບສົມບັດ ເປັນຄະນະ ທັງເປັນຜູ້ກວດກາໜ່ວຍພັກ.

      ໜ່ວຍພັກ ຍທຂ ເລືອກໄດ້ 3 ສະຫາຍ ດັ່ງນີ້: 1. ສະຫາຍ ໄຊສົມພັນ ລີເຕັ່ງເບຼັຍຈື່ ເປັນເລຂາໜ່ວຍພັກ, 2. ສະຫາຍ ຄຳພຸດ ແກ້ວວົງພອນ ເປັນຮອງເລຂາ ແລະ 3. ສະຫາຍ ຢໍ້ເລົ່າ ຢົງຊາ ເປັນຄະນະ.

 

     ໜ່ວຍພັກສະພາປະຊາຊົນແຂວງ ເລືອກໄດ້ 3 ສະຫາຍ ດັ່ງນີ້: 1. ສະຫາຍ ສົມພອນ ທຳມະວົງສາ ເປັນເລຂາໜ່ວຍພັກ, 2. ສະຫາຍ ພັ.ທ ວິໄຊ ທໍ່ເພຍຫລວງ ຈົ່ງເສີ ເປັນຮອງເລຂາ ທັງເປັນຜູ້ກວດກາ ແລະ 3. ສະຫາຍ ຢີຊົ່ງ ຕົ່ງເລັງ ເປັນຄະນະໜ່ວຍພັກ.

          ພ້ອມນີ້ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ທີ່ຈະໄຂຂຶ້ນໃນຕໍ່ໜ້າຕື່ມອີກ.

          ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ຜູ້ຕາງໜ້າໃຫ້ຄະນະພັກຂັ້ນເທິງໄດ້ມີຄຳເຫັນໂອ້ລົມ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ ແລະ ສະມາຊິກພັກ ຕ້ອງເປັນເຈົ້າການຄົ້ນຄວ້າເຊື່ອມຊຶມກຳແໜ້ນເນື້ອໃນຈິດໃຈຂອງກອງປະຊຸມ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດການເມືອງປະຈຳວັນຂອງຕົນໃຫ້ມີຜົນສຳເລັດ ແນໃສ່ສ້າງໜ່ວຍພັກໃຫ້ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມແຜນການລວມກຳນົດໄວ້.

ຂໍ້ມູນບົດຂ່າວ: ນັກຂ່າວແຂວງໄຊສົມບູນ

ຮວບຮວມຂ່າວ: ຄອນຄຳ ໂສລັດຕະນະວົງ