ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະພົວພັນຕ່າງປະເທດສູນກາງພັກ ຈັດຕັ້ງພິທີມອບຮັບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2019
ຈຳນວນຜູ້ອ່ານ: 82
ອະນຸມັດວັນທີ: 25/03/2020

          ​ໃນ​ວັນ​ທີ 17 ມີນາ 2020 ທີ່​ຄະນະ​ພົວພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ​ໄດ້​ຈັດ​ພິທີ​ມອບ​ຮັບ​ໃບ​ຢັ້ງຢືນ​ໜ່ວຍ​ພັກປອດ​​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ​ໃຫ້​ 5 ໜ່ວຍ​ພັກ​ທີ່​ຂຶ້ນ​ກັບຄະນະ​ພັກ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ປອ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ກຳມະ​ການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ມີ​ຮອງ​ເລຂາ​ຄະນະ​ພັກ, ປະທານ​ກວດກາ​ພັກ, ຄະນະ​ພັກ, ​​ເລຂາ-ຮອງ​ເລຂາ​ໜ່ວຍ​ພັກ, ​ສະມາຊິກ​ພັກ​ສົມບູນ ​ແລະ ສຳຮອງ​ພາຍ​ໃນ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

          ໃນ​ພິທີ ສະຫາຍ ນາງ ພອນ​ດາ​ວັນ ພິນ​ສະ​ຫວັນ ຫົວໜ້າ​ຫ້ອງການ​ພັກ, ຫົວໜ້າ​ກົມ​ຈັດ​ຕັ້ງ-ພະນັກງານ ​ໄດ້​ຜ່ານ​ບົດ​ລາຍ​ງານ​ສະພາບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການຈັດ​ຕັ້ງປະຕິບັດ​ແຜນການ​ກໍ່ສ້າງ​ໜ່ວຍ​ພັກປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ປະຈຳ​ປີ 2019 ​ແລະ ​ທິດ​ທາງແຜນການ​ກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​​ແໜ້ນ ປະຈຳປີ 2020.

​​          ຜ່ານ​ການ​ຕີ​ລາຄາ​ປະ​ເມີນ​ຜົນ​ການ​ກໍ່ສ້າງ​​ ແລະ ຮັບຮອງ​​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະຈຳ​ປີ 2019 ຜ່ານ​ມາ ມີ​ທັງ​ໝົດ 6 ໜ່ວຍ​ພັກ ​ເຫັນ​ວ່າ​ໜ່ວຍ​ພັກ​ທີ່​ຄົບ​ມາດຖານ​ເງື່ອນ​ໄຂ​ເປັນ​​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ, ​ທີ່ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ກໍຄື​ຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ມີຈຳນວນ 5 ໜ່ວຍ​ພັກ ​ກວມ​ເອົາ 90% ຂອງ​ໜ່ວຍ​ພັກ ທີ່ໄດ້​ຮັບ​ນາມມະຍົດ​ເປັນ​ໜ່ວຍ​ພັກປອດ​ໃສ ​ເຂັ້ມ​ແຂງ ໜັກ​ແໜ້ນຄື: ໜ່ວຍ​ພັກ​ຫ້ອງການ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ໜ່ວຍ​ພັກ​ກົມ​ຈັດ​ຕັ້ງ-ພະນັກງານ, ໜ່ວຍ​ພັກ​ກົມ​ຄົ້ນຄວ້າ-ສັງ​ລວມ, ໜ່ວຍ​ພັກ​ກົມ​ພົວພັນ​ສາກົນ​ຂອງ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ໜ່ວຍ​ພັກ​ກົມ​ອາຊີ-ປາຊີ​ຟີ​ກ ​ແລະ ອາ​ຟຣິກາ.

          ​ໃນຕອນ​ທ້າຍ​ພິທີ ສະຫາຍ ປອ ນາງ ​ສູນ​ທອນ ​ໄຊ​ຍະ​ຈັກ ເລຂາຄະນະພັກ ຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້​​ໃຫ້ກຽດມອບ​ໃບຢັ້ງຢືນໜ່ວຍພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ​ໃຫ້ 5 ໜ່ວຍ​ພັກທີ່​ຂຶ້ນ​ກັບ​ຄະນະ​ພັກ, ອັນ​ເປັນ​ຂີດ​ໝາຍ​ສຳຄັນ​ໃຫ້​ຄະນະ​ພັກ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ; ​ພ້ອມ​ທັງໄດ້​ກ່າວໂອ້​ລົມ​ສະ​ແດງຄວາມ​ຍ້ອງຍໍຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ 5 ໜ່ວຍ​ພັກທີ່​ຍາດ​ມາ​ໄດ້ ​ແລະ ​ເພື່ອ​ເປັນ​ເຂັມທິດ​ເຍືອງ​ທາງ​ໃນ​ຕໍ່ໜ້າ, ສະຫາຍ​ໄດ້​ເນັ້ນ​ໜັກ​ໃຫ້​ທຸກໜ່ວຍ​ພັກ​ ​ແລະ ສະມາຊິກ​ພັກ​ທຸກ​ສະຫາຍ​ຈົ່ງ​ສືບ​ຕໍ່ຈັດ​ຕັ້ງ​ປະຕິບັດ​ແຜນ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ​​​ເຂັ້ມ​ແຂງ, ໜັກ​ແໜ້ນ ທັງ​ເປັນ​ແບບຢ່າງ​ນຳ​ໜ້າ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ອົງຄະ​ນະ​ພັກ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ຄັ້ງ​ທີ I ​ໃຫ້​ມີ​ຜົນສຳ​ເລັດ ​ແລະ ​ເພື່ອກ້າວ​​ໄປ​ສູ່​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ອົງຄະ​ນະ​ພັກ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ ​ໃຫ້​ສຳ​ເລັດ​ໃນ​ຕໍ່ໜ້າ…ຯ

​ໂດຍ: ສໍ​ສົດ​ໃສ