ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄັ້ງທີ VII ສຳເລັດຜົນຢ່າງຈົບງາມ
ຈຳນວນຜູ້ອ່ານ: 38
ອະນຸມັດວັນທີ: 09/06/2020

  ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄັ້ງທີ VII ໄດ້ຈັດຂຶ້ນໃນ ວັນທີ 3-4 ມິຖຸນາ 2020 ທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ວິລະສັກ ນາມມູນຕີ ກຳມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີໂຄດຕະບອງ, ເປັນກຽດເຂົ້າ ຮ່ວມຂອງສະຫາຍ ສິນລາວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນ ຫຼວງວຽງຈັນ, ມີຜູ້ແທນສົມບູນ 160 ສະຫາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

  ກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງ, ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກເມືອງ, ສະຫຼຸບໝາກຜົນທີ່ໄດ້ຮັບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງ ຄະນະພັກເມືອງຂອງຕົນຄັ້ງຜ່ານມາ, ຕີລາຄາດ້ານທີ່ຕັ້ງໜ້າ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງທິດທາງແຜນການ 5 ປີ ຕໍ່ໜ້າ.

  ໃນ 5 ປີຜ່ານມາເຫັນວ່າເມືອງສີໂຄດຕະບອງຮັກສາໄດ້ສະເຖຍລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຮອບດ້ານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນເລື້ອຍໆ ລວມຍອດຜະລິດຕະພັນພາຍໃນບັນລຸ 5.073,7 ຕື້ ກີບ  ເພີ່ມຂື້ນ 7,16% ສະເລ່ຍລາຍຮັບໄດ້  40 ລ້ານກວ່າກີບ ຫຼື ເທົ່າກັບ 4.557 ໂດລາ/ຄົນ/ປີ.

  ໃນວາລະກອງປະຊຸມ ຜູ້ແທນໄດ້ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງລາຍງານການເມືອງທັງສອງພາກຢ່າງສ້າງສັນ ກົງໄປກົງມາ ແລະ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ 27 ສະຫາຍ ຈາກຜູ້ສະໝັກ 31 ສະຫາຍ; ກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະສັນກັນເລືອກເອົາ ຄະນະປະຈຳພັກ 9 ສະຫາຍ ໃນນັ້ນເຫັນ ດີເປັນເອກະພາບເລືອກ ເອົາສະຫາຍ ວິລະສັກ ນາມມູນຕີ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນມີ ໄຊຍະວົງ ແລະ ສະຫາຍ ອິນປອງ ທຸມມາ ເປັນຮອງເລຂາ, ສະຫາຍ ບຸນມີ ໄຊຍະວົງ ເປັນປະທານກວດກາ, ສະຫາຍ ສິດທິເດດ ທິບພະກາຫວັນ, ສະຫາຍ ສຸລິຍະ ພັນທະວົງ, ສະຫາຍ ວິໄລພອນ ປະຖຳມະວົງ ເປັນຮອງປະທານກວດກາ.

  ໃນຕອນທ້າຍກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ສິນລາວົງ ຄຸດໄພທູນ ກຳມະການກົມ ການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງໃນໄລຍະຜ່ານມາ ໂດຍສະເພາະແມ່ນການພັດທະນາເມືອງໃຫ້ມີໂສມໜ້າໃໝ່ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ; ພ້ອມນີ້ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໂດຍໄດ້ຮຽກຮ້ອງໃຫ້ຄະນະພັກເມືອງຊຸດໃໝ່ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂດ້ວຍຄວາມຮັບຜິດຊອບສູງ, ປັບປຸງແບບແຜນວິທີເຮັດວຽກ, ແບບແຜນນຳພາ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນທີ່ເປັນມູນເຊື້ອຂອງເມືອງ, ຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ, ໝູນໃຊ້ວິທະຍາສາດເຕັກໂນໂລຊີທີ່ທັນສະໃໝເຂົ້າໃນການປະຕິບັດໜ້າທີ່ວຽກງານ, ເອົາໃຈໃສ່ 4 ກຳ ແໜ້ນ 4 ເຊື່ອມຊຶມ 4 ຜັນຂະຫຍາຍ, ນຳພາປະຊາຊົນຫຼຸດພົ້ນຈາກຄວາມດ້ອຍພັດທະນາ ເສີມຂະຫຍາຍຄວາມສາມາດທຸກກຳລັງແຮງ ແລະ ສະຕິປັນຍານຳພາປະຊາຊົນບັນດາເຜົ່າປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ...ຯ

ໂດຍ: ວິລະສະໄໝ ຍົດບຸນມີ