ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມຈັດຕັ້ງ-ພະນັກງານ ກະຊວງແຜນການ ແລະ ການລົງທຶນ
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 25/03/2020

          ໃນວັນທີ 13 ມີນາ 2020 ໜ່ວຍພັກກົມຈັດຕັ້ງ-ພະນັກງານ ກະຊວງແຜນການ ແລະ ການລົງທຶນ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຄະນະພັກກະຊວງ, ຄະນະໜ່ວຍພັກ, ຜູ້ຕາງໜ້າໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

          ໃນພິທີ ສະຫາຍ ບິດ ບົວລີວັນ ຄະນະພັກກະຊວງ ຜທ, ເລຂາໜ່ວຍພັກກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ທັງ 2 ພາກຕໍ່ກອງປະຊຸມ ໂດຍໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ ແຕ່ປີ 2020-2024. ໜ່ວຍພັກກົມຈັດຕັ້ງ-ພະນັກງານມີສະມາຊິກພັກທັງໝົດ 19 ສະຫາຍ, ຍິງ 5 ສະຫາຍ, ນຳພາພະນັກງານ-ລັດຖະກອນຈຳນວນ 30 ຄົນ, ຍິງ 10 ຄົນ; ປະກອບມີ 5 ພະແນກຄື: ພະແນກສັງລວມ, ພະແນກພັກ-ກົງຈັກ ແລະ ອົງການຈັດຕັ້ງມະຫາຊົນ, ພະແນກຄຸ້ມຄອງ ແລະ ກໍ່ສ້າງພະນັກງານ, ພະແນກນະໂຍບາຍ ແລະ ແຂ່ງຂັນ-ຍ້ອງຍໍ ແລະ ພະແນກປ້ອງກັນພັກ-ພະນັກງານ.

          ຕະຫຼອດໄລຍະ 5 ປີຜ່ານມາ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າທົ່ວອົງຄະນະພັກກະຊວງ ຜທ ທັງໝົດ 130 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 90 ສະຫາຍ, ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ 89. ໃນນັ້ນສະເພາະກົມຈັດຕັ້ງ-ພະນັກງານ ຂະຫຍາຍສະມາຊິກພັກໄດ້ 6 ສະຫາຍ. ວຽກງານອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນ ໄດ້ຄົ້ນຄວ້າ ແລະ ນຳສະເໜີຜູ້ທີ່ມີມາດຖານເງື່ອນໄຂຮັບບັດ ຈຳນວນ 5 ຊຸດ ມີສະມາຊິກພັກສົມບູນໄດ້ຮັບບັດ 214 ສະຫາຍ, ຍິງ 69 ສະຫາຍ ແລະ ໄດ້ສຳເລັດການເປີດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ II ໃຫ້ແກ່ເລຂາ ແລະ ຮອງເລຂາໜ່ວຍພັກທົ່ວອົງຄະນະພັກກະຊວງ, ໄດ້ຄົ້ນຄວ້າສົ່ງພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບໄປຮ່ຳຮຽນ ແລະ ຝຶກອົບຮົມທາງດ້ານທິດສະດີ, ວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ ລະດັບທິດສະດີຊັ້ນສູງ ຈຳນວນ 25 ຄົນ, ຍິງ 5 ຄົນ, ຍົກລະດັບວິຊາສະເພາະ 150 ຄົນ, ຍິງ 51 ຄົນ.

          ເພື່ອສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມຈັດຕັ້ງ-ພະນັກງານໃຫ້ປະກົດຜົນເປັນຈິງ ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ 5 ສະຫາຍ ຈາກຜູ້ສະໝັກ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະໜ່ວຍພັກຊຸດໃໝ່ ໄດ້ເປັນເອກະສັນເລືອກເອົາສະຫາຍ ບິດ ບົວລີວັນ ເປັນເລຂາໜ່ວຍພັກ, ສະຫາຍ ບົວຄຳ ວິລະວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ເຕັ່ງເມັ່ງ ຢ່າງລືໄຊ ເປັນຄະນະ ທັງເປັນປະທານກວດກາໜ່ວຍພັກ, ສະຫາຍ ນາງ ວຽງແກ້ວ ສິດທິວົງ ເປັນຄະນະໜ່ວຍພັກ ແລະ ສະຫາຍ ປອ ນິດຖາ ບຸບຜາ ເປັນຄະນະໜ່ວຍພັກ; ພ້ອມນີ້ ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈຳນວນ 12 ສະຫາຍ, ສຳຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.

          ໃນຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຊີ້ນຳ-ນຳພາຂອງຄະນະໜ່ວຍພັກຊຸດເກົ່າ ແລະ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ ເປັນເຈົ້າການນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ເຂົ້າສູ່ຊີວິດການເມືອງຕະຫຼອດໄລຍະສະໄໝຂອງກອງປະຊຸມໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

          ຈາກນັ້ນ ໃນວັນທີ 17 ມີນາ 2020 ເພື່ອຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 65 ປີ, ກະຊວງແຜນການ ແລະ ການລົງທຶນ ຍັງໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນດັ່ງກ່າວຂຶ້ນ ຢູ່ສະໂມສອນໃຫຍ່ກະຊວງຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກ ກະຊວງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຄະນະພັກກະຊວງ, ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກກົມອ້ອມຂ້າງ ແລະ ສະມາຊິກພັກ-ພະນັກງານທົ່ວກະຊວງແຜນການ ແລະ ການລົງທຶນເຂົ້າຮ່ວມ.

          ໃນພິທີດັ່ງກ່າວ ສະຫາຍ ສອນໄຊ ສີພັນດອນ ໄດ້ເລົ່າປະຫວັດຄວາມເປັນມາ ແລະ ຄວາມໝາຍສຳຄັນຂອງວັນສ້າງຕັ້ງພັກ ຍົກໃຫ້ເຫັນຂະບວນການຕໍ່ສູ້ຕ້ານຜູ້ຮຸກຮານຂອງປະຊາຊົນລາວບັນດາເຜົ່າ ກ່ອນ ແລະ ຫຼັງມີການນຳພາຂອງພັກ, ເວົ້າເຖິງຄວາມຈຳເປັນໃນການສ້າງຕັ້ງພັກ ແລະ ຕ້ອງມີພັກນຳພາທົ່ວປວງຊົນລາວທັງຊາດ, ຍົກໃຫ້ເຫັນບົດບາດການຳພາຂອງພັກ, ຄວາມເຕີບໃຫຍ່ເຂັ້ມແຂງ ແລະ ການຂະຫຍາຍຕົວຂອງພັກໃນແຕ່ລະໄລຍະ ເຊິ່ງຕະຫຼອດໄລຍະຜ່ານມາ ພັກ ປປ ລາວ ສາມາດສະຫລຸບໄດ້ວ່າ ບໍ່ມີຍຸກໃດ ສະໄໝໃດໄດ້ຮັບການພັດທະນາເທົ່າກັບຍຸກທີ່ມີການນຳພາຂອງພັກ ປປ ລາວ.

                                                                          ຂ່າວ  : ລັດດາວັນ ສີຫານຸວົງ